ແຜນສ້າງທາງຣົຖໄຟໄທ ຢູ່ ຂ.ຄໍາມ່ວນ


2013.03.21
f-3b ຂົວມິຕພາບ ລາວ-ໄທ ເປັນຈຸດເລີ້ມຕົ້ນ ແນວຄິດ ໂຄງການ ທາງຣົຖໄຟ ຂອງໄທ ໃນແຂວງ ຄໍາມ່ວນ
RFA

ໄທ ມີໂຄງການ ສ້າງ ທາງຣົຖໄຟ ເລາະລຽບ ຕາມ ເສັ້ນທາງ ເລຂ 8 ແລະ 12 ໃນແຂວງ ຄໍາມ່ວນ.

ໄທ ມີແຜນ ຈະສ້າງ ທາງຣົດໄຟ ເຊື່ອມຕໍ່ກັບ ວຽດນາມ ໃນ ອະນາຄົດ ຊື່ງເສັ້ນທາງ ດັ່ງກ່າວ ຈະເຣີ້ມຈາກ ແຂວງ ນະຄອນພະນົມ ແລະ ຂ້າມ ຂົວມິຕພາບ ລາວ-ໄທ ແຫ່ງທີ່ 3 ໄປຍັງ ແຂວງຄໍາມ່ວນ ແລ້ວຜ່ານທາງ ເລກທີ່ 8 ແລະ 12 ອອກສູ່ ຊາຍແດນ ວຽດນາມ. ອິງຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ຫໍການຄ້າ ໄທ ທ່ານນື່ງ:

“ທ່ານວ່າ ນາຍຍົກ ຍິ່ງລັກ ໄດ້ບອກວ່າ ເຫັນຄວາມ ສໍາຄັນ ຂອງ ເສັ້ນທາງ ໝາຍເລກ 8 ແລະ 12 ທີ່ ຜ່ານຂົວຂ້າມ ແມ່ນໍ້າຂອງ ແຫ່ງທີ່ 3, ຍານາງ ໄດ້ເນັ້ນ ຢ່າງຊັດເຈນ ຊຶ່ງຖືວ່າ ເປັນຈຸດ ທີ່ດີ ທີ່ທາງ ຫໍການຄ້າ ເຮົາພັກດັນມາ ຢາກໃຫ້ເຫັນ ພາບ ເສັ້ນທາງ ເສັ້ນນີ້ ມີແນວໂນ້ມ ເສັ້ນທາງ ຣົດໄຟ  ໄປສູ່ທ່າເຮືອ ບຸ່ອ່າງ ຂອງ ວຽດນາມ”.

ທ່ານເວົ້າ ຕໍ່ໄປວ່າ ເວົ້າເຖິງ ແຜນການ ດັ່ງກ່າວ ເຄີຍກ່າວ ໃນກອງປະຊຸມ ຜູ້ນໍາ ຍຸທສາດ ຄວາມຮ່ວມມື ທາງເສຖກິດ ຣະຫວ່າງ ແມ່ນໍ້າ (ອິຣະວະດີ) ເຈົ້າພຣະຍາ, ແລະ ນໍ້າຂອງ ຫຼື ACMECS ຄັ້ງທີ່ 5 ທີ່ຈັດຂຶ້ນ ຢູ່ ນະຄອນຫລວງ ວຽງຈັນ ໃນຣະຫວ່າງ ວັນທີ່ 12 - 13 ເດືອນ ມີນາ ທີ່ ຜ່ານມາ ຊື່ງ ທາງພາກຣັຖ ແລະ ພາກ ເອກກະຊົນ ຂອງລາວ ໄທ ແລະ ວຽດນາມ ຕ່າງກໍເຫັນພ້ອມ ກັບແຜນການ ດັ່ງກ່າວ, ແລະວ່າ ເວົ້າເຖິງ ເຣື້ອງ ກໍສ້າງນັ້ນ ຍັງບໍ່ທັນ ກະວ່າ ຈະສ້າງ ປີໃດແທ້ ເນື່ອງຈາກ ຣັຖບາຍໄທ ຍັງໃຫ້ ຄວາມສໍາຄັນ ກັບ ເສັ້ນທາງ ດັ່ງກ່າວ ໜ້ອຍຢູ່ ແລະ ຍັງບໍ່ຮູ້ວ່າ ຈະເຊື່ອມຕໍ່ ກັບເສັ້ນ ທາງຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ຫຼືບໍ່ ທັງໝົດ ຍັງເປັນພຽງ ແຜນຣະຍະ ຍາວ ເທົ່ານັ້ນ.

ເຖີງຢ່າງໃດ ກໍຕາມ ຫາກໂຄງການ ດັ່ງກ່າວ ສ້າງຂືຶ້ນມາ ແທ້ ກໍຈະເປັນ ເສັ້ນທາງ ຣົດໄຟ ເຊື່ອມຕໍ່ ປະເທດ ແຫ່ງ ທີ່ 3 ໃນລາວ ຕໍ່ຈາກ ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ-ວຽດນາມ ຊື່ງ ປັຈຈຸບັນນີ້ ຍັງບໍ່ທັນ ເຣີ້ມ ລົງມື ກໍ່ສ້າງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.