ຂ.ຜົ້ງສາລີຈະຍ້າຍເມືອງເອກ

ວຽກງານ ການສ້າງ ເມືອງເອກໃໝ່ ຂອງແຂວງ ຜົ້ງສາລີ ຄ່ອຍໆແລ້ວ ໄປແດ່ແລ້ວ.

ທັມມະຊາດ ແຂວງ ຜົ້ງສາລີ ມີພູຟ້າ ເປັນສັນຍາລັກ fb

 

ວຽກງານ ການສ້າງ ເມືອງເອກໃໝ່ ຂອງແຂວງ ຜົ້ງສາລີ ຄ່ອຍໆສໍາເຣັດ ໄປແດ່ແລ້ວ.

ເມືອງເອກ ແຂວງ ຜົ້ງສາລີ ຈະຍ້າຍຈາກ ເມືອງ ຜົ້ງສາລີ ໄປຢູ່ເມືອງ ບຸນເໜືອ ປັດຈຸບັນ ນີ້ຢູ່ໃນ ຂັ້ນຕອນ ການບຸກເບີກ ພື້ນທີ່ດິນ ສ້າງທາງ ແລະ ສໍາເຣັດ ໄປແລ້ວ 40 ສ່ວນຮ້ອຍ. ນອກນັ້ນ ກໍມີການ ສໍາຫຣວດ ດິນ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການນີ້. ຕາມການ ເປີດເຜີຽ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ:

"ຣັຖບານ ໄດ້ອະນຸມັດ ມາແລ້ວ ມີຢູ່ 36.2 ຕື້ ກີບ ແລ້ວມາຮອດ ປັດຈຸບັນນີ້ ປີນີ້. 1.ແມ່ນພວກເຮົາ ຊໍາລະກ່ຽວກັບ ການຕັດສະພາ ຫັ້ນເນາະ. 2.ແມ່ນສໍາຫຣວດ ເກັບກໍາຂໍ້ມູນ ແລ້ວກໍກໍາລັງ ຊົດເຊີຽ ບັນດາ ກິຈການ ຄົນທີ່ຖືກ ຜົນກະທົບ".

ເຈົ້າໜ້າທີ່ ອະທິບາຍ ວ່າ ປັດຈຸບັນນີ້ ຍັງບໍ່ທັນ ມີການຍ້າຍ ປະຊາຊົນ ອອກຈາກເຂດ ກໍ່ສ້າງເທື່ອ, ແຕ່ວ່າ ໃນອະນາຄົດ ປະຊາຊົນ ບາງສ່ວນ ໃນ ເມືອງບຸນເໜືອ ຈະຕ້ອງຖືກ ໂຍກຍ້າຍອອກ ເພື່ອຫລີກທາງ ໃຫ້ການກໍ່ສ້າງ, ດັ່ງນັ້ນ ຈຶ່ງມີການສໍາຫຣວດ ເພື່ອຈ່າຍຄ່າ ຊົດເຊີຽ ໃຫ້ປະຊາຊົນ.

ໂຄງການຍ້າຍ ເມືອງເອກ ແຂວງ ຜົ້ງສາລີ ຈາກ ເມືອງຜົ້ງສາລີ ໄປຢູ່ ເມືອງບຸນເໜືອ ຫ່າງກັນ 40 ກິໂລແມັດ ໄປທາງຕະເວັນຕົກແມ່ນ ເພື່ອຮອງຮັບ ການຂະຫຍາຍ ກິຈການ ທຸຣະກິຈ ຍ້ອນວ່າ ເມືອງເອກເກົ່າຕັ້ງຢູ່ເທິງພູມີພື້ນທີ່ຈໍາກັດ ໃນການຂຍັບ ຂຍາຍ. ເມືອງເອກໃໝ່ ມີພື້ນທີ່ ພຽງຫລາຍກ່ວາ ສະດວກສະບາຍ ໃນການ ຄົມມະນາຄົນ ຂົນສົ່ງ ໄປທາງທິດເໜືອ ຫລື ທິດໄຕ້ກໍໄດ້. ໂຄງການນີ້ຈະສໍາເຣັດ ຢ່າງສົມບູນອາດໃຊ້ ເວລາເຖິງ 10 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org