ຍິ່ງລັກສເນີ ປະຊຸມສາມຊາດ


2013.05.20
F-Lao-Thai ຍານາງ ຍິ່ງລັກ ຊິນນະວັດ ນາຍົກຣັຖມົນຕຣີໄທ ເຂົ້າຮ່ວມກອງປະຊຸມ ຄນະຣັຖບານ ລາວ-ໄທ ຄັ້ງທີສອງ ທີ່ຊຽງໃໝ່ ປະເທດໄທ
fb

 

ນາຍົກ ຣັຖມົນຕຣີ ໄທ ສເນີໃຫ້ ມີກອງປະຊມຸ ກ່ຽວກັບ ໂຄງການ ຣົຖໄຟ ຄວາມໄວສູງ ຣະຫວ່າງ ສາມຊາດ.

ຍານາງ ຍິ່ງລັກ ນາຍົກ ຣັຖມົນຕຣີ ໄທ ກ່າວ ໃນມື້ວັນ ອາທິດ ນີ້ວ່າ ຣັຖບານໄທ ໄດ້ສເນີໃຫ້ມີ ກອງປະຊຸມ ຣະຫວ່າງ ສປປລາວ ຈີນ ແລະ ໄທ ກ່ຽວກັບ ໂຄງການ ຣົຖໄຟ ຄວາມໄວສູງ ທີ່ ຈະຜ່ານ 3 ຊາດ ໃນ ອະນາຄົດ. ຂໍ້ສເນີດ່ັງກ່າວ ໄດ້ມີຂຶ້ນ ໃນກອງປະຊຸມ ຮ່ວມ ຣັຖບານ ລາວ-ໄທ ທີ່ຊຽງໃຫມ່ ໃນມື້ວານ ນີ້ ຍ້ອນວ່າ ທາງການໄທ ເປັນຫວ່ງກ່ຽວກັບການເລື່ອນເວລາຂອງໂຄງການດັ່ງກ່າວຂອງຝ່າຍລາວ.

ຍານາງ ຍີ່ງລັກ ກ່າວ ກ່ຽວກັບ ເຣື້ອງນີ້ ຫລັງຈາກ ໄດ້ພົບປະ ກັບ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ແລະ ຄນະຣັຖບານ ຂອງ ທ່ານວ່າ ທາງຝ່າຍໄທ ມີຄວາມເປັນຫ່ວງ ກ່ຽບກັບ ການເລື່ອນເວລາ ໃນໂຄງການ ດັ່ງກ່າວ ຂອງລາວ ເພາະມັນຈະ ຊັກຊ້າ ໃນໂຄງການ ເຊື່ອມໂຍງ ທາງຣົຖໄຟ ໃນຂົງເຂດ.

ຣັຖບານໄທ ມີແຜນ ຈະສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ 4 ເສັ້ນ ພາຍໃນປະເທດ ນຶ່ງໃນນັ້ນ ກໍແມ່ນ ເສັ້ນຣະຫວ່າງ ບາງກອກ ຫາ ຫນອງຄາຍ ທີ່ ຈະເຊື່ອມຕໍ່ ໄປຮອດ ພາກໃຕ້ຂອງ ຈີນ ຜ່ານ ນະຄອນຫລວງ ວຽງຈັນ ສປປລາວ.
ຈີນ ໄດ້ໃຫ້ ການສນັບສນູນ ໃນການສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ໃນລາວ ແຕ່ຖືກເລື່ອນ ເວລາ ຍ້ອນຍັງມີ ຄວາມຂັດແຍ່ງກັນ ໃນເຣື້ອງ ການໃຫ້ ເງິນກູ້.

ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຖືກເລື່ອນ ເວລາ ມາຫລາຍຄັ້ງ ແລ້ວ ຂັ້ນຕົ້ນຈີນ ມີແຜນ ຈະຮ່ວມ ລົງທຶນ ກັບລາວ ແຕ່ຕໍ່ມາ ຍົກເລີກ ການລົງທຶນ ຣັຖບານລາວ ມີແຜນການ ຈະລົງທຶນ ພຽງຄົນດຽວ ໃນໂຄງການ ດັ່ງກ່າວ ແຕ່ຍັງຊອກຫາ ເງິນກູ້ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.