ການ ພັທນາ ທາງ ຣົດໄຟ ທີ່ ໄດ້ ມາຕຖານ ຮ່ວມກັນ ຣະຫວ່າງ, ຈີນ, ລາວ ແລະ ໄທ ຄືຈາກ ເມືອງ ຂຸນຫມິງ ຜ່ານ ນະຄອນ ຫລວງ ວຽງຈັນ ແລະ ບາງກອກ ແມ່ນ ມີ ຄວາມ ຈຳເປັນ ໃນ ຂໍ້ຕົກລົງ ທີ່ ຮັບປະກັນ ວ່າ 3 ປະເທສ ຈະໄດ້ ຮັບ ຜົລປໂຍດ ເທົ່າທຽມ ກັນ. ຕາມ ຄຳເວົ້າ ຂອງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ ຂອງໄທ, ຊຶ່ງ ໜັງສືພິມ The Nation ຣາຍງານ ໃນ ວັນທີ 16 ພຶສພາ ນີ້.
ທ່ານ ກ່າວວ່າ: “ຣະບົບ ການ ແບ່ງປັນ ຜົລປໂຍດ ອັນນີ້ ບໍ່ ສົມບູນ, ໃນ ຂໍ້ຕົກລົງ ດັ່ງກ່າວ ລາວ ເປັນ ປະເທສ ທາງຜ່ານ ທີ່ມີ ເສຖກິດ ໜ້ອຍ ກວ່າ 5 ສ່ວນຮ້ອຍ ຂອງ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຂອງ ໄທ ແລະ ລາວ ຍັງຈະໄດ້ ຮັບ ຜົລປໂຍດ ໜ້ອຍ ທີ່ສຸດ, ຈາກການ ກໍ່ສ້າງ ທາງ ຣົດໄຟ ຂຸນຫມິງ ຫາ ນະຄອນ ຫລວງ ວຽງຈັນ ແລະ ບາງກອກ.
ທ່ານວ່າ: “ຈະຕ້ອງ ມີ ຣະບົບ ທີ່ ຮັບປະກັນ ການ ປຶກສາ ຫາລື ຣະຫວ່າງ ໄທ, ລາວ ແລະ ຈີນ, ກ່ຽວກັບ ແຜນການ ລວມ ວ່າຜູ້ໃດ ຈະ ລົງທຶນ ເທົ່າໃດ, ຢູ່ໃສ ແລະ ຜົລປໂຍດ ປະເພດ ໃດ ຈະ ສາມາດ ແບ່ງປັນ ກັນໄດ້ ຈາກ ການກໍ່ສ້າງ ທາງ ຣົດໄຟ ນັ້ນ”.
ຈີນ ຕ້ອງການ ສ້າງ ທາງ ຣົດໄຟ ຄວາມໄວ ສູງ 3,000 ກິໂລແມັດ ມາດົນ ແລ້ວ ຈາກ ຂຸນຫມິງ ຫາ ປະເທສ ສິງກະໂປ ຜ່ານລາວ, ໄທ ແລະ ມາເລເຊັຽ. ຕາມ ຂໍ້ມູນ ຂອງ ບໍຣິສັດ ທາງ ຣົດໄຟ ຈີນ, ເສັ້ນທາງ ແຕ່ ຂຸນມິງ ຫາ ສິງກະໂປ ຈະ ສ້າງ ເປັນສີ່ ຂັ້ນຕອນ ຄື ຈາກ ຂຸນຫມິງ ຫາ ນະຄອນ ຫລວງ ວຽງຈັນ, ຕໍ່ໄປ ບາງກອກ, ຕໍ່ໄປ ກຸງ ກົວລາລຳເປີ ແລະ ຕໍ່ໄປ ຫາ ສິງກະໂປ.