ປະຊາຊົນ ປະມານ 400 ຄອບຄົວ ຢູ່ 5 ບ້ານ ເຂດ ບໍ່ເຕັນ ແຂວງ ຫລວງນໍ້າທາ, ທີ່ ຫາກໍ່ຍ້າຍ ມາຈາກ ເຂດ ຄາຊິໂນ ບໍ່ເຕັນ ແດນຄໍາ ໄດ້ 10 ກວ່າ ປີ, ມາຮອດ ປັຈຈຸບັນ ນີ້ ພວກ ເຂົາເຈົ້າ ຈະຖືກ ຍົກຍ້າຍ ອອກຈາກ ແລວ ທາງ ຣົດໄຟ ລາວ-ຈີນ.
ບ້ານ ທີ່ ຈະຖຶກ ຍົກຍ້າຍ ໄດ້ແກ່: ບ້ານ ບໍ່ປຽດ, ບໍ່ເຕັນ, ຕີນຕົກ, ຕີນສານ ແລະ ບ້ານ ນາເຕີຍ. ອີງຕາມ ແຜນການ ຂອງ ຣັຖບານ, ຊຶ່ງ ຊາວບ້ານ ໃນ ໝູ່ບ້ານ ຕ່າງ ກໍມີຄວາມ ກັງວົນ ເພາະ ພວກຕົນ ຖືກ ຍ້າຍມາຈາກ ເຂດ ສ້າງ ຄາຊິໂນ ມາໄດ້ 10 ກວ່າ ປີ ແລ້ວ ຊ້ໍາພັດ ຈະມາຖືກ ຍ້າຍ ອອກຈາກ ໂຄງການ ທາງ ຣົດໄຟ ອີກ. ດັ່ງ ຊາວບ້ານ ຜູ້ທີ່ ຈະຖືກ ຍົກຍ້າຍ ກ່າວ ຕໍ່ເອເຊັຽ ເສຣີ ວ່າ:
“ຜ່ານມາ ພວກເຮົາ ກໍໄດ້ ຍ້າຍມາ ເທື່ອນຶ່ງ ແລ້ວ ຍ້ອນວ່າ ຖືກ ເພີ່ນ ສໍາປະທານ ເຮັດ ຄາຊິໂນ ຫັ້ນເນາະ, ລະບາດນີ້ ຍ້າຍ ມາໄດ້ 10 ກວ່າປີ ລະໄດ້ ຍິນວ່າ ຊິຖືກ ເສັ້ນທາງ ຣົດໄຟ ອີກ ຜົນ ກະທົບ ກະມີ ຫລາຍອັນ ລະບາດນີ້, ໃຫ້ຍ້າຍ ໄປອີກ ການສ້າງ ເສຖກິດ ແມ່ນຫຍັງ ຕ່າງໆເນາະ ມັນ ກໍຫຍຸ້ງຍາກ ຫລາຍ ຜູ້ທຸກ ມັນ ກໍທຸກ ໄປຕິກໆ, ເພາະວ່າ ຍ້າຍ ມາໄດ້ 10 ກວ່າ ປີ ແລ້ວ ຫັ້ນນ່າ ເຮົາສ້າງ ເສຖກິດ ພໍມີ ພໍກິນ, ລະບາດນີ້ ຊິມາຖືກ ເສັ້່ນ ທາງ ຣົດໄຟ ອີກ ໄດ້ຍ້າຍ ອີກ ຄວາມ ຫຍຸ້ງຍາກ ຫລາຍ ອັນ.”
ຢ່າງໃດ ກໍຕາມ ເຂດ ດັ່ງກ່າວ ເປັນເຂດ ຊາຍແດນ ຕິດກັບ ປະເທດ ຈີນ, ຊຶ່ງ ປະຊາຊົນ ທັງ 5 ບ້ານ ໄດ້ ເຂົ້າມາ ອາໄສ ແຕ່ດົນນານ ມາແລ້ວ, ເມື່ອ ປີ 2002, ທາງ ເຈົ້າແຂວງ ຫລວງນໍ້າທາ ໄດ້ເຊັນ ອະນຸມັດ ເຂດ ດັ່ງກ່າວ ໃຫ້ ນັກ ລົງທຶນ ຈີນ ເຂົ້າມາ ສຳປະທານ ສ້າງ ເຂດ ເສຖກິດ ພິເສດ ບໍ່ເຕັນ ແດນຄຳ ຫຼື ກາຊີໂນ, ລະຍະ ສຳປະທານ 99 ປີ ແລະ ສາມາດ ຕໍ່ໄດ້ 3 ຄັ້ງ, ຄັ້ງລະ 30 ປີ.
ໃນການ ຍົກຍ້າຍ ຄັ້ງນັ້ນ ປະຊາຊົນ ໃນ 5 ບ້ານ ທີ່ ໄດ້ຮັບ ຜົນກະທົບ, ແມ່ນໄດ້ ຮັບ ຄ່າ ຊົດເຊີຍ ສະເລັ່ຽ ແລ້ວ ພຽງແຕ່ 30 % ຂອງ ມູນຄ່າ ການ ກໍ່ສ້າງ ບ້ານ ເຮືອນ ແລະ ທີ່ດີນ ທໍາມາ ຫາກິນ ຂອງ ເຂົາເຈົ້າ ເທົ່ານັ້ນ. ໃນ ວັນທີ 8 ກໍຣະກະດາ ຜ່ານມາ, ຢູ່ ກອງປະຊຸມ ສະໄໝ ສາມັນ ເທື່ອ ທີ 9 ຂອງ ສະພາ ແຫ່ງຊາດ ຊຸດທີ 7, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງ ນາຍົກ ຣັຖມົນຕຣີ ຜູ້ ຮັບ ຜິດຊອບ ວຽກງານ ເສຖກິດ ຢືນຢັນ ວ່າ ຈະສ້າງ ທາງ ຣົດໄຟ ລາວ-ຈີນ ແລະ ໄດ້ ຮຽກຮ້ອງ ໃຫ້ ບັນດາ ສະມາຊິກ ສະພາ ແຫ່ງຊາດ ຫລື ສສຊ ຜູ້ທີ່ ຢູ່ ໃນເຂດ ທີ່ ມີໂຄງ ການ ທາງ ຣົດໄຟ ຈະແລ່່ນຜ່ານ ນັ້ນ ໃຫ້ໄປ ບອກຂ່າວ ນີ້ ຕໍ່ ປະຊາຊົນ ຜູ້ທີ່ ຢູ່ ໃນເຂດ ຮັບຜິດຊອບ ຂອງຕົນ.