ມ.ຊຽງເງິນ 16 ບ້ານຈະຖືກ ໂຍກຍ້າຍ
2017.07.27
ປະຊາຊົນ 16 ບ້ານ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈະເສັຽທັງເຮືອນແລະທີ່ດິນ ຍ້ອນໂຄງການ ທາງຣົດໄຟ ລາວ-ຈີນ ທີ່ກຳລັງ ເຈາະອຸມົງ, ທັງສ້າງສະຖານີ ຣົດໄຟ ແລະເສັ້ນທາງ ເຂົ້າໄປຫາບ່ອນ ກໍ່ສ້າງ, ດັ່ງເຈົ້າໜ້າທີ່ ເມືອງຊຽງເງິນ ເວົ້າໃນວັນທີ 26 ກໍຣະກະດາ ນີ້ວ່າ:
"ຄັນສິເວົ້າລວມລະກະຖືກຫຼາຍ ຍັງບໍ່ທັນໄດ້ເກັບກຳເທື່ອ ມີແຕ່ວ່າຈຳນວນບ້ານ 16 ບ້ານ ສິຖືກສິ່ງກີດຂວາງ ທາງຣົດໄຟເຮົາໜິ ວ່າຊັ້ນຊະ ຫັ້ນນະ ແລວທາງຣົດໄຟ ຜ່ານແທ້ໆມີແຕ່ 13 ບ້ານ ແບບທາງຫຍັງ ເຂົ້າໄປຫາອຸມົງນະ ມັນຖືກບ້ານ ຂອງຂະເຈົ້າ ວ່າຊັ້ນຊະ".
ທ່ານກ່າວອີກວ່າໃນຈຳນວນ 16 ບ້ານທີ່ວ່ານັ້ນ ຍັງບໍ່ຮູ້ຄັກແນ່ວ່າ ມີຈັກຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ຈາກການກໍ່ສ້າງນັ້ນ ແຕ່ກໍຄາດວ່າ ຈະມີຫຼາຍຮ້ອຍຄອບຄົວ ແລະ ຣາຍລະອຽດກ່ຽວກັບ ການຊົດເຊີຍ ຄວາມເສັຽຫາຍນັ້ນ ກໍຍັງບໍ່ຄັກແນ່. ສຳລັບ ການໂຍກຍ້າຍ ປະຊາຊົນ ອອກໄປນັ້ນ ກໍຍັງບໍ່ຮູ້ວ່າເມື່ອໃດ ຕ້ອງໄດ້ລໍຟັງຄຳສັ່ງ ຈາກທາງສູນກາງກ່ອນ.
ກ່ອນໜ້ານີ້ ມີຣາຍງານວ່າ ປະຊາຊົນ 102 ຄອບຄົວ ຢູ່ບ້ານບວມອໍ້ ເມືອງຊຽງເງິນ ຈະໄດ້ຮັບຜົລກະທົບ ຈາກໂຄງການນີ້ ຍ້ອນຈະມີການ ສ້າງສະຖານີ ຣົດໄຟໃສ່ ຊຶ່ງ ເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ ຜູ້ທີ່ຈະຖືກຍ້າຍເຮືອນ ຈະໄດ້ຮັບຄ່າຊົດເຊີຍ ພຽງແຕ່ເປັນ ບ້ານຈັດສັນ ເທົ່ານັ້ນ. ສ່ວນວ່າຜູ້ທີ່ເສັຽທີ່ດິນ ຈະໄດ້ເປັນເງິນ.
ຕໍ່ຄຳຖາມທີ່ວ່າ ເປັນຫຍັງທາງການ ສປປລາວ ຈຶ່ງໃຫ້ຄ່າຊົດເຊີຍ ຊັກຊ້ານັ້ນ, ທ່ານ ຣັດຕະນະມະນີ ຄູນນິວົງ ຮອງຣັຖມົນຕຣີ ກະຊວງ ໂຍທາທິການ ແລະຂົນສົ່ງ ອະທິບາຍວ່າ:
"ການເວນຄືນທີ່ດິນ ຂອງປະຊາຊົນ ຂັ້ນຕອນທຳອິດ ແມ່ນບໍຣິສັດ ຜູ້ຮັບເໝົາ ຈະຕ້ອງໄດ້ລົງ ວັດແທກ ປັກຫລັກຕົວຈິງ ທີ່ພວກເຮົາ ຕ້ອງການ ເປັນເຂດສງວນແທ້ໆນັ້ນ ການປັກຫລັກຕົວຈິງ ແມ່ນບໍຣິສັດ ຮັບເໝົາ ເປັນຜູ້ປັກຫລັກ ເພາະວ່າ ບໍຣິສັດຮັບເໝົາ ເປັນຜູ້ກໍ່ສ້າງ ບໍ່ແມ່ນຜູ້ອື່ນ ຈະມາປັກຫລັກ, ສະນັ້ນມັນກໍຕ້ອງ ມີການປະມູນ ໄດ້ບໍຣິສັດ ຜູ້ຮັບເໝົາແລ້ວ ຈຶ່ງໃຫ້ບໍຣິສັດ ຜູ້ຮັບເໝົາ ມາປັກຫລັກ ສະນັ້ນ ມັນຈຶ່ງຊັກຊ້າ".
ປັດຈຸບັນ ກຳລັງເຈາະອຸມົງ ຢູ່ເມືອງຊຽງເງິນ ທີ່ມີທັງໝົດ 4 ແຫ່ງຮວມທັງອຸມົງ ຢູ່ບ້ານຫ້ວຍຕູ້ ບໍຣິເວນຊາຍແດນຣະຫວ່າງ ເມືອງຊຽງເງິນ ແລະ ເມືອງກາສີ ແຂວງວຽງຈັນ, ອຸມົງ ຢູ່ບ້ານຫ້ວຍຮາວ ແລະ ຢູ່ບ້ານນ້ຳມິ່ງ. ນອກຈາກ ເມືອງຊຽງເງິນ ແລ້ວກໍມີ ການເຈາະອຸມົງ ອີກ ຈຳນວນນຶ່ງ ຢູ່ເມືອງຫລວງພຣະບາງ ແລະ ເມືອງຈອມເພັດ.