ຊາວບ້ານຢາກໄດ້ດິນເປັນຄ່າ ຊົດເຊີຍ

ສິດນີ
2016.01.14
F-Mouangxay ເມືອງໄຊ ແຂວງອຸດົມໄຊ
Courtesy of Wikipedia

ຊາວບ້ານ ຜູ້ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ທາງຣົດໄຟ ທີ່ ເມືອງໄຊ ແຂວງ ອຸດົມໄຊ ບາງກຸ່ມ ຕ້ອງການດິນ ເປັນຄ່າ ຊົດເຊີຍ ແທນທີ່ ຈະເປັນເງິນ ຍ້ອນຢ້ານວ່າ ບໍ່ມີບ່ອນ ທຳມາ ຫາກິນ ແລະ ປຸກເຮືອນ ຢູ່ ຖ້າເປັນເງິນ ກໍຈະຊື້ ດິນບ່ອນໃໝ່ ຄືນບໍ່ໄດ້ ແລະ ຈະຈ່າຍຫມົດ ໄປຊື່ໆ. ດັ່ງ ເຈົ້າຫນ້າທີ່ ການປົກຄອງ ເມືອງໄຊ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 14 ມົກກະຣາ ນີ້ວ່າ:

"ຫຍຸ້ງຍາກຫຼາຍ ປະຊາຊົນ ສເນີວ່າ ຖ້າວ່າຖືກ ໂຄງການ ຈະໃຫ້ເພິ່ນ ໄປຢູ່ໃສ ເພີິ່ນວ່າ ຫຼາຍຄອບຄົວ 24 ຄອບຄົວ ຄືເວົ້າແຫຼະ ເພິ່ນກະບໍ່ຢາກ ໄດ້ເງິນດອກ ເພາະວ່າ ຖ້າເອົາເງິນ ກໍບໍ່ມີ ບ່ອນຊິຢູ່ ວ່າຊັ້ນ  ຢາກໄດ້ດິນ ຈະບໍ່ມີ ບ່ອນຢູ່ ນະ".

ທ່ານກ່າວ ຕື່ມວ່າ ການທີ່ ຊາວບ້ານ ຕ້ອງການ ທີ່ດິນ ນັ້ນ ເພາະຫວັງວ່າ ຈະໄດ້ປູກຝັງ ຫລື ລົງທຶນ ຄ້າຂາຍ ລ້ຽງຄອບຄົວ ຖ້າເປັນເງິນ ຢ້ານ ຈະບໍ່ພໍ ຊື້ທີ່ດິນ ບ່ອນໃຫມ່ ຍ້ອນ ຣາຄາດິນ ແພງຫຼາຍ. ມາຮອດ ປັດຈຸບັນ ທາງການ ຍັງບໍ່ໄດ້ ໃຫ້ ຣາຍລະອຽດ ກ່ຽວກັບ ການໃຫ້ຄ່າ ຊົດເຊີຍ ແກ່ ປະຊາຊົນ ເທື່ອ ມີແຕ່ເວົ້າວ່າ ຈະໃຫ້ ສົມເຫດ ສົມຜົລ ແຕ່ ປະຊາຊົນ ກໍເປັນຫ່ວງ.

ເຈົ້າຫນ້າທີ່ ທ່ານນີ້ ຍັງກ່າວເຖິງ ກໍຣະນີ ໂຮງຮຽນ ມັທຍົມ ທີ່ເມືອງໄຊ ຈະຖືກມ້າງ ຍ້ອນຖືກ ທາງຣົດໄຟ ທາງການ ແຂວງ ໄດ້ຈັດສັນ ທີ່ດິນ ບ່ອນໃຫມ່ ໃຫ້ສ້າງ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຣາຍລະອຽດ ເທື່ອວ່າ ຈະ ສ້າງ ເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.