ໂຄງການຣົດໄຟຄວາມໄວສູງ ລາວ-ຈີນ ທີ່ ແກ່ຍາວ
2014.04.16

ຂ່າວຄືບໜ້າ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຈາກ ຊາຍແດນ ບໍ່ເຕັນ ບໍ່ຫານ ແຂວງ ຫລວງນໍ້າທາ ກັບ ແຂວງ ຢຸນນ່ານ ຂອງຈີນ ໄດ້ໂປໂລ ຂື້ນມາ ອີກໃໝ່ ຫລັງຈາກ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ໄດ້ພົບ ປະກັບ ທ່ານ ຫລີ ເກກຽງ ນາຍົກ ຣັຖມົນຕຣີ ຈີນ ກ່ອນໜ້າ ກອງປະຊຸມ BOAO ສໍາລັບ ເອເຊັຽ ຢູ່ເມືອງ ສັນຢາ ເກາະ ຫາຍຫລໍາ ແລະ ຢືນຢັນ ຮ່ວມກັນ ວ່າ ຈະເດີນໜ້າ ຕໍ່ໄປ ໃນ ໂຄງການ ສ້າງ ທາງຣົດໄຟ ໃນລາວ, ແຕ່ ກໍບໍ່ມີ ຣາຍຣະອຽດ ໃດໆ ຕື່ມວ່າ ມື້ໃດ ຍາມໃດ ຈະລົງມືສ້າງ ແລະ ບໍ່ໄດ້ບອກ ໃຫ້ຊາບວ່າ ການ ເຈຣະຈາ ເຣື້ອງ ຂໍຢືມເງິນ ຈາກຈີນ ເພື່ອ ມາສ້າງ ນັ້ນ ໄດ້ ກ້າວໜ້າ ໄປຮອດ ຂັ້ນໃດ ແລ້ວ. ເປັນທີ່ ສັງເກດໄດ້ ວ່າການ ຢືນຢັນ ວ່າຈະສ້າງ ທາງຣົດໄຟ ສາຍນີ້ ມີຂື້ນ ໃນທຸກໆ ໂອກາດ ທີ່່ຜູ້ນໍາ ຫລື ເຈົ້າໜ້າທີ່ ຣະດັບສູງ ຂອງ ສອງປະເທດ ພົບປະ ກັນ.
ຂ່າວ ຄວາມ ຄືບໜ້າ ຫລ້າສຸດ ຈາກ ເຈົ້າໜ້າທີ່ ແຂວງ ຫລວງ ນໍ້າທາ ບ່ອນ ທາງຣົດໄຟ ຈະຜ່ານ ນັ້ນວ່າ ປັດຈຸບັນ ຈະມີການ ສໍາຫຣວດ ໃຫ້ ຣະອຽດ ຕື່ມອີກ ນັກວິຊາການ ລາວ ໄດ້ລົງໄປ ປະຈໍາທີ່ ແລ້ວ ຍັງເຫຼືອ ແຕ່ ນັກວິຊາການ ຈີນ ດັ່ງທ່ານ ໄດ້ກ່າວ:
"ດຽວນີ້ ຍັງບໍ່ທັນ ໄດ້ລົງມາ ເທື່ອ ມີແຕ່ ທິມງານ ລາວ ລົງມາ ກ່ອນ ທິມງານຈີນ ສີ່ລົງມາ ໄວໆນີ້ ແຫລະ ອາທິດ ໜ້ານີ້ ແຫລະ ແລ້ວ ສົງການ ນີ້ແຫລະ".
ຂ່າວ ດັ່ງກ່າວນີ້ ບອກເຖິງວ່າ ການສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈະເລີ້ມຂຶ້ນ ໃນ ໄວໆນີ້ ຫລື ບໍ່ນັ້ນ ບໍ່ມີຜູ້ໃດ ສາມາດ ຢືນຢັນໄດ້. ຄວາມ ຫລ້າຊ້າ ຂອງ ໂຄງການ ທີ່ ແກ່ຍາວ ມາເຖິງ ທຸກມື້ນີ້ ນັກ ສັງເກດການ ຫລາຍຄົນ ພາກັນ ກະຕວງ ໄປຕາມ ກະແສຂ່າວ ທີ່ີ ປາກົດ ອອກມາ ດົນໆ ເທື່ອນຶ່ງ ແຕ່ບໍ່ຮູ້ວ່າ ແມ່ນບັນຫາ ອັນໃດແທ້ ທີ່ເປັນ ຕົ້ນເຫດ. ເຮົາ ຂໍນໍາເອົາ ອັນດັບ ເຫດການ ຄວາມ ຫລ້າຊ້າ ຂອງ ໂຄງການ ນີ້ ມາເລົ່າ ຄືນຕື່ມ.
ຄວາມຄິດ ທີ່ຢາກສ້າງ ທາງຣົດໄຟ ນີ້ ຜູ້ນໍາລາວ ໄດ້ ພຍາຍາມ ເຈຣະຈາ ກັບ ຝ່າຍຈີນ ຕັ້ງແຕ່ປີ 2001 ເປັນ ຕົ້ນມາ, ແຕ່ວ່າ ໃນຕອນ ນັ້ນ ຈີນ ບອກວ່າ ສະພາບການ ບໍ່ທັນ ອໍານວຍ ເສັ້ນທາງ ຣົດໄຟ ຈື່ງບໍ່ເກີດ ຂື້ນ.
ຕົກມາຮອດ ປີ 2009 ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ກັບ ທ່ານ ຮູຈິນຕ້າວ ອະດີດ ປະທານ ປະເທດ ສປ ຈີນ ໄດ້ເປັນ ເອກກະພາບ ກັນ ຍົກຣະດັບ ການພົວພັນ ຣະຫ່ວາງ ລາວ-ຈີນ ຂື້ນເປັນ ຄູ່ຍຸທສາດ ຮອບດ້ານ. ຫລັງຈາກ ນັ້ນ ການ ຊ່ວຍເຫລືອ ຂອງຈີນ ໃນທຸກດ້ານ ໄດ້ ຫລັ່ງໄຫລ ເຂົ້າມາ ໃນລາວ. ລາວ ແລະຈີນ ໄດ້ເຊັນ ສັນຍາ ບົດບັນທຶກ ຄວາມ ເຂົ້າໃຈ ກ່ຽວກັບ ການ ຮ່ວມມື ໂຄງການ ທາງຣົດໄຟ ເມື່ອວັນທີ 7 ເມສາ ປີ 2010.
ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ຂນາດ 120 ຫາ 160 ກິໂລແມັດ ຕໍ່ຊົ່ວໂມງ ທີ່ ມີມູນຄ່າ ເຖິງ $7,200 ລ້ານ ໂດລາ, ຕາມສັນຍາ ໂຕທໍາອິດ ນັ້ນ ມີກໍານົດ ລົງມື ສ້າງ ໃນເດືຶອນ ເມສາ ປີ 2011 ແລະ ຕ້ອງສໍາເຣັດ ພາຍໃນ ປີ 2015. 70 ສ່ວນຮ້ອຍ ຂອງມູນຄ່າ ການກໍ່ສ້າງ ແມ່ນ ການ ລົງທຶນ ຂອງ ບໍຣິສັດ ຈີນ. ຫລັງຈາກ ສ້າງແລ້ວ ບໍຣິສັດ ຈີນ ເປັນເຈົ້າຂອງ ດໍາເນີນ ກິຈການເ ປັນ ເວລາ 50 ປີ ກ່ອນຈະ ໂອນ ໃຫ້ລາວ, ແຕ່ໂຄງການ ນີ້ບໍ່ເກີດ ຂຶ້ນ ຫລັງຈາກ 4 ບໍຣິສັດ ຈີນ ຖອນໂຕ ຈາກ ການ ລົງທຶນ ຮ່ວມ ໂດຍໃຫ້ ເຫດຜົນວ່າ ການລົງທຶນ ຈະບໍ່ໄດ້ ກໍາໄຣ. ຂໍ້ອ້າງ ຂອງ ບໍຣິສັດ ຈີນ ທັງ 4 ບໍຣິສັດ ນີ້ແມ່ນ ຄວາມຈິງ ຫລືບໍ່ ຫລື ຈະແມ່ນ ຍ້ອນ ບັນຫາ ອັນໃດແທ້ ທີ່ເປັນ ອຸປສັກ ກໍບໍ່ມີ ນັກວິຈັຍ ຈາກ ສະຖາບັນ ໃດ ໃນລາວ ອອກມາ ອະທິບາຍ ໃຫ້ປວງຊົນ ຮູ້ນໍາ. ໃນເວລາ ນັ້ນ ຊໍ້າພັດ ມີຂ່າວ ຫົ່ວໄຫລ ອອກມາຈາກ ປະເທດ ເພື່ອນບ້ານ ວ່າ ຈີນ ຕ້ອງການ ສັມປະທານ ທີ່ດິນ ທັງສອງ ຟາກຂ້າງ ທາງລົດໄຟ ເບື້ອງລະ 5 ກິໂລແມັດ, ແຕ່ ຣັຖບານ ລາວ ບໍ່ ອານຸມັດ ໃຫ້. ຂ່າວນີ້ ທ່ານ ສົມສວາດ ເລັງສວັດ ຮອງ ນາຍົກ ຣັຖມົນຕຣີ ແລະ ຜູ້ຮັກສາ ການ ປະຈໍາ ຣັຖບານ ຮັບຜິດຊອບ ຝ່າຍ ເສຖກິດ ປະຕິເສດ ວ່າ ຂ່າວນີ້ ບໍ່ມີ ຄວາມຈິງ.
ໃນເມື່ອ ບໍຣິສັດ ຈີນ ຖອນໂຕ ອອກຈາກ ການ ລົງທຶນ ແລ້ວ ຣັຖບານ ລາວ ໄດ້ ຕັດສີນໃຈ ເປັນຜູ້ ລົງທຶນ ຝ່າຍດຽວ ໂດຍ ຈະຢືມເງິນ ຈາກ ທະນາຄານ ຂາອອກ ຂາເຂົ້າ ຂອງຈີນ. ຂ່າວທີ່ ອອກມາວ່າ ລາວ ຈະຢືມ ເງິນ ຈໍານວນ ມະຫາສານ ນີ້ ເຮັດໃຫ້ ຊາວ ນະຄອນ ຫລວງ ວຽງຈັນ ສົນທະນາ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຢ່າງ ກວ້າງຂວາງ. ຄົນ ສ່ວນຫລາຍ ເຫັນພ້ອມນໍາ ການສ້າງ ທາງຣົດໄຟ, ແຕ່ມີ ຄວາມເປັນ ຫ່ວງນໍາ ຍ້ອນວ່າ ຣັຖບານ ຢືມເງິນ ຈໍານວນ ມະຫາສານ ນັ້ນ ຈະເຮັດໃຫ້ ຄົນຮຸ້ນ ລູກ ຫລານ ແລະ ເຫລັນ ເປັນຜູ້ ໃຊ້ໜີ້ ໃຊ້ສີນ ແທນ. ບາງຄົນ ກໍວ່າ ມັນ ບໍ່ກຸ້ມຄ່າ ດອກ ເພາະວ່າ ບໍ່ມີຄົນ ລາວ ພໍ ເທົ່າໃດ ຄົນ ຈະເດີນທາງ ໂດຍຣົດໄຟ ຣັຖບານ ມີລາຍໄດ້ ໜ້ອຍ ຢູ່ແລ້ວ ຈະເອົາເງິນ ມາແຕ່ ບ່ອນໃດ ໃຊ້ ໜີ້ສີນ ຄືນ. ໃນປີ 2012 ໂຕເລກ ຜົນຜລິດ ຮວມຍອດ ຫລື GDP ຂອງ ປະເທດ ມີແຕ່ ປະມານ 9,500 ລ້ານ ໂດລາ ເທົ່ານັ້ນ ໂດຍສະເພາະ ໃນປີ 2013 ມາຮອດ ປີ 2014 ນີ້ ຣັຖບານ ຂາດຣາຍໄດ້ ຢ່າງ ໜັກໜ່ວງ.
ເຖິງຢ່າງໃດ ກໍດີ ຕົກມາ ຮອດ ວັນທີ 18 ເດືອນ ຕຸລາ ປີ 2012 ສະພາ ແຫ່ງຊາຕ ໄດ້ ອະນຸມັດ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ດັ່ງກ່າວ ໂດຍສະເໜີ ໃຫ້ ກູ້ຢືມ ເງິນ ຈາກ ຈີນ ໃນຈໍານວນ 6,800 ລ້ານ ໂດລາ ເພື່ອ ນໍາມາ ໃຊ້ຈ່າຍ ໃນການ ສ້າງທາງ ຣົດໄຟ ສາຍນີ້ ໃຫ້ໄດ້. ຣັຖບານ ໃຫ້ ເຫດຜົນວ່າ ມັນມີ ຄວາມ ຈໍາເປັນ ໃນການ ພັທນາ ປະເທດ ໃນເວລາ ທີ່ ມີການໂຮມໂຕ ທາງ ເສຖກິດ ເຂົ້າກັນ ໃນ ພູມີພາກ.
ຕາມເອກກະສານ ສັນຍາ 22 ໜ້າເຈັ້ຍ ນັ້ນ ເງິນ ກູ້ຢືມ ຈໍານວນນ ດັ່ງກ່າວ ຕ້ອງເອົາ ທຸກຣາຍໄດ້ ແລະ ຊັພສິນ ຂອງ ບໍຣິສັດ ຣົດໄຟ ແລະ ບໍ່ແຮ່ ສອງແຫ່ງ ເປັນສິ່ງ ຄໍ້າປະກັນ. ມັນເປັນ ເອກກະສານ ບົດວິພາກ ທາງ ເສຖກິດ ທີ່ ຊີ້ໃຫ້ເຫັນ ເຖິງ ຣາຍໄດ້ ແລະ ຣາຍຈ່າຍ ໃນແຕ່ ລະຍະ ຂອງການ ດໍາເນີນງານ ຫລັງຈາກ ກິຈການ ຣົດໄຟ ຖືກເປີດໃຊ້ ບໍຣິການ ແລ້ວ.
ຕົກມາຮອດ ວັນທີ່ 5 ພຶສຈິກາ ປີ 2012 ຊຶ່ງເປັນ ຣະຍະ ກອງປະຊຸມ ອາຊຽນ ຢູໂຣບ ຄັງທີ່ 9 ທີ່ ລາວ ເປັນ ເຈົ້າພາບ, ທ່ານ ເວັນເຈັຽບາວ ອະດີດ ນາຍົກ ຣັຖມົນຕຣີ ຈີນ ທີ່ ເດີນທາງ ມາຮ່ວມ ໄດ້ຮ່ວມ ປະຊຸມ ກັບ ຄະນະ ຣັຖບານ ທີ່ ນໍາ ໂດຍ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ກ່ຽວກັບ ຄວາມ ຮ່ວມມື ຣະຫ່ວາງ ສອງ ປະເທດ. ຕາມການ ຖແລງ ຂອງ ເອກອັຄຣາຊທູດ ຈີນ ປະຈໍາລາວ ປະມານ ນຶ່ງ ອາທິດ ກ່ອນ ທ່ານ ເວັນເຈັຽບາວ ຈະເດີນທາງ ມາ ສປປລາວ ວ່າ ໃນວັນທີ 5 ພຶດສຈິກາ ທ່ານ ເວັນເຈັຽບາວ ຈະໄດ້ ເຂົ້າຮ່ວມ ພິທີ ວາງ ສີລາເຣີກ ໂຄງການ ສ້າງ ທາງ ຣົດໄຟ ຄວາມໄວສູງ, ແຕ່ວ່າ ໃນ ມື້ນັ້ນ ການວາງ ສີລາເຣີກ ບໍ່ເກີດຂຶ້ນ ເລີຽ ແລະ ບໍ່ມີ ຄໍາ ອະທິບາຍ ໃນ ທັນທີ ທັນໃດ. ເປັນອັນວ່າ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຊັກຊ້າ ໄປຕື່ມ ອີກ.
ຕໍ່ມາ ທາງການ ລາວ ກໍອອກມາ ຖແລງວ່າ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ ບໍ່ໄດ້ ປະສົບ ກັບ ອຸປສັກ ອັນໃດ ໝົດ ມີແຕ່ວ່າ ຝ່າລາວ ແລະ ຝ່າຍຈີນ ກໍາລັງ ສຶກສາ ສັນຍາ ການ ກູ້ຢືມ ເງິນ ແລະ ຣາຍ ຣະອຽດ ທາງ ເທັກນິກ ໃນການ ສ້າງທາງ ຣົດໄຟ ຫລັງຈາກ ມີການ ຊັກຊ້າ ແລະ ປ່ຽນແປງ ສັນຍາ ສະບັບ ເກົ່າ.
ຕົກມາ ຮອດປີ 2013 ຣັຖບານ ລາວ ໄດ້ ພຍາຍາມ ຮຽກຮ້ອງ ໃຫ້ໄທ ສ້າງທາງ ຣົດໄຟ ຄວາມ ໄວສູງ ຈາກ ບາງກອກ ມາຫາ ແຂວງ ໜອງຄາຍ ເພື່ອໃຫ້ ຕໍ່ ກັບທາງ ຣົດໄຟ ຄວາມ ໄວສູງ ຂອງລາວ ແລະ ໄທ ກໍຕອບ ສນອງວ່າ ຈະສ້າງ ແທ້.
ຕໍ່ມາ ໃນເດືອນ ກໍຣະກະດາ ປີ 2013 ທ່ານ ສົມສວາດ ເລັງສວັດ ໄດ້ ຖແລງ ຕໍ່ ກອງ ປະຊຸມ ສະພາ ແຫ່ງຊາຕ ໂດຍ ຢືນຢັນ ວ່າ ແນ່ນອນ ລາວ ຕ້ອງສ້າງ ທາງ ຣົດໄຟ ຄວາມ ໄວສູງ ໃຫ້ໄດ້. ຕົກມາ ຮອດ ເດືອນ ກັນຍາ ປີ 2013 ທ່ານ ຈູມມາລີ ໄຊຍະສອນ ໄດ້ເດີນທາງ ໄປ ຢ້ຽມຢາມ ປະເທດ ຈີນ ເປັນ ເວລາ 4 ວັນ. ທ່ານ ໄດ້ພົບກັບ ນາຍົກ ຣັຖມົນຕຣີ ຈີນ ຄົນໃໝ່ ທ່ານ ລີ ເກກຽງ ແລະ ເຈົ້າໜ້າທີ່ ຣັຖບານ ຫລາຍຄົນ.
ສອງຝ່າຍ ໄດ້ຖແລງ ຢໍ້າວ່າ ຈະ ດໍາເນີນ ການສ້າງ ທາງ ຣົດໄຟ ຄວາມ ໄວສູງ ລາວ-ຈີນ ໄວ ເທົ່າທີ່ ຈະໄວ ໄດ້. ບໍ່ເປັນຈັ່ງ ບຸນ ອີກ ຕົກມາ ຮອດເດືອນ ພຶດສຈິກາ ສະຖານະການ ຄວາມ ບໍ່ສງົບ ທາງ ການເມືອງ ໃນ ປະເທດ ໄທ ໄດ້ ຣະເບີດ ຂຶ້ນ ແລະ ແກ່ຍາວ ມາເທົ່າ ທຸກວັນ ນີ້.
ສະຖານະການ ໃນ ປະເທດ ໄທ ທີ່ ກ່າວ ມານີ້ ມີຜົນ ກະທົບຕໍ່ ໂຄງການ ຮ່ວມມື ຣະຫ່ວາງ ລາວ-ໄທ ຫລາຍ ພໍສົມຄວນ ໂດຍ ສະເພາະ ໂຄງການ ທີ່ ຈະດໍາເນີນ ຕໍ່ໄປ ຫລາຍ ໂຄງການ ຍ້ອນວ່າ ຣັຖບານ ຊຸດ ປັດຈຸບັນ ຂອງໄທ ຢູ່ ໃນ ຖານະ ຣັຖບານ ຮັກສາ ການ ຊຶ່ງມີຂໍ້ ຈໍາກັດ ຫລາຍດ້ານ ໃນການ ຕັດສີນໃຈ ແລະ ເປັນ ໂຕແທນ ປະເທດ ຢ່າງເຕັມ ສ່ວນໄດ້. ມີຂ່າວ ຫລ້າສຸດ ທີ ບໍ່ເປັນ ທາງການ ອອກມາ ວ່າ ຣັຖບານ ຈີນ ຕ້ອງລໍຖ້າ ເຈຣະຈາ ກັບ ຣັຖບານ ໄທ ຊຸດໃໝ່ ໃນການ ຮ່ວມມື ໃດໆ ກໍດີ ອັນ ຮ່ວມທັງ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ທີ່ ຈະເຊື່ອມຕໍ່ ກັບ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ.
ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ທີ່ ມີມູນຄ່າ ແພງທີ່ສຸດ ເກີນຄວາມ ສາມາດ ຂອງ ເສຖກິດລາວ ຈະຮອງຮັບ ໄດ້ນີ້ ໄດ້ສ້າງ ຄວາມ ສົນໃຈ ແກ່ ບັນດາ ປະເທດ ທີ່ ໃຫ້ການ ຊ່ວຍເຫລືອ ແກ່ລາວ. ໃນ ເດືອນ ຕຸລາ ປີ 2013 ກອງທຶນ ການເງິນ ສາກົນ IMF ໄດ້ກ່າວ ເຕືອນ ລາວ ວ່າ ໂຄງການນີ້ ຈະເຮັດໃຫ້ ໜີ້ສີນ ຕ່າງປະເທດ ຂອງລາວ ກະໂດດ ສູງຂຶ້ນ ຈາກ ປັດຈຸບັນ 32.5% ຂອງ ຜົນຜລິດ ຮວມຍອດ ຂອງ ປະເທດ ຫລື GDP ຂຶ້ນເປັນ 125% ຂອງ GDP. IMF ວ່າ ໜີ້ສິນ ດັ່ງກ່າວ ລື່ນກາຍ ຣະດັບ ຂີດໝາຍ ທີ່ ເສຖກິດ ຂອງລາວ ສາມາດ ຮັບໄດ້ ແລະວ່າ ປະເທດ ຊາຕ ອາດຕົກ ຢູ່ໃນ ຖານະ ອ່ອນໄຫວ ຕໍ່ເຫດການ ທີ່ ເບີ່ງບໍ່ເຫັນ ທີ່ ອາດເກີດຂຶ້ນ ໄດ້ ຍົກ ໂຕຢ່າງ ຖ້າເກີດວ່າ ປະເທດຈີນ ປະສົບ ກັບ ວິກິດການ ສິນເຊື່ອ ທາງ ການເງິນ ຫລືວ່າ ໃນເວລາ ທີ່ ຣາຄາ ບໍ່ແຮ່ ຕົກຕໍ່າ ລາວ ຈະໄດ້ຮັບ ຜົນກະທົບ ໜັກ. ໃນເມື່ອ ຣາຄາ ມັນ ກໍແພງ, ແຫລ່ງ ຊັພຍາກອນ ທີ່ ຈະໃຊ້ ຮັບປະກັນ ເງິນກູ້ ມັນຢູ່ໃນ ຖານະ ອ່ອນໄຫວ, ແລະ ບໍ່ມີ ຜູ້ໃດຮູ້ ໄດ້ເຖິງ ຜົນກະທົບ ຕໍ່ຄວາມ ເປັນ ອະທິປະໄຕ ທັງໝົດ ນີ້ ຫລາຍຄົນ ກໍຢາກ ເຫັນວ່າ ຄວນມີ ການ ສຶກສາ ຢ່າງ ຣະອຽດ. ອັນນີ້ ບໍມີ ຜູ້ໃດ ຮູ້ນໍາ ເລີຍວ່າ ການນໍາ ຂອງລາວ ໃຊ້ການ ແນະນໍາ ຈາກການ ສຶກສາ ອັນໃດ ໃນການ ຕັດສີນໃຈ.
ໃນທໍານອງ ດຽວກັນ ທະນາຄານ ພັທນາ ເອເຊັຽ ເອດີບີ ກໍຕີ ຣາຄາວ່າ ມັນເປັນ ໂຄງການ ທີ່ ເສຖກິດ ຣະດັບລາວ ນີ້ ຊື້ບໍ່ໄດ້. ພຽງແຕ່ ຈ່າຍຄ່າ ດອກເບັ້ຽ ປະຈໍາປີ ໃນການ ຢືມເງິນ ນັ້ນ ມັນ ກໍຕົກເປັນ ເກືອບ 20 ສ່ວນຮ້ອຍ ຂອງ ງົບປະມານ ຣາຍຈ່າຍ ປະຈໍາປີ ຂອງ ຣັຖບານ ແລ້ວ.
ຜ່ານມາ ທາງການ ລາວ ຫວັງວ່າ ໂຄງການ ສ້າງທາງ ຣົດໄຟ ຈະ ຊ່ວຍໃຫ້ ລາວ ພັທນາ ເສຖກິດ ຂອງ ປະເທດ ໄປໄວ ແລະ ຈະຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ ລົງ ແລະ ເປັນການ ປະກອບ ສ່ວນ ໃຫ້ ໂຄງຮ່າງ ພື້ນຖານ ຄົມມະນາຄົມ ພູມີພາກ ເຊື່ຶອມ ຈອດກັນ.
ນັກວິເຄາະ ເສຖກິດ ບາງ ສະຖາບັນ ຕ່າງ ປະເທດ ໃຫ້ ຄວາມເຫັນ ວ່າ ໂຄງການ ໃຫ່ຽໆ ໃນລາວ ສ່ວນຫລາຍ ແລ້ວ ແມ່ນ ຄວາມ ພຍາຍາມ ຂອງ ນັກລົງທຶນ ໃນການ ຊັກຊວນ ໃຫ້ຜູ້ມີ ອໍານາດ ໃນ ຣັຖບານ ແລະ ສະຖາບັນ ແຫ່ງຊາຕ ຕັດສີນໃຈ ວ່າ ແຜນການ ລົງທຶນ ນີ້ມີ ສັກກະຍາພາບ ສູງ ໃນການ ໄດ້ກໍາໄຣ ຄືນມາ ສົມທົບ ກັບ ບາງສ່ວນ ແມ່ນການ ຈ່າຍເງິນ ສົມມະນາຄຸນ ແກ່ ເຈົ້າໜ້າທີ່ ເພື່ອໃຫ້ ໂຄງການ ເກີດ ຂຶ້ນ.
ນັກວິເຄາະ ວ່າ ໂຄງການ ລົງທຶນ ທີ່ ຢືມເງິນ ຈໍານວນ ມະຫາສານ ນີ້ ໂຄງການ ໃດກໍດີ ຈະໃຊ້ ເວລາ ດົນນານ ຫລາຍ ສິບປີ ໃນການ ໃຊ້ໜີ້ສີນ ຄືນ, ແຕ່ມັນ ຈະບໍ່ ສາມາດ ແກ້ໄຂ ຄວາມ ທຸກຍາກ ຂອງ ປະຊາຊົນ ໄດ້ຕາມທີ່ ຣັຖບານ ຫວັງໄວ້ ຕາບໃດ ທີ່ ກິຈການ ບໍ່ ເດີນແລ່ນ ແມ່ນ ສະດວກ ແລະ ໄດ້ກໍາໄຣ ຄືນມາ.
ນັກວິເຄາະ ໃນລາວ ບາງຄົນ ເຫັນວ່າ ໃນເວລາ ນີ້ ຣັຖບານ ລາວ ພະນັນ ກັບ ຄວາມສ່ຽງ ຫລາຍຢ່າງ ຍ້ອນ ບໍ່ຢາກເສັຽ ໂອກາດ ໃນການ ຢາກ ເຮັດໃຫ້ລາວ ເປັນ ປະເທດ ເຊື່ອມຕໍ່ ທາງ ຄົມມະນາຄົມ ໃນ ພູມີພາກ ຊຶ່ງລາວ ຖືວ່າ ມັນຈະຍົກ ຣະດັບ ເວທີ ທາງ ການເມືອງ ສາກົນ ຂອງລາວ ໃຫ້ ສູງຕື່ມ ແລະ ຈະເຮັດໃຫ້ ອິດທິພົນ ດ້ານ ການເມືອງ ໃນລາວ ຣະຫ່ວາງ ຈີນ ກັບ ວຽດນາມ ມີຄວາມ ກໍ້າເກິ່ງກັນ ຫລາຍ ຂື້ນ.
ເຖິງຢ່າງໃດ ກໍດີ ເຫດຜົນ ທີ່ວ່າ ລາວ ຈະຕິດໜີ້ ຢ່າງ ມະຫາສານ ໃນການ ຢືມເງິນ ມາສ້າງ ທາງຣົດໄຟ ຄວາມໄວສູງ ນີ້ ນັກ ວິເຄາະ ໃນລາວວ່າ ມີສ່ວນ ກ່ຽວຂ້ອງ ໜ້ອຍ ທີ່ສຸດ ກ່ຽວກັບ ຄວາມ ຊັກຊ້າ ຂອງ ໂຄງການ ແລະວ່າ ຣັຖບານ ລາວ ບໍ່ຫວັ່ນ ຕໍ່ ໜີ້ສີນ ເພາະ ເຫັນວ່າ ຊັພຍາກອນ ທັມະຊາຕ ຍັງມີ ຫລາຍຢູ່.