ຜູ້ເຄາະຮ້າຍຈາກພັຍນ້ຳຖ້ວມ ກໍາລັງ ລໍາບາກ
2017.10.16

ອົງການສະພາກາຊາດ ປະຈຳນະຄອນຫລວງວຽງຈັນ ຕ້ອງການ ເຂົ້າສານອາຫານແຫ້ງ ຢາປົວພຍາດ ແລະເຄື່ອງນຸ່ງຫົ່ມ ຢ່າງຫຼວງຫຼາຍ ເພື່ອໄປຊ່ອຍເຫຼືອ ປະຊາຊົນ ຜູ້ເຄາະຮ້າຍ ຈາກນ້ຳຖ້ວມ ແລະດີນເຈື່ອນ ໃນຈຳນວນ 60 ບ້ານ ໃນທົ່ວປະເທດ ໂດຍສະເພາະໃນເຂດ ຫ່າງໄກສອກຫຼີກ ໃນແຂວງອຸດົມໄຊ ແຂວງຫຼວງພຣະບາງ ແລະ ແຂວງຫົວພັນ ຊື່ງເປັນບ່ອນທີ່ ຖືກນ້ຳຖ້ວມ ຫລາຍກວ່າຫມູ່. ດັ່ງເຈົ້າ ຫນ້າທີ່ ຫ້ອງການ ສະພາກາຊາດ ທ່ານນຶ່ງກ່າວໃນມື້ວັນທີ 16 ຕຸລານີ້ວ່າ:
"ເຂົ້າສານອາຫານແຫ້ງຫັ້ນແຫລະ ເຄື່ອງນຸ່ງຖືພວກສະບູ ແຟບ ຢາກໄດ້ອີ່ຫລີ ກໍເປັນແສນພຸ້ນແລ້ວ ເພາະນັບວ່າຖ້ວມ ຫລາຍບ່ອນເນາະ ໂອ້ຍຫລາຍ ສີ່ຫ້າຫົກສີບ ບ້ານພຸ້ນແຫລະ ເມືອງຊຳໃຕ້ ຖ້ວມ ປະມານ 10 ບ້ານ ດີແທ້ແມ່ນ ເຂົ້າສານອາຫານແຫ້ງ ເພາະມັນຊີ່ແກ້ໄຂ ຊີວີດປະຈຳວັນ ຂອງ ຂະເຈົ້າກ່ອນ".
ທ່ານກ່າວຕື່ມວ່າ ໃນປັດຈຸບັນຫລາຍບ້ານ ຍັງຕ້ອງການຄວາມຊ່ອຍເຫລືອ ຢ່າງຮີບດ່ວນ ໂດຍສະເພາະ ຫມູ່ບ້ານທີ່ຖືກຕັດຂາດ ຈາກໂລກ ພາຍນອກ ບໍ່ສາມາດເຂົ້າມາ ໃນເມືອງໄດ້ ຂາດອາຫານ ການກີນ ເຄື່ອງໃຊ້ໃນຊີວີດ ປະຈຳວັນ ຮ່ວມທັງອາຫານ ການກິນ ເຄື່ອງນຸ່ງຫົ່ມ ບາງພື້ນທີ່ ກໍເຂົ້າໄປຫາຍາກ ແລະລຳບາກ ເຮັດໃຫ້ການ ຊ່ອຍເຫລືອຫລ້າຊ້າ.
ຢູ່ເມືອງຊຳໃຕ້ ແຂວງຫົວພັນ ໃນມື້ວັນທີ 10 ຕຸລາ ຜ່ານມາ ກໍມີນ້ຳປ່າໄຫລຊຸ ເຂົ້າມາຖ້ວມບ້ານເຮືອນ ປະຊາຊົນຈຳນວນ 37 ຄອບຄົວ ເຮັດໃຫ້ເຮືອນປະຊາຊົນ ເສັຽຫາຍປະມານ 7-8 ຫລັງ ເສັ້ນທາງຖືກຕັດຂາດ ໃນບາງຈຸດກໍມີດິນເຈື່ອນ ເຮັດໃຫ້ການຊ່ອຍເຫລືອ ລຳບາກ. ດັ່ງຮອງພໍ່ບ້ານທີ່ເມືອງຊຳໃຕ້ ເວົ້າວ່າ:
"ເຄື່ອງນຸ່ງກັບອາຫານກິນ ພໍຫລາຍສົມຄວນ 7-8 ເຮືອນຫະ ໄຮ້ເຄື່ອງນຸ່ງ ນັກຮຽນກໍໄຮ້ ເຄື່ອງຮຽນ ສົ້ງເສື້ອຮັກສາໄວ້ຂ້າງລ່າງ ມີຄົນຢູ່ ໂຮງຮຽນ ແລ້ວກໍຢູ່ນຳອ້າຍນ້ອງ ເຂົາຫັ້ນ ອັນນີ້ ທາງກໍເຂົ້າ ບໍ່ໄດ້ແລ້ວ ບໍ່ໄດ້ມີ ທາງເຈື່ອນຫມົດ ທາງກໍດີ".
ທ່ານກ່າວຕື່ມວ່າ ສຳລັບຄອບຄົວທີ່ເຮືອນເພພັງ ໃນປັດຈຸບັນ ກໍໄປອາສັຍຢູ່ໃນໂຮງຮຽນຈຳນວນນຶ່ງ ແລະອີກຈຳນວນນຶ່ງ ກໍໄປອາສັຍຢູ່ນຳ ຍາດພີ່ນ້ອງ ນອກຈາກນັ້ນ ພື້ນທີ່ໃນໂຮງຮຽນ ບາງແຫ່ງ ກໍຖືກນ້ຳຖ້ວມ ອຸປກອນການຮຽນການສອນ ກໍເສັຍຫາຍຫມົດ ແຕ່ໂຮງຮຽນຍັງ ເປີດສອນຢູ່.