ຊາວລາວກັງວົນນໍາໂຄງການ ຣົດໄຟ ລາວ-ຈີນ
2014.03.23

ໂຄງການ ຣົຖໄຟ ຄວາມໄວ ສູງ ຈາກ ແຂວງ ຢູນານ ຂອງຈີນ ຫາ ລາວ ຜ່ານລົງໄປ ຮອດ ສິງກະໂປ ໃນ ຈຸດປະສົງ ທີ່ ຈະປ່ຽນ ໂສມຫນ້າ ຂອງ ສປປລາວ ຈາກ ປະເທດ ດ້ອຍພັທນາ ທາງດ້ານ ການກະເສດ ມາເປັນ ອຸດສາຫະກັມ ນັ້ນ ປະຊາຊົນ ສວ່ນໃຫຍ່ ເປັນຫ່ວງ ຢ້ານລາວ ໂຄງການ ຣົຖໄຟ ຄວາມໄວສູງ ດັ່ງກ່າວ ຈະ ອະນຸຍາດ ໃຫ້ຈີນ ເຮັດໃຫ້ ສປປລາວ ກາຍເປັນ ພື້ນທີ່ ການຄ້າ ຂອງຕົນ.
ຈີນ ເປັນປະເທດ ລົງທຶນ ລາຍໃຫຍ່ ໃນລາວ ມີ ຈຸດປະສົງ ຈະໃຊ້ ເສັ້ນທາງ ຣົຖໄຟ ຄວາມໄວສູງ ໃນການ ເຄື່ອນຍ້າຍ ສິນຄ້າ ຢ່າງ ຫລວງຫລາຍ ຂອງຕົນ ມາທາງໃຕ້ ແລະ ໃນທາງກັບ ກໍຈະເອົາ ຊັພຍາກອນ ທັມມະຊາດ ຂອງລາວ ຂື້ນເຫນືອ ໄປຈີນ.
ໂຄງການ ຣົຖໄຟ ຄວາມໄວສຸງ ລາວ-ຈີນ ມີຄວາມຍາວ ປະມານ 418 ກິໂລແມັດ ຈາກ ຊາຍແດນ ຈີນ ທີ່ ເມືອງ ບໍ່ເຕັນ ແຂວງ ອຸດົມໄຊ ໄປຮອດ ນະຄອນຫລວງ ວຽງຈັນ ຈະສ້າງຂົວ 154 ແຫ່ງ ອຸບມົງ 76 ແຫ່ງ ແລະ ສະຖານີ ຣົຖໄຟ 31 ແຫ່ງ.
ປະຊາຊົນ ລາວ ສ່ວນຫລາຍ ຍັງຄິດວ່າ ໂຄງການ ດັ່ງກ່າວ ຈະບໍ່ໃຫ້ ຜົລປໂຍດ ແກ່ຄົນລາວ ເທົ່າທີ່ຄວນ ຮ້າຍໄປກວ່າ ນັ້ນ ຣັຖບານ ລາວ ຈະຕິດຫນີ້ ຫລາຍຂຶ້ນ ຖ້າມີການ ສ້າງ. ແຕ່ຂ່າວ ຫລ້າສຸດ ສານໄທ ຕັດສິນ ບໍ່ເຫັນພ້ອມ ໃນໂຄງການ ຣົຖໄຟ ຄວາມໄວສູງ ຂອງໄທ ຍັງ ບໍ່ຮູ້ວ່າ ໂຄງການ ຂອງລາວ ຍັງຈະມີ ການ ພິຈາຣະນາ ຢູ່ຫລືບໍ່.