ຈີນສັມປະທານຕາດກວາງຊີ

ຈໍາປາທອງ
2015.06.23
F-letter ເອກກະສານ ຂໍ້ ຕົກລົງ ການ ອະນຸມັດ ໃຫ້ ຈີນ ສັມປະທານ ບໍຣິເວນ ອ້ອມຮອບ ນໍ້າຕົກ ຕາດກວາງຊີ
Citizen Journalist

ຊາວຫລວງພຣະບາງ ພາກັນ ວິພາກ ວິຈານ, ທີ່ ເຈົ້າແຂວງ ຫຼວງພຣະບາງ ທ່ານ ຄໍາແພງ ໄຊສົມແພງ ໄດ້ ຕົກລົງ ເອົາ ບໍຣິເວນ ອ້ອມ ຕາດກວາງຊີ ໃຫ້ ບໍຣິສັດ ອາໂຈ ກຣຸບ ຂອງຈີນ ສຳປະທານ. ຊາວບ້ານ ທີ່ ບໍ່ ປະສົງ ອອກຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ບໍ່ເຫັນດີ ແຫລວ ສ່ວນຄົນ ຫລວງພຣະບາງ ເຂົາກໍ ບໍ່ເຫັນດີ ແຫລວ, ຄິດວ່າ ປະຊາຊົນ ສ່ວນຫລາຍ ເກີນ 60 - 70 ເປີເຊັນ ເຂົາເຈົ້າ ບໍ່ເຫັນດີ ແຫລວ, ຣາຄາ ເຂົ້າຊົມ ແມ່ນ ຫຍັງ ຕ່າງໆ ມັນ ຈະແພງຂຶ້ນ ຫລື ວ່າ ຕໍ່າລົງ ຖືກລົງ ກະ ບໍ່ມີໃຜ ຮູ້, ແຕ່ວ່າ ຮູ້ ຢູ່ແລ້ວ ວ່າ ຈີນ ມັນເປັນ ແນວໃດ ຫັ້ນນ່າ ກະດີ ແທ້, ກະ ຢາກໃຫ້ ເພິ່ນ ພິຈາຣະນາ ຄືນ ຜົນດີ ຜົນເສັຽ, ສິ່ງ ທີ່ຈະ ຕາມມາ ຫລັກໆ ກະຢາກ ຝາກໃຫ້ ຜູ້ຫລັກ ຜູ້ໃຫຍ່ ເພິ່ນ ຄໍານຶງ ເຖິງ ຜົນປະໂຫຍດ ໃນ ໄລຍະ ຍາວແດ່, ຈະຫວັງແຕ່ ຜົນປະໂຫຍດ ສ່ວນຕົວ ຫລາຍ ມັນ ກໍເປັນໄປ ບໍ່ໄດ້, ຕາດ ກວາງຊີ ເປັນຂອງ ສາທາຣະນະ ຂອງ ເມືອງ ຂອງແຂວງ ເດ້ເນາະ".

ທ່ານກ່າວ ຕື່ມ ອີກວ່າ ກ່ຽວກັບ ເຣຶ່ອງນີ້ ໄດ້ ຍິນ ຄົນຮືຮາ ກັນຢູ່, ຄວາມຈິງ ຮືຮາ ກັນ ມາດົນ ແລ້ວ ແຕ່ເດືອນ ກຸມພາ ເດືອນ ມິນາ ພຸ້ນ. ກອງປະຊຸມ ພັກ-ແຂວງ ກໍໄດ້ຍົກ ບັນຫາ ນີ້ ຂຶ້ນມາ ພິຈາຣະນາ, ແຕ່ ກໍມິດໄປ ດົນເຕີບ ແລ້ວ. ມາບັດນີ້ ກໍ ໄດ້ຍິນວ່າ ໄດ້ມີ ຂໍ້ຕົກລົງ ກັນ.

ກ່ອນໜ້ານີ້ ໜັງສືພຶມຂ່າວສານ ປະເທດ ລາວ, ກໍໄດ້ ຣາຍງານ ໂດຍ ອ້າງອີງໃສ່ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ວ່າ: ຍັງບໍ່ໄດ້ ມີການ ອະນຸມັດ ໃຫ້ ບໍລິສັດ ຈີນ ສໍາປະທານ ເຂດ ຕາດກວາງຊີ ນັ້ນເທື່ອ, ໂດຍ ໃຫ້ ເຫດຜົນ ວ່າ ຍັງຢູ່ໃນ ຂັ້ນຕອນ ການ ປຶກສາ ຫາລື ແລະ ຢູ່ ໃນ ຂະບວນການ ຂຽນ ບົດວິພາກ ກ່ຽວກັບ ຜົນກະທົບ ຕ່າງໆ ຢູ່.

ແຕ່ ໃນ ເວລາ ດຽວກັັນ ນັກຂ່າວ ເອເຊັຽ ເສຣີ ກໍໄດ້ຖາມ ຂໍ້ມູນ ເພີ່ມເຕີມ ນໍາ ທ່ານ ວິທູ ຜູ້ທີ່ເປັນ ເລຂາ ເຈົ້າແຂວງ ຫລວງພຣະບາງ, ແຕ່ ທ່ານ ບໍ່ຕອບ ຄໍາຖາມ, ເອເຊັຽ ເສຣີ ຈຶ່ງໄດ້ ໂທຣະສັບ ໄປຖາມ ເຈົ້າໜ້າທີ່ ຫ້ອງການ, ແລະ ຫົວໜ້າ ຜແນກ ຖແລວງ ຂ່າວ ແຂວງ ຫລວງ ພຣະບາງ, ແຕ່ ກໍຖືກ ປະຕິເສດ ທີ່ ຈະຕອບ ຄໍາຖາມ ເຊັ່ນກັນ. ຂໍ້ ຕົກລົງ ການ ສັມປະທານ ມີຂຶ້ນ ໃນ ເດືອນ ເມສາ ຜ່ານມາ, ແຕ່ ມີຄົນ ນໍາມາ ເຜີຍແພ່ ທາງ ສື່ສັງຄົມ ອອນລາຍ ໃນ ອາທິດ ທີ່ ແລ້ວ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.