ໂຄງການຣົດໄຟກັງວົນ ຊາວບ້ານ

 ໂຄງການປັກແລວທາງຣົຖໄຟ ລາວ-ຈີນ
ໂຄງການປັກແລວທາງຣົຖໄຟ ລາວ-ຈີນ (RFA)

0:00 / 0:00

ຄອບຄົວທີ່ຈະຖືກ ໃຫ້ໂຍກຍ້າຍ ຈາກໂຄງການ ສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ນັ້ນກັງວົນ ວ່າຈະບໍ່ໄດ້ ຮັບ ຄ່າຊົດເຊີຍ ຈາກ ຣັຖບານ ລາວ ຕາມທີ່ ພວກຕົນ ຕ້ອງການ ຫລັງຈາກ ຮູ້ຂ່າວວ່າ ຣັຖບານ ຈະເປັນຜູ້ ກໍານົດ ນະໂຍບາຍ ຄ່າຊົດເຊີຍ ໂດຍທີ່ ປະຊາຊົນ ບໍ່ສາມາດ ຮຽກຮ້ອງ ຫຍັງໄດ້. ດັ່ງ ຄອບຄົວນຶ່ງ ໃນແຂວງ ຫຼວງນໍ້າທາ ທີ່ຈະຖືກ ຜົລກະທົບ ຈາກ ໂຄງການ ນີ້ ເວົ້າຕໍ່ RFA ໃນ ວັນທີ 18 ສິງຫາ ນີ້ວ່າ:

"ພາກສ່ວນກະທົບຫັ້ນແຫລະ ກະທົບເຮືອນ ກະທົບຊານ ຫັ້ນ ຢ້ານແຕ່ ພັກຣັຖເຮົາ ບໍ່ຊົດເຊີຍ ຕາມຮຽກຮ້ອງ ຕ້ອງການ ຫັ້ນແຫລະ ຄິດວ່າຫຼາຍ ກະຊິບໍ່ໄດ້ ໜ້ອຍ ກະຊິບໍ່ໄດ້ ກະຊິແມ່ນ ຕາມຣະບຽບ ຂອງ ພັກຣັຖເຮົາ ໄດ້ກໍານົດ ຫັ້ນແຫລະ".

ທ່ານເວົ້າຕື່ມວ່າ ເບື້ອງຕົ້ນ ເຮືອນ ຂອງຂະເຈົ້າ ບໍ່ໄດ້ຢູ່ ໃນເຂດ ທີ່ຈະສ້າງ ທາງຣົດໄຟ ແຕ່ ຫລັງຈາກ ນັກ ວິຊາການ ຈີນ ເຂົ້າມາແທກ ແລະ ວາງແລວທາງ ໃໝ່ ເມື່ອ ຕົ້ນປີນີ້ ກໍປາກົດວ່າ ຖືກເຮືອນ ຂອງຂະເຈົ້າ ແບບຫຼີກລ່ຽງ ບໍ່ໄດ້ ຈຶ່ງຈະຕ້ອງ ໄດ້ຖືກ ໂຍກຍ້າຍ ແລ້ວ ໄປຊອກຫາ ຊື້ດິນ ບ່ອນໃໝ່ ປຸກເຮືອນ ຊຶ່ງຂ້ອນຂ້າງ ຫາຍາກ ແລະ ຣາຄາແພງ, ຢ້ານວ່າເງິນ ທີ່ຈະໄດ້ ຈາກການ ຊົດເຊີຍນັ້ນ ບໍ່ພຽງພໍ ເພາະເຫັນວ່າ ປັດຈຸບັນ ຣັຖບານ ມີການໃຊ້ຈ່າຍ ຫຼາຍຢູ່ແລ້ວ.

ທ່ານເວົ້າອີກວ່າ ຊາວບ້ານ ສ່ວນຫຼາຍ ຍັງຫວັງວ່າ ໃນທີ່ສຸດ ຣັຖບານ ຈະມີດິນ ຈັດສັນ ໃຫ້ຜູ້ຖືກ ຜົລກະທົບ ກ່ອນທີ່ຈະ ໃຫ້ ໂຍກຍ້າຍ ຫາກບໍ່ໄດ້ ຕົນເຊື່ອວ່າ ຜູ້ຖືກ ຜົລກະທົບ ຈະທຸກຍາກ ກວ່າເກົ່າ ຢ່າງແນ່ນອນ ຊຶ່ງເປັນສິ່ງທີ່ ພວກຂະເຈົ້າ ຢ້ານທີ່ສຸດ.

ຈົນຮອດປັດຈຸບັນ ທາງການລາວ ຍັງບໍ່ໄດ້ ເປີດເຜີຍ ຂໍ້ມູນກ່ຽວກັບ ການຊົດເຊີຍ ແກ່ຜູ້ຖືກ ຜົລກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ. ສ່ວນ ແຂວງອຸດົມໄຊ ນັ້ນ ເຈົ້າໜ້າທີ່ ຍັງບໍ່ສາມາດ ເປີດເຜີຍ ຣາຍລະອຽດ ເຣື່ອງ ຄ່າຊົດເຊີຍໄດ້ ເຊັ່ນກັນ ມີແຕ່ບອກວ່າ ຜູ້ຖືກ ຜົລກະທົບ ຈະໄດ້ຮັບ ຄ່າຊົດເຊີຍ ທັງເປັນເງິນ ແລະ ດິນຈັດສັນ.