ປະຊາຊົນຮ້ອງທຸກຕ້ອງຊື້ ທໍ່ນໍ້າ

ຈໍາປາທອງ
2016.08.17
f-pipe ການກໍ່ສ້າງເສັ້ນທາງ ຕໍ່ໜ້າບ້ານ ຂອງ ປະຊາຊົນ ເມືອງຄອບ ແຂວງໄຊຍະບູຣີ
RFA/NY

ປະຊາຊົນ ເມືອງຄອບ ແຂວງໄຊຍະບູຣີ ໄດ້ຂຽນຄໍາຮ້ອງທຸກ ເຖິງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເລື້ອງການໃຫ້ ພວກເຂົາເຈົ້າ ຊື້ ທໍ່ຣະບາຍນໍ້າ ໃສ່ທາງເຂົ້າບ້ານ ແຄມທາງ ທີ່ກໍາລັງ ກໍ່ສ້າງຢູ່.

ການກໍ່ສ້າງ ເສັ້ນທາງ ແຕ່ ເມືືອງຄອບ ຫາ ເມືອງຊຽງຮ່ອນ ແຂວງ ໄຊຍະບູຣີ ຍາວ 55 ກິໂລແມັດ ໂດຍແມ່ນ ບໍຣິສັດ ເນົາວະຣັດ ພັທນາຈໍາກັດ ມະຫາຊົນ ຂອງໄທ ເປັນ ຜູ້ຮັບເໝົາ, ແຕ່ໄປໃຫ້ ປະຊາຊົນ ຊື້ທໍ່ ວາງໃສ່ຮ່ອງ ຣະບາຍນໍ້າ ທາງເຂົ້າບ້ານ ນັ້ນເອົາເອງ. ດັ່ງ ປະຊາຊົນ ເມືອງຄອບ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 15 ສິງຫາ ນີ້ວ່າ:

"ໃນນາມຜູ້ນຶ່ງ ທີ່ຖືກຜົນກະທົບ ຈາກໂຄງການ ກໍ່ສ້າງ ແລະ ປັບປຸງ ເສັ້ນທາງ ບ້ານ ທາງໂຄງ ການໄດ້ສ້າງ ຮ່ອງ ແລ້ວ ກໍໃຫ້ ປະຊາຊົນ ຊື້ທໍ່ ມາວາງໃສ່ ເອງ ອາ.. ປະມານ 500 ບາດ".

ທ່ານກ່າວຕື່ຶມາ ການກໍ່ສ້າງເສັ້ນທາງ ດັ່ງກ່າວ ຊັກຊ້າ ເຮັດໃຫ້ ປະຊາຊົນ ໄປມາລໍາບາກ ໃນຍາມຝົນ. ຜແນກຂ່າວສານ ຂອງ ກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ສົ່ງ ຄໍາຮ້ອງທຸກ ຂອງ ປະຊາຊົນ ນັ້ນໃຫ້ ຫ້ອງການ ກະຊວງ ເພື່ອ ພິຈາຣະນາ ຫາທາງ ແກ້ໄຂ, ແຕ່ມາຮອດ ປັດຈຸບັນ ກໍຍັງ ບໍ່ທັນມີ ຄໍາຕອບ.

ກ່ຽວກັບເລື້ອງນີ້, ເອເຊັຍເສຣີ ໄດ້ ໂທຣະສັບ ຫາ ທ່ານ ແພງ ດວງເງິນ ຫົວໜ້າກົມ ຂົວທາງ ກະຊວງ ໂຍທາທິການ ແລະຂົນສົ່ງ ໃນວັນທີ 10 ສິງຫາ, ແຕ່ທ່ານ ບໍ່ຕອບ ຄໍາຖາມ ໂດຍໃຫ້ເຫດຜົນ ວ່າ ທ່ານ ຄາປະຊຸມ, ແລະ ເອເຊັຍເສຣີ ໄດ້ໂທໄປຫາ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງ ໄຊຍະບູຣີ ໃນ ວັນທີ 16 ສິງຫາ ແຕ່ບໍ່ມີໃຜ ຮັບສາຍ.

ໂຄງການສ້າງທາງ ດັ່ງກ່າວ ເປັນໂຄງການ ຮ່ວມມື ຣະຫວ່າງ ຣັຖບານລາວ ແລະໄທ ຜ່ານ ສໍານັກງານ ຄວາມຮ່ວມມື ພັທນາ ເສຖກິດ ກັບ ປະເທດ ເພື່ອນບ້ານ ຫລື ອົງການ ນີດາ ແຫ່ງ ປະເທດໄທ. ໂຄງການດັ່ງກ່າວ ມີມູນຄ່າ ປະມານ 600 ລ້ານບາດ ຊຶ່ງໃນນັ້ນ 80% ເປັນເງິນກູ້ ດອກເບັ້ຽຕໍ່າ ແລະ ເງິນຊ່ວຍເຫຼືອລ້າ 20% -ຕາມບົດຣາຍງານ ປະຈໍາ ເດືອນ ມິຖຸນາ ຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ.

ການກໍ່ສ້າງ ນັ້ນເລີ້ມມາແຕ່ ເດືອນ ພຶສພາ 2014 ແລະຄາດວ່າ ຈະສໍາເຣັດ ໃນເດືອ ນພືສຈິກາ 2016 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.