ກຸ່ມສິດທິມະນຸດຮວມປະທ້ວງ ທູດລາວ ທີ່ ບາງກອກ

ອົງການ ສິດທິມະນຸດ ຫລາຍອົງການ ຮວມຕົວ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ລາວ ທີ່ ບາງກອກ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.

ມາດາມ ອຶງ ຊຸຍເມັງ ຄົນສິງກະໂປ ຊຶ່ງເປັນ ພັລຍາຂອງ ທ່ານ ສົມບັດ ສົມພອນ ຕອນໃຫ້ສັມພາດ ກັບນັກຂ່າວ ເອເຊັຍເສຣີ RFA

 

ອົງການສິດທິມະນຸດຢູ່ປະເທສໄທຫຼາຍອົງການ ຮວມຕົວກັນໃນວັນອາທິດ ທີ່ 15 ທັນວາ 2013 ນີ້ ປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງ ກອກປະເທສໄທໃນວັນຄົບຮອບ 1 ປີ ທີ່ທ່ານສົມບັດສົມພອນ ຫາຍສາບສູນໄປແລະທວງໃຫ້ທາງການລາວ ສືບສວນຊອກຫາ ທ່ານ ສົມບັດ ສົມພອນ ໃຫ້ໄດ້ກັບຄືນມາສູ່ຄອບຄົວ.

ຢູ່ນະຄອນຫລວງວຽງຈັນ ມາດາມ ອຶງ ຊຸຍເມັງ ພັລຍາຂອງທ່ານສົມບັດ ໄດ້ຈັດພິທີສະແດງຜົລງານຂອງສູນຮ່ວມພັທນາຊຸມຊົນເພື່ອກະຕູ້ນ ແລະຣະນຶກເຖິງການຫາຍສາບສູນຂອງສາມີ ທີ່ຍັງໄຮ້ຮ່ອງຮອຍ.

ທ່ານ Shalmali Gutta ເຈົ້າໜ້າທີ່ອົງການ Focus Global South ທີ່ຮ່ວມການປະທ້ວງຢູ່ຕໍ່ໜ້າສະຖານທູດລາວທີ່ບາງກອກເວົ້າວ່າການ ປະທ້ວງເປັນສິ່ງທີ່ຕ້ອງຫ້າມຢ່າງເຄັ່ງຄັດຢູ່ປະເທສລາວ ຊຶ່ງເປັນປະເທສ ທີ່ປົກຄອງ ດ້ວຍຣະບອບຜະເດັດການ.

ທ່ານວ່າໃນວັນອາທິດນີ້ ມາດາມ ອຶງ ຊຸຍເມັງ ໄດ້ຂຽນຈົດໝາຍສະບັບນຶ່ງເຖິງທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນ ຊຶ່ງພວກເຮົາໄດ້ອ່ານ ຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ບ່ອນທີ່ຜູ້ຕາງໜ້າອົງການ ປະຊາຊົນ ເອເຊັຍ-ຢູໂຣບ ເຄື່ອຂ່າຍຊາວໜຸ່ມ ແມ່ນໍ້າຂອງແລະອົງການຈັດ ຕັ້ງທາງສັງຄົມ ພົລເຮືອນ ທີ່ຕັ້ງຢູ່ປະເທສຍີ່ປຸ່ນ ໄດ້ຮວມຕົວກັນປະມານ 20 ຄົນ. ໃນຈົດໝາຍນັ້ນ ບອກທ່ານ ສົມບັດວ່າ:

“ຜູ້ນໍາຂອງເຈົ້າ ຮວມທັງທ່ານ ຈູມມະລີ ໄຊຍະສອນ ປະທານປະເທສ ໃຫ້ສັນຍາວ່າ ຈະສືບສວນສອບສວນຢ່າງເອົາຈິງເອົາຈັງ ແລະຈະ ຫາຕົວພວກທີ່ເອົາເຈົ້າໄປນັ້ນໃຫ້ພົບ.“

ມາດາມຂຽນວ່າ: ນາງໄດ້ແຕ່ຫວັງວ່າ ສັນຍາຂອງພວກເພີ່ນນັ້ນ ຈະເປັນຄວາມຈິງ ເຖິງແມ່ນເຫດການຜ່ານມາໄດ້ນຶ່ງປີແລ້ວແລະຍັງບໍ່ມີຂ່າວ ຄາວກ່ຽວກັບສະຖານທີ່ ຫລືສະພາບຂອງທ່ານສົມບັດ ແນວໃດເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org