ການເມືອງໄທວຸ້ນເຣື້ອງຣົດໄຟ ລາວ ສງັກ


2014.01.23
F-thai ການປະທ້ວງ ທີ່ກໍາລັງຟົດຟື້ນ ໃນປະເທດໄທ ທີ່ມີຣະບອບການ ປົກຄອງແບບ ປະຊາທິປະໄຕ ຢ່າງແທ້ຈິງ
RFA

 

ນັກຊ່ຽວຊານໄທ ເວົ້າວ່າໂຄງການ ສ້າງທາງຣົດໄຟ ຄວາມໄວສູງຣະຫວ່າງ ລາວ-ຈີນ ບໍ່ແນ່ນອນຕ້ອງລໍຖ້າການເມືອງຢູ່ໄທສງົບລົງກ່ອນ.

ເມື່ອບໍ່ດົນຜ່ານມາ ເຈົ້າໜ້າທີ່ລາວ ໄດ້ເລີ້ມສຳຣວດ ພື້ນທີ່ ແລະ ກະຕຣຽມແຜນຍົກຍ້າຍ ປະຊາຊົນອອກ ຈາກບ່ອນຈະສ້າງ ທາງຣົດໄຟ ຄວາມໄວສູງລາວ-ຈີນ ແລ້ວ ແຕ່ນັກຊ່ຽວຊານໄທທ່ານນຶ່ງເວົ້າວ່າ:

"ທ່ານເວົ້າວ່າ “ຂ້າພະເຈົ້າວ່າ ຖ້າຕາບໃດ ທີ່ປະເທດໄທ ຍັງບໍ່ສງົບ ໃນດ້ານການບໍຣິຫານ ປະເທດ ຄົງຍັງ ບໍ່ມີປະເທດໃດ ທີ່ຢາກຮ່ວມມື ກັບໄທເທື່ອດອກ. ຖ້າຈະສ້າງທາງຣົດໄຟ ພາຍໃນແຕ່ປະເທດດຽວກໍບໍ່ມີບັນຫາແຕ່ຖ້າຈະສ້າງ ຣະຫວ່າງປະເທດແລ້ວ ໃນເມື່ອປະເທດນຶ່ງ ຍັງບໍ່ພ້ອມເທື່ອໂຄງການນັ້ນກໍຕ້ອງຢຸດສງັກລົງ.”

ນັກຊ່ຽວຊານໄທ ຜູ້ນີ້ເວົ້າອີກວ່າ ເປົ້າໝາຍຂອງຈີນ ທີ່ຢາກສ້າງ ທາງຣົດໄຟຄວາມໄວສູງ ເຂົ້າລາວນັ້ນກໍແມ່ນເພື່ອຢາກສ້າງຕໍ່ໄປເຖິງ ບາງ ກອກ ມາເລເຊັຍ ແລະສິງກະໂປ. ແຕ່ປັດຈຸບັນ ຍ້ອນການເມືອງໄທ ກຳລັງວຸ້ນວາຍ ຈີນ ຈຶ່ງຍັງ ບໍ່ຕົກລົງ ໃຫ້ລາວຢືມເງິນ ຈຳນວນ 7 ຕື້ ດອນລ່າ ສະຫະຣັຖ ສຳຣັບສ້າງທາງຣົດໄຟຢູ່ລາວ ເພາະຖ້າໃຫ້ລາວຢືມເງິນ ແລະ ຖ້າລາວສ້າງແຕ່ຍັງບໍ່ຮູ້ແນ່ນອນວ່າ ຣັຖບານໄທຊຸດໃໝ່ ຈະມີນະໂຍບາຍ ແນວໃດ ຈະສ້າງທາງ ຣົດໄຟ ຄວາມໄວສູງ ຕໍ່ຈາກເມືອງ ໜອງຄາຍ ລົງໄປເຖິງ ບາງກອກ ຫລືບໍ່.

ເຖິງຢ່າງໃດກໍດີ ນັກຊ່ຽວຊານ ທ່ານນີ້ ກໍເວົ້າວ່າ ສະຖານະການ ດ້ານການເມືອງ ຢູ່ໄທ ອາດຈະທຸນທ່ຽງ ຂື້ນໃນໄວໆ ນີ້ ແລະ ກໍຫວັງວ່າ ຣັຖບານໃໝ່ ຈະມີນະໂຍບາຍ ສ້າງທາງຣົດໄຟ ຄືກັບຣັຖບານ ຊຸດປັດຈຸບັນ.

ເຖິງເວລານັ້ນ ໂຄງການສ້າງທາງ ຣົດໄຟ ລາວ-ຈີນ ກໍອາດຈະ ແນ່ນອນຂື້ນ. ຣັຖບານລາວ ມີໂຄງການ ຈະສ້າງທາງຣົດໄຟ ຄວາມໄວສູງ ຈາກ ນະຄອນຫລວງ ວຽງຈັນ ຂື້ນໄປຫາເຂດ ຊາຍແດນຈີນ ຊຶ່ງມີຄວາມຍາວ ປະມານ 420 ກິໂລແມັດ, ມີ 31 ສະຖານີ, ລອດອຸໂມງ 76 ແຫ່ງ ແລະມີຂົວ 154 ຂົວ. ຕາມໂຄງການ ທີ່ວາງໄວ້ ຈະສ້າງໃຫ້ ສຳເຣັດ ພາຍໃນປີ  2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.