ຣົຖໄຟຄວາມໄວສູງ ລາວ-ຈີນ ເປັນຂ່າວ ອີກ
2014.01.15

ເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ທີ່ມີມູນຄ່າ ປະມານ 7 ຕື້ໂດລາ ນັ້ນເລີ້ມກັບມາເປັນ ຂ່າວອີກຫລັງຈາກທີິ່ມິດງຽບມາເກືອບນຶ່ງປີ ຊື່ງປັດຈຸບັນ ແຂວງ ທີ່ຈະມີເສັ້ນ ທາງ ຣົຖໄຟ ສາຍດັ່ງກ່າວ ຜ່ານນັ້ນ ເຈົ້າຫນ້າທີ່ ໄດ້ລົງພື້ນທີ່ ເພື່ອປະເມີນ ຜົລກະທົບຕໍ່ ຜູ້ທີ່ຈະເສັຽ ເຮືອນຊານ ດິນດອນ ບ່ອນທຳມາ ຫາກີນ ຍ້ອນໂຄງການ ດັ່ງກ່າວ.
"ຍັງລໍຖ້າຄວາມຄືບຫນ້າ ຈາກກະຊວງໂຍທາ ເພີ່ນຊີ່ປະຊຸມ ກັບ ຝ່າຍຈີນ ແລ້ວເພີ່ນຊີ່ແຈ້ງ ຄວາມຄືບຫນ້າ ໃຫ້ພວກເຮົາ ກະວ່າ ຫາກມີ ຖືກຈຳນວນນື່ງ ແຕ່ວ່າກະຍັງ ບໍ່ຮູ້ລະອຽດ".
ທ່ານກ່າວຕຶ່ມວ່າ ປັດຈຸບັນບັນດາແຂວງທີ່ຈະທາງຣົຖໄຟຜ່ານ ກໍເລີ້ມມີການ ຈັດສົ່ງ ເຈົ້າຫນ້າທີ່ ລົງສຳຣວດແບບຈິງຈັງເພື່ອ ສຶກສາຜົລກະທົບ ແລະຄວາມເປັນໄປໄດ້ ໃນການສ້າງແຕ່ກໍຍັງ ບໍ່ຮູ້ວ່າ ໂຄງການ ດ່ັງກ່າວ ຈະເລີ້ມລົງມື ກໍສ້າງ ຢ່າງແທ້ຈິງ ໃນປີໃດ.
ໂຄງການຣົຖໄຟຄວາມໄວສູງ ລາວ-ຈີນ ແມ່ນເລີ້ມຈາກເມືອງຂຸນຫມິງແຂວງຢູນານຂອງຈີນ ຜ່ານເມືອງບໍເຕັນແຂວງຫລວງນໍ້າທາ ຫາ ນະຄອນຫລວງວຽງຈັນ ທີ່ມີຣະຍະ ທາງຍາວປະມານ 420 ກິໂລແມັດ ໂຄງການ ດັ່ງກ່າວ ຈະປະກອບ ດ້ວຍ 31 ສຖານີ 76 ອຸມົງ ຂົວ 154 ແຫ່ງ ຈະໃຊ້ແຮງງານຈີນ ໃນການ ກໍສ້າງເຖິງ 20 ພັນຄົນ ກ່ອນຫນ້ານີ້ ມີແຜນການ ຈະສ້າງ ໃຫ້ແລ້ວໃນປີ 2019 ແຕ່ ອາດຈະເລື່ອນເວລາ.
ໂຄງການຣົຖໄຟຄວາມໄວສຸງ ລາວ-ຈີນ ຖືກເລື່ອນເວລາມາຫລາຍຄັ້ງແລ້ວ ຍ້ອນຈີນບໍ່ຮ່ວມຫຸ້ນ ແລະ ຍັງລໍຖ້າຣັຖບານໃຫມ່ຂອງໄທ ໃນການຕັດສີນໃຈ ຈະສ້າງເສັ້ນທາງເຊື່ອມຕໍ່ ຫນອງຄາຍ-ບາງກອກ ຈີນຈື່ງຈະໃຫ້ ເງີນກູ້ແກ່ລາວ.