ເຂົ້າສານຈະບໍ່ຂາດຕລາດ ໃນລາວ

ສິດນີ
2020.04.01
ການກະສິກັມ ປູກເຂົ້າ ໃນພາກເໜືອ ຂອງລາວ ເມື່ອ ຣະດູ ດິນຟ້າອາກາດອໍານວຍ
RFA

ທາງການລາວຢືນຢັນວ່າ ການຣະບາດຂອງໂຣຄໄວຣັສໂຄວິດ 19 ຈະບໍ່ສົ່ງຜົລກະທົບຕໍ່ການຂາດແຄນເຂົ້າໃນທ້ອງຕລາດໃນລາວ ຍ້ອນ ມີການສົ່ງອອກ ແລະນຳເຂົ້າ ເປັນປົກກະຕິ ແລະຣັຖບານ ກໍມີເຂົ້າ ສຳຮອງຫລາຍຕັນ ໃນສາງກັກຕຸນເຂົ້າ ໃນປະເທດເມື່ອເກີດເຫດສຸກ ເສີນຫລື ເຂົ້າຂາດຕລາດ ພ້ອມທີ່ຈຕະເອົາມາຂາຍ ໃຫ້ປະຊາຊົນໄດ້. ດັ່ງເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ທ່ານນື່ງກ່າວຕໍ່ເອເຊັຽ ເສຣີ ໃນມື້ວັນທີ 1 ເມສາ ນີ້ວ່າ:

“ເຂົ້າກໍສົ່ງອອກປົກກະຕິ ປະຕິບັດປົກກະຕິ ເຂົ້າປັດຈຸບັນກໍຖືວ່າໂອເຄ ພວກທີ່ນຳເຈົ້າກໍນຳເຂົ້າປົກກະຕິ ພວກທີ່ສົ່ງອອກກໍປົກກະຕິພວກທີ່ ນຳເຂົ້າກໍໄດ້ເອົາເຂົ້າຈາກໄທ ຈະມີຫລາຍເຂົ້າຈີນ ບໍ່ຫນ້າຈະມີ ມີແຕ່ເຮົາສົ່ງອອກໄປ ເຂົ້າວຽດນາມອາດຈະມີຢູ່ ແຕ່ດຽວນີດ່ານປະເພນີ ເປິດແລ້ວ.”

ທ່ານກ່າວຕື່ມວ່າ ຣັຖບານລາວກຳນົດໃຫ້ເຂົ້າ ເປັນສິນຄ້າພິເສດ ທີ່ສາມາດນຳເຂົ້າແລະສົ່ງອອກໄດ້ປົກກະຕິ ແຕ່ຕ້ອງສົ່ງອອກແລະນຳເຂົ້າ ຜ່່ານດ່າສາກົນເທົ່ານັ້ນ. ເຈົ້າຫນ້າທີ່ກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນເຂົ້າສານຍັງມີ ພຽງພໍ ຕໍ່ຄວາມຕ້ອງການຂອງປະຊາຊົນ ໃນທົ່ວປະເທດ ຍັງບໍ່ທັນຂາດຕລາດເທື່ອ.

“ພຽງພໍ ພຽງພໍຕໍ່ຄວາມຕ້ອງການຢູ່ ມັນກໍມີກະຊວງອຸດສາຫະກັມແລະການຄ້າ ເຂົາມີຄັງແຮແຕ່ວ່າກະພຽງພໍຕໍ່ຄວາມຕ້ອງການ ທາງບໍຣິສັດ ເອກກະຊົນ ຂະເຈົ້າເຮັດເອງ ພວກເຮົາບໍ່ໄດ້ຈັດຕັ້ງ ພາກຣັຖ ພວກເຮົາມີແຕ່ຊ່ອຍເຫລືອ."

ແມ່ຄ້າຂາຍເຂົ້າຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຣາຄາເຂົ້າສານໃນຕລາດແພງຂື້ນ ໃນປັດຈຸບັນ ເຂົ້າພັນໄກ່ນ້ອຍ ແລະເຂົ້າໄທ ຣາຄາ 400,000 ປາຍກີບຕໍ່ເປົາ ຈາກປົກກະຕິ ຣາຄາ 350,000 ກີບຕໍ່ເປົາ ສ່ວນເຂົ້າວຽດນາມຣາຄາ 340,000 ກີບຕໍ່ເປົາ ຈາກປົກກະຕິ ຣາຄາ 280,000 ກີບຕໍ່ເປົາ.

ແມ່ຄ້າຂາຍເຂົ້າຜູ້ນີ້ກ່າວຕື່ມວ່າ ນັບຕັ້ງແຕ່ ມື້ຣັຖບານອອກຄຳສັ່ງໃຫ້ປິດດ່ານຊົ່ວຄາວ ທັງຫມົດທົ່່ວປະເທດ ປະຊາຊົນ ກໍພາກັນມາຊື້ເຂົ້າ ກັກຕຸນໄວ້ ຄອບຄົວລະ 2-3 ເປົ໊າ ສ່ວນໃຫຍ່ ຈະເປັນເຂົ້າລາວແລະໄທ.

“ຈີນປິດດ່ານແລ້ວ ເຂົ້າຈີນບໍ່ເຂົ້າລາວເລີຍດຽວນີ້ນ່າ ເຂົ້ານີ້ເຂົາຊື້ໄປກັກຕຸນໄວ້ຫລາຍເປົາ ເຂົາກັກຕຸນໄວ້່ຂາຍເຂົ້າສານຫັ້ນ ໄດ້ຂາຍດີຢູ່.”

ເມື່ອປີ  2019 ປະເທດລາວໄດ້ປະເຊີນກັບພັຍນ້ຳຖ້ວມຢ່າງຫນັກ ພຶ້ນທີ່ເຂົ້ານາປີ ໃນ 6 ເແຂວງພາກໃຕ້ ໄດ້ຮັບຄວາມເສັຽຫາຍເກືອບຮອດ 1 ແສນ ເຮັກຕາ ເຮັດໃຫ້ການເກັບກ່ຽວເຂົ້າ ໄດ້ພຽງແຕ່ 3 ລ້ານ ກວ່າຕັນ ຊຶ່ງບໍ່ເປັນໄປຕາມຄາດຫມາຍ ທີ່ໄດ້ວາງໄວ້ ປະມານ 4 ລ້ານ ປາຍເຮັກຕາ ສົ່ງຜົລໃຫ້ເຂົ້າຂາດຕລາດ ແລະ ມີຣາຄາແພງ ເຮັດໃຫ້ຫລາຍແຂວງເອົາເຂົ້າຈາກຄັງກາງ ອອກມາຂາຍ ໃນຣະາຄາຖືກກວ່າ ຕລາດໃຫ້ປະຊາຊົນ ຢູ່ນະຄອນຫລວງວຽງັຈ ສາຣະວັນ ແລະຄຳມ່ວນ ແລະບາງແຂວງ ໃນເຂດພາກເຫນືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.