ອົງການກວດສອບພົບວ່າ "ມີຄົນເຈົ້າ ມີຄົນຂ້ອຍ"

ອຸ່ນແກ້ວ ສຸກສະຫວັນ
2020.11.20
F-corruption ສານທີ່ແຂວງຫົວພັນ ຕັດສິນຈຳຄຸກ ພະນັກງານຣັດ 10 ຄົນ ຖານສໍ້ໂກງ. ເປັນໂຕຢ່າງນຶ່ງທີ່ ເຈົ້າໜ້າທີ່ບໍານານ ຢູ່ແຂວງຈຳປາສັກ ກ່າວວ່າ; ການກວດກາມັນເປັນລັກສນະ "ຫຼົບບ່ອນແຂງ ແທງບ່ອນອ່ອນ" ແລະ ບັນຫາເສັ້ນສາຍ "ຄົນເຈົ້າ ຄົນຂ້ອຍ"
File photo: Citizen journalist

ການກວດສອບທີ່ເຫັນຣາຍຮັບເພີ່ມ ບໍ່ມອບເຂົ້າງົບປະມານ ຊຶ່ງເປັນບັນຫາຊຳເຮື້ອ ທີ່ເກີດຂຶ້ນຢູ່ປະເທດລາວ ແລະ ເຖິງວ່າກວດພົບກໍຍັງ ບໍ່ສາມາດປະຕິບັດລະບຽບວິນັຍ ຕໍ່ເຈົ້າໜ້າທີ່ຣັຖ ທີ່ກະທຳຜິດວິນັຍ ທາງການເງິນໄດ້.

"ຫຼາຍຄົນ ກໍໃຫ້ເຫດຜົນວ່າ ເປັນຍ້ອນຜູ້ປະຕິບັດໜ້າທີ່ ປະຕິບັດກົດໝາຍແບບ ຫຼົບບ່ອນແຂງ ແທງບ່ອນອ່ອນ ຫຼື ທຳນອງທີ່ວ່າ ໄກເຫັນຕີນງູ ງູເຫັນນົມໄກ່." 

ເຈົ້າໜ້າທີ່ທ່ານນຶ່ງ ຢູ່ ແຂວງຈຳປາສັກ ກ່າວວ່າ ບັນຫາງົບປະມານ ບໍ່ມອບເຂົ້າຣັຖ, ການກວດກາມັນເປັນລັກສນະ ຫຼົບບ່ອນແຂງ ແທງບ່ອນອ່ອນ:

"ຕາມທີ່ຕິດຕາມມາ ຍັງເປັນລັກສນະ ຫຼົບບ່ອນແຂງ ແທງບ່ອນອ່ອນ ອ້າວຜູ້ໃດມີທີ່ພັກພິງ ອີງຫຼັງສູງກະຖອຍອອກ ຜູ້ໃດແຂງບໍ່ພໍກະ ສຽບ ເປັນແນວນັ້ນມັນກະຄວາມໝາຍຈັ່ງຊັ້ນຫຼະ, ອັນນີ້ຫຼະ ຫຼົບບ່ອນແຂງ ແທງບ່ອນອ່ອນ ພະຍາໜູນຫຼັງໃຜກະບໍ່ຢ້ານຄື ສໄມເກົ່າ."

ປະຊາຊົນແຂວງຈຳປາສັກ ທ່ານນຶ່ງກ່າວວ່າ ງົບປະມານມັນຮົ່ວໄຫຼ ກໍເປັນຍ້ອນວ່າ ມີການສໍ້ໂກງກັນຫຼາຍ ຢູ່ໃນໜ່ວຍງານຂອງພັກ-ຣັຖ ເປັນບັນຫາຊຳເຮື້ອ ທີ່ບໍ່ສາມາດແກ້ໄຂໄດ້:

"ງົບປະມານການຮົ່ວໄຫຼມັນບໍ່ດີ ກະຍ້ອນວ່າ ການສໍ້ໂກງໃນໜ່ວຍງານ ຂອງພັກ-ຣັຖນິ້ີ້, ນີ້ຄືບັນຫາມັນດ້ານງົບປະມານການຮົ່ວໄຫຼເນາະ ພໍ່ບ້ານກະກິນພໍພໍ່ບ້ານ ຕາແສງກະກິນພໍຕາແສງ ຜູ້ໃຫຍ່ກະມັນກະບໍ່ ດຸ່ນດ່ຽງກັນເນາະ ໃຜເຮັດກະໃຜກິນ ເສັ້ນສາຍຂະເຈົ້າຊິເຮັດກັນ ກະເຮັດບໍ່ໄດ້ ຄືບັນຫາແນວນັ້ນ ຈັ່ງວ່າ ກະເວົ້າຢູ່ໃນການສໍ້ຣາສບັງຫຼວງ ອອກເປັນຕົນເຫັນໂຕເຮົາກະເຫັນຢູ່ ຄືບັນຫາແນວນັ້ນຫຼະ ມັນເກີດຂຶ້ນ ຢູ່ປະເທດລາວເຮົາ  ບໍ່ມີຄວາມໂປ່ງໄສ ແຫຼະເພາະວ່າ ເຈົ້າກະກິນຂ້ອຍກະກິນ."

ການກວດກາເລື່ອງງົບປະມານຮົ່ວໄຫຼ ຢູ່ປະເທດລາວ ບໍ່ສາມາດກວດສອບໄດ້ ຍ້ອນວ່າ ເຈົ້າໜ້າທີ່ຮູ້ກັນ ແບບໄກ່ເຫັນດຕີນງູ -ງູເຫັນນົມ ໄກ່. ເຈົ້າໜ້າທີ່ບຳນານ ທ່ານນຶ່ງໄດ້ໃຫ້ສໍາພາດວ່າ:

ເຈົ້າໜ້າທີ່ບຳນານ: "ອັນນີ້ມັນກະເປັນພຍາດຊຳເຮື້ອ ມາແຕ່ດົນແລ້ວກົດໝາຍມີ ແຕ່ວ່າຍ້ອນເພິ່ນນີ້ບໍ່ປະຕິບັດກົດໝາຍ ເຮັດໃຫ້ກົດໝາຍ ມັນເຊື່ອມ ຄຸນນະພາບ ບໍ່ສັກສິດ ພຍາດໂຕນີ້ມັນກະເກີດຂຶ້ນ ເພາະວ່າ ແຕ່ກີ້ນີ້ ມັນມີຢາເດ້ ຢາປາບສໍ້ຣາສບັງຫຼວງ ມີມັນກະໝົດຄຸນແລ້ວ ສະນັ້ນມັນຈຶ່ງເກີດບັນຫານີ້ຂຶ້ນມານີ້ ມີຕັ້ງແຕ່ພື້ນຖານຂຶ້ນມາ."

ນັກຂ່າວ: ເຈົ້າ.

ເຈົ້າໜ້າທີ່ບຳນານ: "ໃນເມື່ອ ຮູ້ຈັກວ່າ ຜູ້ທີ່ວ່າ ຜິດກົດໝາຍ ແຕ່ວ່າບໍ່ປະຕິບັດວິນັຍ ຜູ້ທີ່ຜິດ ອັນນີ້ລະ ມັນຈຶ່ງເຮັດໃຫ້ພຍາດນີ້ລະບາດ ລະກະຊຳເຮື້ອມາ."

ນັກຂ່າວ: ມັນເປັນຍ້ອນຫຍັງເພິ່ນຈຶ່ງບໍ່ແກ້ຕະຫຼອດນີ້?

ເຈົ້າໜ້າທີ່ບຳນານ: "ມັນບໍ່ແມ່ນບຸກຄົນນ່າ ມັນເປັນກຸ່ມນ່າ ນີ້ນະ ມັນເປັນກຸ່ມ ມັນເປັນເຄື່ອນ່າບໍ່ແມ່ນຜູ້ດຽວເດ້ ຍ້ອນແນວນັ້ນແຫຼະ ເຂົາຈຶ່ງ ບໍ່ກ້າ ມັນບໍ່ແມ່ນແຕ່ວ່າເລື່ອງສໍ້ຣາສບັງຫຼວງ ມັນຫຼາຍເລື່ອງນັບແຕ່."

ນັກຂ່າວ: ເພິ່ນກະຮູ້ໄດ໊ ວ່າງົບປະມານນີ້ ພາກສ່ວນໃດບໍ່ສົ່ງ ອົງການໃດບໍ່ມອບເຂົ້າຫັ້ນນ່າ ແຕ່ວ່າ ເປັນຫຍັງເພິ່ນຈຶ່ງຄ່ອຍວ່າແກ້ໄຂບໍ່ໄດ້?

ເຈົ້າໜ້າທີ່ບຳນານ: "ອ້າວ! ຜູ້ແກ້ໄຂບໍ່ໄດ້ແທ້ ຜູ້ແກ້ໄຂກະມີສ່ວນຄືກັນເດ້ ມັນກະມີເບື້ອງຫຼັງຄືກັນເດ້ ຄືເບື້ອງຫຼັງນີ້ ບໍ່ແມ່ນສາຍດຽວນີ້ ມັນສາຍອື່ນພຸ້ນເຫັນບໍ່ ຖ້າວ່າເຈົ້າເຮັດເຂົາ ເຂົາກະຄຽດເຈົ້າຄືກັນ ເພາະໄກ່ ມັນເຫັນຕີນງູ ງູເຫັນນົມໄກ່ ຫັ້ນນ່າ, ສູ່ມື້ນີ້ ບັນຫາມັນນ່າ ຕັ້ງແຕ່ຮູ້ຢູ່ເຫັນເຕັມຫູເຕັມຕາ ກະຍ້ອນຫຍັງກະຍ້ອນອັນນີ້ແຫຼະ."

ແລະ ປະຊາຊົນ ອີກທ່ານນຶ່ງກ່າວວ່າ ຖ້າວ່າງົບປະມານບໍ່ເຂົ້າ ໜ່ວຍງານຮັບຜິດຊອບຄື ບໍ່ລົງໄມ້ລົງມື - ປະຕິບັດຕາມລະບຽບການໃຫ້ ເປັນຈິງເປັນຈັງ ເພາະວ່າ ປະຊາຊົນກໍຢາກຮູ້.

ນັກຂ່າວ: ເປັນຈັ່ງໃດເລື່ອງງົບປະມານບໍ່ເຂົ້າກວດພົບຢູ່ຕະຫຼອດ ທີ່ວ່າ ສະພາແຫ່ງຊາດເພິ່ນມີການອະພິປາຍກັນນີ້ນະ?

ປະຊາຊົນ: "ຖານະປະຊາຊົນເນາະ ຄຳວ່າງົບປະມານບໍ່ເຂົ້າ ໜ່ວຍງານກວດສອບ ຂອງກະຊວງ ຫຼືວ່າ ຜແນກກວດສອບ ຄືບໍ່ລົງໄມ້ລົງມື ຢ່າງເປັນຈິງເປັນຈັງ ມັນໄປຕົກຄ້າງຢູ່ໃສ ອັນງົບປະມານທີ່ວ່ານັ້ນນະ ອັນນີ້ ພວກເຮົາເປັນປະຊາຊົນ ພວກເຮົາກະຢາກຮູ້ຄືກັນ ວ່າຢູ່ນຳໃຜ ອັນວ່າ ງົບປະມານທີ່ກວດສອບເຫັນນີ້. ກະຢາກໃຫ້ ໂດຍສະເພາະກະຜູ້ແທນທັງຫຼາຍ ນຳຖາມແຫຼະຜແນກໜ່ວຍງານກວດສອບ ເປັນຕົ້ນ ໜ່ວຍງານ ກວດສອບຂັ້ນທ້ອງຖິ່ນເບາະ ຂັ້ນແຂວງຂັ້ນກະຊວງ ກະຕ້ອງອະທິປາຍ ກະຈ່າງແຈ້ງ ໃຫ້ສັງຄົມຮູ້ ອັນນີ້ ກະມີແຕ່ມາແຈ້ງ ກັບສະພາຊື່ໆ ລະບໍ່ດຳເນີນຕໍ່ ລະຄວາມໝາຍວ່າແນວໃດ."

ນັກຂ່າວ: ລະແລ້ວໄປເລີຍເບາະ ຄືວ່າຈັ່ງໃດ ຫຼັງຈາກແຈ້ງລະ?

ປະຊາຊົນ: "ເຮົາຄິດວ່າ ກະຄືຊິແນວນັ້ນຕົ່ວ ເພາະວ່າ ສະພາຊຸດນີ້ ກະຊິໝົດລະເດ້ ສະພາຊຸດນີ້ ກະຖືວ່າໝົດລະ."

ນັກຂ່າວ: ມັນເປັນຈັ່ງໃດ ເພິ່ນຄືເວົ້າກັນຢູ່ຕະຫຼອດ ມັນຄືແກ້ໄຂກັນບໍ່ໄດ້?

ປະຊາຊົນ: "ກະນີ້ນິແຫຼະເຮົາວ່າ ຕາມທັສນະປະຊາຊົນລະ ບໍ່ຕ້ອງມີຊະໜ່ວຍງານກວດສອບ ກວດໄປແລ້ວລະບໍ່ເຮັດຫຍັງຫັ້ນນະ, ເທົ່າທີ່ ເຮົາຮູ້ກະບໍ່ເຫັນວ່າຊິ ດຳເນີນຄະດີ ທ່ານນີ້ ເຮົາຢຶດລະເດ້ເຮືອນລາວ ລົດລາວ ຫຼື ທ່ານ ກໍ ທ່ານ ຂໍ ຈັ່ງຊີ້ເນາະ ບໍ່ເຫັນຢຶດ ກະຍັງຄືເກົ່າ ບັນດາເຈົ້ານາຍ ເຈົ້າໜ້າທີ່ທີຜ່ານມາ ເຮົາຮູ້ເນາະ. ເວົ້າຄວາມມັນໝົດຊາ ຄື ອາດີດຣັຖມົນຕຼີ ການເງິນຈັ່ງຊີ້ ສວນວາຍ ສວຍຫຍັງກະຍັງຢູ່ ຄືເກົ່າເດ້ ຢູ່ປາກຊາບບໍ່ເຫັນຢຶດ ຄື ພູເພັດ ຄຳພູນວົງ ຫັ້ນເດ້. ອ້າວ ເຮືອນລາວຢູ່ໂພນພະເນົາ ກະຍັງຢູ່ຄືເກົ່າຫັ້ນເດ້."

ບັນດາສະມາຊິກ ສະພາແຫ່ງຊາດ ໄດ້ມີການອະພິປາຍ ກ່ຽວກັບການກວດສອບຣາຍຮັບບໍ່ມອບເຂົ້າງົບປະມານ ຢູ່ໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 8. ທ່ານ ທິບພະຈັນ ໂພໄຊ ສະມາຊິກສະພາແຫ່ງຊາດເຂດ 12 ແຂວງຄຳມ່ວນ ໄດ້ກ່າວ ຕອນນຶ່ງວ່າ:

"ຄະນະພັກຄະນະນຳອົງການປົກຄອງ ສ່ວນຫຼາຍ ຍັງບໍ່ໄດ້ປະຕິບັດເຂັ້ມງວດ ຕາມຂັ້ນຕອນກົດໝາຍ ຄະນະພັກຄະນະນຳອົງການປົກຄອງ ຈຳນວນນຶ່ງ ບໍ່ທັນເອົາໃຈໃສ່ແກ້ໄຂຜົນ ການກວດສອບ ໂຕນີ້ກະ ຖືກຫັ້ນແຫຼ້ວ ຫຼັງຈາກກວດສອບເຫັນແລ້ວ ກວດກາເຫັນແລ້ວ ມອບໃຫ້ ອົງການກ່ຽວຂ້ອງໜີ້ ເປັນການແກ້ໄຂ ອັນນັ້ນຕາມກົດໝາຍເວົ້າ ແຈ້ງແນວນັ້ນ ແຕ່ອົງການປົກຄອງທ້ອງຖິ່ນ ຫຼືວ່າ ຄະນະພັກຄະນະນຳ ຢູ່ຫັ້ນ ບໍ່ເອົາໃຈໃສ່ໃນການແກ້ໄຂ ໂຕນີ້ ຕ້ອງມີວິທີການແກ້ໄຂ."

ທ່ານ ທິພະຈັນ ໂພໄຊ ຍັງໄດ້ຍົກຄຳເວົ້າ ທ່ານ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ວ່າ ຜູ້ໃດບໍ່ຢາກແກ້ໄຂບັນຫາ ກໍຕ້ອງແກ້ໄຂຜູ້ທີ່ ບໍ່ຢາກແກ້ຫັ້ນ:

"ຍັງຈື່ບໍ່ລືມນາຍົກໄດ້ເວົ້າວ່າ ເກີດຢູ່ບ່ອນໃດ ບ່ອນຫັ້ນແກ້ ບ່ອນໃດແກ້ບໍ່ໄດ້ຕ້ອງ ໃຫ້ອົງການຂັ້ນເທິງລົງໄປແກ້ ຜູ້ໃດບໍ່ຢາກແກ້ຕ້ອງແກ້ ຜູ້ບໍ່ຢາກແກ້ຫັ້ນນ່າ ຢາກເວົ້າແນວນັ້ນນ່າ ຈັ່ງຊັ້ນຢູ່ໃນຍັງຊິເວົ້າຢູ່ວ່າ ບໍ່ເອົາໃຈໃສ່ ບໍ່ເອົາໃຈໃສ່ ຕ້ອງແກ້ຜູ້ບໍ່ເອົາໃຈໃສ່ຫັ້ນ ອັນນີ້ນາຍົກ ໄດ້ເວົ້າລະເດ້ ຂ້າພະເຈົ້າກະໄດ້ຍິນລະເດ້ ຢູ່ສະພາເພິ່ນເວົ້າ ໃນຄັ້ງປະຖົມມະເລີກ ຈັ່ງຊັ້ນພວກເຮົາ ກະຕ້ອງໄດ້ປະຕິບັດ ຄັນບໍ່ດັ່ງນັ້ນ ລະກະ ໂຍນໄປ ໂຍນມາ ຄືຊຸດທີ່ 7 ຜູ້ແທນໄດ້ເວົ້າຫັ້ນ."

ໃນວັນທີ 27 ຕຸລາ 2020 ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8, ຍານາງ ວຽງທອງ ສີພັນດອນ ປະທານ ອົງການກວດສອບແຫ່ງລັດ ຊຶ່ງຢູ່ພາຍໃຕ້ ອົງການກວດກາຣັຖບານ ໄດ້ຣາຍງານ ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງຣັດ ປະຈຳປີ 2019 ນີ້ວ່າ: ໄດ້ກວດສອບເຫັນຣາຍຮັບເພີ່ມ ທີ່ບໍ່ມອບເຂົ້າງົບປະມານແຫ່ງຣັດ ຈຳນວນ 330 ຕື້ກີບ. ໃນນັ້ນ, ຂັ້ນສູນກາງຈຳນວນ 190 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 140 ຕື້ກີບ.

ນອກຈາກນີ້ ໃນປີ 2019 ອົງການກວດກາຣັຖບານ ໄດ້ຣາຍງານວ່າ ມີເຈົ້າໜ້າທີ່ ພັກ-ຣັຖ ເກືອບ 1,000 ຄົນ ທຸຈຣິດ ໃນໂຄງການ ພັທນາຕ່າງໆຂອງຣັຖບານ ຈໍານວນ 100 ໂຄງການ ເຮັດໃຫ້ ຣັຖເສັຍຫາຍ ຢ່າງມະຫາສານ ຮວມເປັນເງິນ 800 ຕື້ກີບ, 600 ພັນໂດລາ, ເກືອບ 300 ລ້ານບາດ ແລະ 30 ພັນຢວນ ຊຶ່ງສ່ວນໃຫຍ່ເປັນໂຄງການພັທນາ ທີ່ຣັຖບານ ກູ້ຢືມເງິນ ແລະໄດ້ຮັບການຊ່ອຍເຫຼືອລ້າ ຈາກ ຕ່າງປະເທດ.

ແຕ່ມາເຖິງປັດຈຸບັນນີ ຣັຖບາລລາວ ກໍຍັງບໍ່ເປີດເຜີຍວ່າ ໄດ້ປະຕິບັດວິໄນ ແລະລົງໂທດເຈົ້າໜ້າທີ່ພັກ-ຣັຖ ຜູ້ກະທໍາຜິດນັ້ນແນວໃດ ແລະ ລົງໂທດໄປແລ້ວ ຈັກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.