ໂຄງການຣົດໄຟຍັງເລື່ອນລອຍ
2015.09.22

ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງໄຊ ແຂວງ ອຸດົມໄຊ ຊຶ່ງ ເປັນແຂວງນຶ່ງ ທີ່ ທາງ ຣົດໄຟ ຄວາມໄວສູງ ຈະຜ່ານ ຍັງ ຢືນຢັນ ບໍ່ໄດ້ວ່າ ຈະມີການ ສ້າງ ທາງ ຣົດໄຟ ລາວ-ຈີນ ໃນໄວໆນີ້ ເທື່ອ, ຂນະນີ້ ໂຄງການ ດັ່ງກ່າວ ຍັງຢູ່ໃນ ຂັ້ນຕອນ ການ ພິຈາຣະນາ ຂອງ ຣັຖບາລ, ແລະວ່າ ຜູ້ຮັບ ຜິດຊອບ ເຣຶ່ອງນີ້ ຍັງໄປ ປະຊຸມ ຢູ່ ນະຄອນຫຼວງ ວຽງຈັນ:
"ຍັງບໍ່ກ້າ ໃຫ້ຄຳຕອບ ນໍ ຍັງບໍ່ຮູ້ ເທື່ອ ວຽກຕົວນີ້ ແມ່ນວຽກ ຂອງ ຂັ້ນເທິງ ເພິ່ນຍັງ ຕັດສິນ ຢູ່ຂັ້ນເທິງ ເຮົາ ເປັນເມືອງ ເຮົາ ບໍ່ຮູ້ເທື່ອ ຜູ້ ຮັບຜິດຊອບ ເພິ່ນຍັງໄປ ປະຊຸມ ຢູ່ ວຽງຈັນ".
ປະຊາຊົນ ເມືອງໄຊ ເວົ້າກັບ ເອເຊັຽ ເສຣີ ວ່າ, ເຈົ້າໜ້າທີ່ ຈາກ ປະເທສ ຈີນ ໄດ້ມາ ສຳຣວດ ພື້ນທີ່ ແລ້ວ, ແຕ່ຕອນນີ້ ໂຄງການ ນັ້ນວ່າ ຈະຖືກໂຈະ ໄປກ່ອນ, ໂດຍບໍ່ຮູ້ ສາເຫດ ວ່າ ເປັນຍ້ອນຫຍັງ ກັນແທ້, ເຮັດໃຫ້ ຫຼາຍຄົນ ເຂົ້າໃຈ ວ່າ ໂຄງການ ນີ້ ຈະຫລ້າຊ້າ ອອກໄປ:
"ໄດ້ຍິນວ່າ ມີ ໂຄງການ ເຂົາ ຊິສ້າງ ໄດ້ຍິນວ່າ ຈະ ໂຈະເນາະ ຄືວ່າ ແຕ່ກ່ອນ ເພິ່ນ ອະນຸມັດ ໃຫ້ ສ້າງ ຂະເຈົ້າ ກໍມາສຳຣວດ ມາຫຍັງ ອັນນັ້ນ ຢູ່ ສ.ປ.ຈີນ ມາສຳຣວດ ມາ ສັມປະທານ ເບິ່ງແລ້ວ ແວວໆວ່າ ເຫັນໂຈະໄປ ແວວວ່າ ເຫັນວ່າໂຈະ ບໍ່ສ້າງຕໍ່ ຈາກ ຣັຖບາລ ເພິ່ນ ວ່າຈັ່ງໃດ ໝູ່ເຮົາ ກໍບໍ່ເຂົ້າໃຈ".
ສຳລັບ ໂຄງການ ທາງ ຣົດໄຟ ຈີນ-ລາວ-ໄທ ເຈົ້າໜ້າທີ່ ໄທ ກໍຍັງ ບໍ່ສາມາດ ຢືນຢັນ ໄດ້ວ່າ ຈະຫລ້າຊ້າ ອອກໄປ ຫລື ບໍ່ ຍ້ອນວ່າ ໄທ ຍັງຕ້ອງລໍ ຜົລການ ສຶກສາ ຄວາມເປັນໄປໄດ້ ຈາກ ຈີນ ກ່ອນ ຂນະທີ່ ຈີນ ກໍຍັງບໍ່ໄດ້ ເຊັນ ສັນຍາ ກັບ ຣັຖບາລ ລາວ ເພາະ ຈີນ ຕ້ອງການ ໃຫ້ ນັກ ວິຊາການ ສຶກສາ ຣາຍລະອຽດ ກ່ອນ.