ລາວອາຈຫລົ້ມຈົມຍ້ອນທາງ ຣົຖໄຟ

ສິດນີ
2014.04.07
f-china-lao ໂຕຢ່າງ ຂອງ ຣົດໄຟ ຄວາມໄວສູງ ທີ່ຣັຖບານ ສປປລາວ ມີໂຄງການ ຈະກູ້ຢືມເງິນ ມາສ້າງ
jclao/archives

 

ຫນັງສືພີມ The conversation.com ສtບັບ ວັນທີ 7 ເມສາ 2014 ຣາຍງານ ວ່າ ທັ້ງໆທີ່ ເສຖກິດ ຂອງລາວ ໄດ້ເຕີບໃຫຍ່ ຢ່າງຕໍ່ເນື່ອງ ໃນ ທົສວັດ ຜ່ານມາ ແຕ່ ນຶ່ງສ່ວນສາມ ຂອງ ປະຊາກອນ ລາວ ຍັງທຸກຍາກ ຢູ່ຄືເກົ່າ ມີຣາຍໄດ້ ຕ່ຳກວ່າ ຂີດ ຄວາມທຸກຍາກ ຄື ປະມານ ມື້ລະ 1 ໂດລາ 25 ເຊັນ. ຄົນລາວ ທີ່ທຸກຍາກ ສ່ວນຫລາຍ ແມ່ນ ຊົນເຜົ່າ ທີ່ອາສັຍ ຢູ່ໃນເຂດ ຊົນນະບົດ ແລະ ເຂດພູສູງ ທີ່ອາສັຍ ທັມມະຊາດ ແລະ ປ່າໄມ້ ໃນການ ສ້າງຣາຍໄດ້ ແລະ ເປັນແຫລ່ງ ອາຫານ.

ການຂຍາຍ ໂຄງຮ່າງ ພື້ນຖານ ການ ຄົມມະນາຄົມ ດັ່ງຖນົນ ຫົນທາງ ແລະ ຣົຖໄຟ ຄວາມໄວສູງ ແນ່ນອນ ວ່າເປັນສີ່ງ ສຳຄັນ ໃນ ການພັທນາ ເສຖກິດ ເພື່ອ ຫລຸດຜ່ອນ ຄວາມທຸກຍາກ ໃນລາວ ແຕ່ ກັບເປັນການ ບໍ່ເຫມາະສົມ ແລະ ແພງເກີນໄປ ທີ່ ສປປລາວ ຕ້ອງການ ຣົຖໄຟ ຄວາມໄວສູງ ໃນການ ພັທນາ ເສຖກິດ ແລະ ສັງຄົມ ໃນລາວ ເພື່ອ ເຊື່ອມກັບຈີນ ເພາະ ປະຊາຊົນ ຍັງ ທຸກຍາກ ຢູ່.

ເຖິງຢ່າງໃດ ກໍຕາມ ທາງການ ລາວ ກໍຍັງ ດີ້ນຮົນ ໃນ ຈຸດປະສົງ ຂອງຕົນ ທີ່ຈະ ເຊື່ອມຕໍ່ ກັບ ຂົງເຂດ ດ້ວຍການ ສ້າງເສັ້ນທາງ ຣົຖໄຟ ຄວາມໄວສູງ ກັບຈີນ ຊື່ງ ໃນ ປັດຈຸບັນ ຄວາມ ຕ້ອງການ ຣົຖໄຟ ຄາມໄວສູງ ຂອງລາວ ແຮງເພີ້ມຂຶ້ນ ທາງການ ລາວ ໃຫ້ ເຫດຜົລວ່າ ໂຄງການ ຣົຖໄຟ ຄວາມໄວສູງ ຈະເຮັດໃຫ້ ລາວ ທີ່ເຄີຍເປັນ ປະເທດ ປິດ ບໍ່ມີທາງ ອອກສູ່ ທະເລ ຈະກາຍເປັນ ປະເທດທີ່ ມີການ ເຊື່ອມຕໍ່ ທາງບົກ ກັບ ຂົງເຂດ ແຕ່ເທົ່າເຖິງ ປັດຈຸບັນ ຍັງບໍ່ແນ່ວ່າ ໂຄງການ ດັ່ງກ່າວ ຈະໄດ້ສ້າງ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.