ຝຶກສີມືແຮງງານ ຂແນງຕັດຫຍິບ
2021.09.02

ອົງການສາກົລ ລະຫວ່າງປະເທດ ເພື່ອການໂຍກຍ້າຍ ຖິ່ນຖານ ຫຼື International Organization for Migration (IOM) ປະຈຳ ປະເທດລາວ ຮ່ວມກັບ ກົມພັທນາ ສີມືແຮງງານ ແລະ ຈັດຫາງານ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ໄດ້ຈັດ ອົບຮົມ ພັທນາ ສີມືແຮງງານ ໃຫ້ແກ່ ຄົນງານລາວ ທີ່ເດີນທາງ ກັບມາຈາກ ປະເທດໄທຍ ໃນໄລຍະ ການແຜ່ຣະບາດ ຂອງເຊື້ອ ໂຄວິດ-19 ໂດຍມີ ຈຸດປະສົງ ເພື່ອສົ່ງເສີມ ໃຫ້ຄົນງານລາວ ກຸ່ມດັ່ງກ່າວ ນຳທັກສະ ແລະ ຄວາມຮູ້ ກ່ຽວກັບ ການຕັດຫຍິບ ໄປໃຊ້ ໃນການປະກອບ ອາຊີບ ເພື່ອໃຫ້ເຂົາເຈົ້າ ມີວຽກເຮັດງານທຳ.
ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ທີ່ເຮັດວຽກ ໃນອົງການ ດ້ານການພັທນາ ສີມືແຮງງານ ສາກົລ ທີ່ຂໍສງວນຊື່ ແລະ ອົງກອນ ກ່າວວ່າ ທາງໜ່ວຍງານ ຂອງທ່ານ ໄດ້ຈັດອົບຮົມ ພັທນາ ສີມືແຮງງານ ກ່ຽວກັບ ດ້ານທັກສະ ການຕັດຫຍິບ ໃຫ້ແກ່ ຄົນງານລາວ ທີ່ເດີນທາງ ກັບມາຈາກ ປະເທດໄທຍ ຮວມທັງ ປະຊາຊົນ ທົ່ວໄປ ທີ່ສົນໃຈ ຍ້ອນວ່າ ໃນໄລຍະນີ້ ທັກສະ ໃນຂແນງ ການຕັດຫຍິບ ກຳລັງ ເປັນທີ່ຕ້ອງການ ຂອງຫົວໜ່ວຍ ໂຮງງານ ຈຳນວນຫຼາຍແຫ່ງ, ດັ່ງທ່ານ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ເມື່ອວັນທີ 01 ກັນຍາ 2021 ນີ້ວ່າ:
“ເລັງເຫັນວ່າ ຕລາດ ຕ້ອງການແທ້ໆ ມີແຕ່ ຕັດຫຍິບ ໃນໄລຍະນີ້ ກໍເລີຍວ່າ ໂອເຄ ຄັນຊັ້ນ ຝຶກແຕ່ຕັດຫຍິບ ຂະເຈົ້າ ສາມາດ ມີວຽກເຮັດເລີຍ ຫຼັງຈາກ ທີ່ຂະເຈົ້າ ຝຶກແລ້ວຫັ້ນນ່າ ຊັ້ນເອົາ ໂຕທີ່ວ່າ ເພິ່ນມີວຽກ ຮອງຮັບແລ້ວ ລະກາ ຝຶກຂະເຈົ້າ ສຳລັບ ເຂົ້າວຽກ ໂຕນີ້ເລີຍ.”
ທ່ານກ່າວຕື່ມວ່າ ການຈັດຝຶກອົບຮົມ ແລະ ພັທນາ ສີມືແຮງງານ ໄລຍະສັ້ນນີ້ ຈັດຝຶກອົບຮົມ ພຽງແຕ່ ເດືອນສິງຫາ ທີ່ຜ່ານມາ ຢູ່ສູນພັທນາ ສີມືແຮງງານ 4 ແຫ່ງ ໃນທົ່ວປະເທດ ເປັນຕົ້ນແມ່ນ ສະຖາບັນ ພັທນາ ສີມືແຮງງານ ລາວ-ເກົາຫຼີ ຢູ່ນະຄອນຫຼວງວຽງຈັນ, ສູນພັທນາ ສີມືແຮງງານ ນະຄອນຫຼວງວຽງຈັນ, ສູນພັທນາ ສີມືແຮງງານ ແຂວງສວັນນະເຂດ ແລະ ສູນພັທນາ ສີມືແຮງງານ ແຂວງຈຳປາສັກ. ໂດຍແຕ່ລະສູນ ມີຜູ້ເຂົ້າຮັບ ການຝຶກອົບຮົມ ທັງໝົດ 140 ຄົນ ປັຈຈຸບັນ ຜູ້ເຂົ້າຮັບ ການຝຶກອົບຮົມ ແຕ່ລະຄົນ ສາມາດ ເຂົ້າເຮັດວຽກ ໃນຂແນງ ການຕັດຫຍິບ ໄດ້ແລ້ວ.
ທ່ານຍັງກ່າວ ອີກວ່າ ທາງອົງການ ດ້ານການພັທນາ ສີມືແຮງງານ ສາກົລ ຍັງບໍ່ທັນມີ ໂຄງການ ໃນລັກສະນະ ດັ່ງກ່າວນີ້ ອີກເພີ່ມຕື່ມເທື່ອ. ແຕ່ທາງໜ່ວຍງານ ກໍກໍາລັງ ພຍາຍາມ ເບິ່ງວ່າ ໂຄງການ ໂຕໃດແດ່ ທີ່ຈະສາມາດ ເຂົ້າມາຊ່ອຍ ສົ່ງເສີມ ແລະ ສນັບສນູນ ນະໂຍບາຍ ໃນການຈັດ ຝຶກອົບຮົມ ພັທນາ ສີມືແຮງງານ ຂອງກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເພີ່ມຕື່ີມໄດ້.
ທາງດ້ານ ເຈົ້າໜ້າທີ່ ປະຈຳສູນ ພັທນາ ສີມືແຮງງານ ກ່າວວ່າ ທາງໜ່ວຍງານ ຂອງລາວ ກໍໄດ້ມີ ການຈັດ ຝຶກອົບຮົມ ໃຫ້ກັບ ຄົນງານລາວ ທີ່ເດີນທາງ ກັບມາຈາກ ໄທຍ ໂດຍຜູ້ສມັກເຂົ້າ ຝຶກອົບຮົມ ສ່ວນຫຼາຍ ເປັນນັກຮຽນ ທີ່ຈົບຊັ້ນ ມ. 7 ແລະ ສາຍສາມັນ ບໍ່ແມ່ນ ສະເພາະ ແຕ່ຄົນງານລາວ.
“ແຮງງານ ທີ່ກັບມາ ແຕ່ໄທຍ ຍັງບໍ່ທັນເຫັນເທື່ອ ຢູ່ໃນນີ້ ແມ່ນເປັນນັກຮຽນ ທີ່ຮຽນຈົບ ພາຍໃນ ປະເທດ ທີ່ຮຽນຈົບ ມ. 7 ຫັ້ນນ່າ ຊາວໜຸ່ມໆ ຜູ້ທີ່ຮຽນຈົບ ສາຍສາມັນ ສ່ວນຄົນງານລາວ ທີ່ເດີນທາງ ກັບມາ ແຕ່ໄທຍ ບາງປີ ກໍມີພໍປີນີ້ ຄືຊິມີຫຼາຍ ກັບມາ ແຕ່ໄທຍ ເປັນເທົ່າໃດ ພັນໆຄົນ ແຕ່ວ່າ ກໍຍັງບໍ່ທັນເຫັນ ຄົນງານ ກຸ່ມນີ້ ມາສມັກ ຮຽນເທື່ອ.
ໃນຂນະທີ່ ເຈົ້າໜ້າທີ່ ປະຈຳສູນ ພັທນາ ສີມືແຮງງງານ ອີກທ່ານນຶ່ງ ໄດ້ກ່າວວ່າ ໂຄງການດັ່ງກ່າວ ມີປໂຍດ ພໍສົມຄວນ ແຕ່ອາດບໍ່ທັນ ໄດ້ຮັບຄວາມນິຍົມ ຈາກຄົນງານລາວ ທີ່ເດີນທາງ ກັບມາຈາກ ໄທຍ ຫຼາຍປານໃດ. ຍ້ອນຄົນງານລາວ ກຸ່ມດັ່ງກ່າວ ຂະເຈົ້ າມີປະສົພການ ຈາກການເຮັດວຽກ ຢູ່ໄທຍ ຈຶ່ງບໍ່ມີ ຄວາມຈຳເປັນ ຕ້ອງການ ເຂົ້າມາ ຝຶກອົບຮົມ ຢູ່ພາຍໃນສູນ ແຕ່ລະແຫ່ງ ເນື່ອງຈາກ ພວກເຂົາເຈົ້າ ຍັງລໍຖ້າ ເດີນທາງ ກັບປະເທດໄທຍ ເພື່ອເຮັດວຽກອີກ ພາຍຫຼັງ ການແຜ່ຣະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ.
“ຂະເຈົ້າ ໄປເຮັດວຽກ ກັບມາ ຂະເຈົ້າ ກໍໄປ ບໍ່ຢາກມາຮຽນຕໍ່ ລະເຂົາເຈົ້າ ສມັກງານ ຕໍ່ເລີຍ ບາງລາຍ ກໍພໍມີທຶນ ເຂົາເຈົ້າ ກໍເປີດເປັນ ຮ້ານອາຫານບໍ່, ຮ້າຍກວ້ຍຕຽວ (ຮ້ານເຝີ) ຂະເຈົ້າ ໄປເຮັດວຽກ ມາແຕ່ໄທຍ ຂະເຈົ້າ ກໍບໍ່ໄດ້ ຢາກມາຮຽນຕໍ່ ມາຍົກຣະດັບ ສີມືເນາະ ໂອກາດ ທີ່ຂະເຈົ້າ ຢາກຈະໄປ ຊິມີຫຼາຍເນາະ ຂະເຈົ້າ ລໍຖ້າ ໄປເຮັດວຽກ ຢູ່ໄທຍ ຄືເກົ່າ ຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ຄົນງານ ທີ່ກັບຈາກໄທຍ ແລະ ໄດ້ຜ່ານ ການເຂົ້າຝຶກອົບຮົມ ຢູ່ພາຍໃນສູນ ພັທນາ ສີມືແຮງງານ ໄດ້ກ່າວວ່າ ລາວເອງ ບໍ່ທັນໄດ້ມີ ຄວາມຮູ້ ເຣື່ອງການຕັດຫຍິບ ມາກ່ອນເທື່ອ ແຕ່ພາຍຫຼັງຈາກ ການໄດ້ເຂົ້າຮັບ ການຝຶກອົບຮົມ ຢູ່ສູນ ດັ່ງກ່າວ ເຮັດໃຫ້ລາວ ສາມາດ ນຳຄວາມຮູ້ ໄປໃຊ້ ໃນການສມັກງານ ແລະ ເຂົ້າເຮັດວຽກ ໃນໂຮງງານຕັດຫຍິຍ ໄດ້ທັນທີ.
“ກໍຫຼາຍຢູ່ ຫຼາຍຢ່າງວ່າ ເຮົາກໍໄດ້ຮຽນຮູ້ ຫຼາຍຢ່າງເນາະ ເຂົາກໍໄດ້ ແນະນຳ ວິທີ ການເຮັດວຽກ ຫັ້ນນ່າ ເຂົາກໍໄດ້ສອນ ເຂົາກໍໄດ້ສອນ ໝົດທຸກຢ່າງ ຫຼາຍຢ່າງເຕີບນະ ຈົນກວ່າ ໂຕເອງ ກໍໄດ້ເປັນ ຫັ້ນແຫຼະ ກໍສາມາດ ເອົາຄວາມຮູ້ ທີ່ເຂົ້າອົບຮົມ ມາໃຊ້ ຢູ່ບ້ານເອງໄດ້ແລ້ວ.”
ຄົນງານລາວ ທີ່ກັບມາ ຈາກໄທຍ ກ່າວວ່າ ການໄດ້ຮັບ ໃບຮັບຮອງ ການຝຶກອົບຮົມ ພາຍຫຼັງ ການເຂົ້າຝຶກອົບຮົມ ຢູ່ສູນດັ່ງກ່າວ ຖືວ່າ ມີປໂຍດຫຼາຍ ຊ່ອຍເຮັດໃຫ້ ລາວເອງ ສາມາດຊອກວຽກ ໃນຂແນງ ງານຕັດຫຍິບ ໄດ້ງ່າຍຂຶ້ນ ຍ້ອນຫຼັກສູດ ການຝຶກອົບຮົມ ຂອງສູນ ມີມາຕຖານ ແລະ ໄດ້ຮັບ ການຍອມຮັບ ຈາກຫົວໜ່ວຍ ໂຮງງານ ຕັດຫຍິບຕ່າງໆ.
ກໍບໍ່ດົນປານໃດ ໄປຮຽນ ເມື່ອຮຽນຈົບມາ ເຮົາກໍອອກວຽກເລີຍ ຢູ່ວຽງ ຫັ້ນນ່າ ມີກໍມີ ບໍຣິສັດ ຮອງຮັບເດ້ ຜູ້ທີ່ມີ ຄວາມສາມາດຫັ້ນນ່າ ມີໃບອີ່ຫຍັງ ຈາກສູນຫັ້ນເນາະ ກໍຊິ ໄດ້ຫາວຽກ ງ່າຍຫັ້ນນ່າ ເຮົາຈົບມາ. ກ່ອນໜ້ານີ້ ໃນປີ 2019 ສູນພັທນາ ສີມືແຮງງານ ຢູ່ນະຄອນຫຼວງວຽງຈັນ ມີນະໂຍບາຍ ເປີດຮັບ ຜູ້ເຂົ້າ ຝຶກອົບຮົມ ເພື່ອຝືກອົບຮົມ ວິຊາຊີບ ແລະ ພັທນາ ສີມືແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ໂດຍຜູ້ສມັກ ບໍ່ຈຳເປັນ ຕ້ອງມີ ໃບຮັບຮອງ ຈົບການສຶກສາ ໃນລະດັບ ມັທຍົມປາຍ ຫຼື ມີປະສົພການ ທີ່ກ່ຽວຂ້ອງ ມາກ່ອນ.
ສຳລັບ ວິຊາຊີບ ທີ່ເປີດສອນ ໃນສູນພັທນາ ສີມືແຮງງານ ຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ ອາດີດ ຈົນມາຮອດ ປັຈຈຸບັນ ມີທັງໝົດ 7 ສາຂາວິຊາຊີບ ເປັນຕົ້ນ ຂແນງປຸງແຕ່ງ ອາຫານ ແລະ ບໍຣິການ, ເສີມຄວາມງາມ (ເສີມສວຍ) ແລະ ຕັດແຕ່ງຜົມ, ອອກແບບ ແລະ ຕັດຫຍິບ, ຕິດຕັ້ງ ໄຟຟ້າ ເຄື່ອງທຳຄວາມເຢັນ ແລະ ປັບອາກາດ, ຄອມພິວເຕີ ແລະ ຂໍ້ມູນຂ່າວສານ ຮວມເຖິງ ຂແນງ ຄຸ້ມຄອງ ບໍຣິຫານ ແລະ ການບັນຊີ ໃຫ້ແກ່ບັນດາ ຊາວໜຸ່ມລາວ ແລະ ປະຊາຊົນ ອ້ອມຂ້າງ ໃນນະຄອນຫຼວງ ວຽງຈັນ ເຊິ່ງສາຂາ ທີ່ໄດ້ຮັບ ຄວາມນິຍົມ ຫຼາຍທີ່ສຸດ ກໍຄື ການໄຟຟ້າ ແລະ ບໍຣິຫານ.