ລາວ-ຈີນເລັ່ງເຈຣະຈາທາງ ຣົຖໄຟ
2014.04.09

ໃນ ວັນອັງຄານ ທາງການ ລາວ ແລະ ຈີນ ໄດ້ ສັນຍາ ກັນວ່າ ຈະເລັ່ງລັດ ເຈຣະຈາ ລົງນາມ ໃນ ການກໍ່ສ້າງ ທາງຣົຖໄຟ ຄວາມໄວ ສູງ ຣະຫວ່າງ ສອງ ປະເທດ ຢ່າງ ຈິງຈັງ ໃຫ້ໄວ ເທົ່າທີ່ ຈະໄວໄດ້.
ຂໍ້ຕົກລົງ ຣະຫວ່າງ ຣັຖບານ ກ່ຽວກັບ ທາງຣົຖໄຟ ເປັນທີ່ ຕ້ອງການ ທີ່ສຸດ ໃນການ ສົ່ງເສີມ ການເຊຶ່ອມຕໍ່ ຣະຫວ່າງ ສອງປະເທດ ເພຶ່ອນບ້ານ, ທ່ານ ລີ ກີກຽງ ນາຍົກ ຣັຖມົນຕຣີ ຈີນ ແລະ ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ລາວ ໄດ້ປະກາດ ຫລັງຈາກ ກອງປະຊຸມ ທີ່ ເມືອງຊັນຢາ ແຂວງ ຮູນານ ຂອງຈີນ ໃນເມື່ອມໍ່ໆ ມານີ້.
ທ່ານ ລີ ໄດ້ໃຫ້ ຄວາມສຳຄັນ ຕໍ່ ທາງຣົຖໄຟ ລາວ-ຈີນ ສາຍນີ້ວ່າ ເປັນການ ສືບຕໍ່ ຄວາມ ສຳພັນ ໃຫ້ ແຫນ້ນແຟ້ນ ແລະ ຈີນ ຫວັງວ່າ ຂໍ້ຕົກລົງ ກ່ຽວກັບ ໂຄງການ ດັ່ງກ່າວ ຈະມີຂຶ້ນ ໃນ ໂອກາດ ອັນໃກ້ໆນີ້ ເພື່ອປູທາງ ໄປສູ່ ການ ກໍ່ສ້າງ.
ສປປລາວ ເປັນນຶ່ງ ໃນບັນດາ ປະເທດ ຕລາດ ການຄ້າ ຂອງຈີນ ໃນ ຂົງເຂດ ໃນຖານະ ທີ່ ຈີນ ເປັນ ປະເທດ ເສຖກິດ ຍັກໃຫຍ່ ອັນດັບ ສອງ ຂອງໂລກ ຈີນ ໄດ້ ສົ່ງເສີມ ການ ຂຍາຍ ເທັກໂນໂລຈີ ຄວາມຮູ້ ແລະ ປະສົບການ ໃນການສ້າງ ທາງຣົຖໄຟ ຄວາມໄວສູງ ໄປຫລາຍ ປະເທດ ໃນໂລກ.
ສຳລັບ ໂຄງການ ຢູ່ ສປປລາວ ແລ້ວ ບັນຫາ ທີ່ ຍັງຄ້າງຄາ ຢູ່ໃນ ປັດຈຸບັນ ກໍຄື ທາງການໄທ ໄດ້ໂຈະ ການກໍ່ສ້າງ ທາງຣົຖໄຟ ທີ່ຈະເຊື່ອມຕໍ່ ກັບ ສປປລາວ ແລະ ອັດຕຣາ ດອກເບັ້ຽ ເງີນກູ້ ຈາກຈີນ ນັ້ນສູງ ເກີນໄປ.