ຍ້າຍຄົນແບບບັງຄັບອາຈ ລະເມີດ ສິດທິມະນຸສ

ສິດນີ
2017.09.07
F-Nam-ou ສາຍລໍານໍ້າອູ ທີ່ທາງການລາວ ມີໂຄງການ ຈະສ້າງເຂື່ອນໄຟຟ້າ ໃສ່ເຖິງ 7 ຫຼື 8 ເຂື່ອນ
RFA/SN

ຄນະກັມມະການຕິດຕາມ ການລົງທືນ ຂ້າມແດນຂອງໄທ ໄດ້ຈັດພິທີ ຖແລງຂ່າວ ໃນມື້ວັນທີ 7 ກັນຍານີ້ວ່າ ການລົງທືນ ຂອງໄທ ໂດຍກົງ ໃນປະເທດ ເພື່ອນບ້ານ ສົ່ງຜົລກະທົບ ຕໍ່ຊຸມຊົນ ສີ່ງແວດລ້ອມ ແລະ ສິດທິມະນຸດ ໃນຫລາຍ ໂຄງການເປັນຕົ້ນ ໂຄງການ ທ່າເຮືອນ້ຳເລິກ ໃນພະມ້າ, ໂຄງການສ້າງເຂື່ອນ ໄຟຟ້າ ໃນລາວ, ໂຄງການພລັງງານ ຄວາມຮ້ອນ ໃນວຽດນາມ ແລະໂຄງການ ສຳປະທານທີ່ດີນ ເພື່ອປູກອ້ອຍ ໃນກຳພູຊາ ຊື່ງໂຄງການ ເຫລົ່ານີ້ ຈະບັງຄັບໃຫ້ ປະຊາຊົນ ອອກຈາກບ່ອນຢູ່ອາສັຍ ແລະ ກົດດັນ ປະຊາຊົນ ໃນການ ສຳປະທານທີ່ດີນ.

ສຳລັບຢູ່ ສປປລາວ ແລ້ວ ທ່ານ ມົນຕຣີ ຈັນທະວົງ ຕົວແທນຄນະ ຕິດຕາມການລົງທືນ ຂ້າມແດນກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ໂຄງການ ສ້າງເຂື່ອນຕ່າງໆ ໃນລາວ ປະຊາຊົນ ຖືກບັງຄັບ ໃຫ້ໂຍກຍ້າຍ ແລະ ຖືກລະເມີດ ສິດທິ ໃນການໄດ້ຮັບຂໍ້ມູນ ຂ່າວສານ ທີ່ແທ້ຈີງ ກ່ຽວກັບ ການສ້າງເຂື່ອນ ຈາກທາງການ. ດັ່ງທ່ານກ່າວວ່າ:

"ຜົມຄິດວ່າເຂື່ອນ ໃນລາວປະເດັ່ນໃຫຍ່ ຄືເຣື້ອງ ການຮັບຂໍ້ມູນຂ່າວສານ ແຕ່ຄັ້ງແຣກ ຄົນທີ່ໄດ້ຮັບ ຜົລກະທົບ ບໍ່ມີໂອກາດ ໄດ້ຮູ້ຂໍ້ມູນ ໃນໂຄງການເລີຍ ແມ້ແຕ່ວ່າ ການມີສ່ວນ ຮ່ວມໃນການ ຕັດສີນໃຈວ່າ ຄວນຈະສ້າງຫລືບໍ່ສ້າງ ຫລືຖ້າສ້າງແລ້ວ ຈະໄດຮັບຜົລກະທົບ ຢ່າງໃດແດ່".

ທ່ານກ່າວຕື່ມວ່າ ການສ້າງເຂື່ອນໃນລາວ ສົ່ງຜົລກະທົບ ຕໍ່ປະຊາຊົນທ້ອງຖີ່ນ ຢ່າງຫຼວງຫຼາຍ ເຈົ້າຫນ້າທີ່ລາວ ແລະຜູ້ດຳເນີນ ໂຄງການ ຈະໃຫ້ຄ່າຊົດເຊີຍ ກັບປະຊາຊົນ ແຕ່ບໍ່ ຄຳນຶງເຖີງ ຜົລກະທົບ ຣະຍະຍາວ ຕໍ່ວີຖີຊີວີດ ການເປັນຢູ່ ຂອງພວກຂະເຈົ້າ ຈາກການ ຍ້າຍ ຖີ່ນຖານ ເສັຽທີ່ດີນ ໃນການທຳມາຫາກີນ ແລະອາຊີບ ເພື່ອລ້ຽງຄອບຄົວ ຮ່ວມດ້ວຍ ວັດວາອາຮາມ ແລະວິຖີຊີວິດ ດັ້ງເດີມ ທີ່ຂະເຈົ້າ ມີມາກໍເຊື່ອມເສັຽໄປຫມົດ.

ທາງການລາວມີແຜນການ ຈະສ້າງເຂື່ອນປະມານ 70 ເຂື່ອນ ໃນທົ່ວປະເທດ ເພື່ອເປັນຫມໍ້ໄຟ ສຳລັບອາຊຽນ ຊື່ງໃນປັດຈຸບັນ ມີການ ອະນຸມັດ ໃຫ້ສ້າງແລ້ວ ປະມານ 24 ເຂື່ອນ ແຮ່ງຈະສົ່ງ ຜົລກະທົບ ຕໍ່ຊຸມຊົນ ລາຍໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.