ຊາວບ້ານໄດ້ຍ້າຍໜີທາງ ຣົດໄຟ ຄ່າຊົດເຊີຍ ຍັງງຽບ

ຈໍາປາທອງ
2017.05.24
F-tunnel ອຸປກອນເຄື່ອງຈັກ ຂຸດເຈາະອຸມົງ ຢູ່ຫຼວງພຣະບາງ
RFA/NY

ຊາວບ້ານ ບ້ານພອນໄຊ ເມືອງຫລວງພຣະບາງ ທີ່ເສັຽດິນ ແລະບ້ານເຮືອນ ໃຫ້ໂຄງການ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈຶ່ງຢາກໃຫ້ ທາງການ ເສັຽຄ່າຊົດເຊີຍ ໃຫ້ພວກຕົນ ຢ່າງສົມເຫດສົມຜົລ ຕາມຣາຄາທີ່ດິນ ໃນທ້ອງຕລາດ ເພື່ອວ່າພວກຕົນ ຈະສາມາດ ໄປຊື້ດິນຕອນ ໃໝ່ໄດ້ ຕາມຄໍາເວົ້າ ຂອງຊາວບ້ານ:

"ເຂົາເຈົ້າບໍ່ໄດ້ຄັດຄ້ານຫຍັງ ດອກແຕ່ວ່າ ກໍຂໍໃຫ້ພັກ-ຣັຖ ຊົດເຊີຍ ໃຫ້ສົມເຫດສົມຜົລ ເພາະວ່າ ມັນດິນຢູ້ຫັ້ນ ຣາຄາຈະສູງແດ່ ຢູ່ແຖວນັ້ນ ຫັ້ນນະ ເຂົາເຈົ້າເອີ້ນວ່າ ເປັນດິນເສຖກິດ ຢູ່ແຖວນັ້ນນະ ແລະຂ້ອຍກໍຢາກຮູ້ວ່າ ເພິ່ນຈະຊົດເຂີຍແນວໃດ ຣາຄາໃດ ແລະ ອີກດົນບໍ່ ເພິ່ນ ຈະຊົດເຊີຍ. ບາງຄົນ ເຂົາເຈົ້າກ່າເດືອດຮ້ອນ ແທ້ໆຢາກໄດ້ເງິນ ແບບໄປປຸກຢ້າວ ແປງເຮືອນ ເຂົາເຈົ້າກ່າຢາກ ຮຽກຮ້ອງໃຫ້ ໂຕທາງຣົຖ ໄຟ ນີ້ ຢາກໃຫ້ຊ່ວຍ ຊົດເຊີຍ ໝົດທຸກຄົນ, ໄດ້ບໍ ແຕ່ວ່າບໍ່ໄດ້ ຄໍາຕອບມາເທ່ຶອ ຫັ້ນນະ".

ຊາວບ້ານທີ່ໄດ້ຮັບ ຜົລກະທົບ ຈາກການສ້າງອຸມົງ ທາງຣົຖໄຟ ຢູ່ບ້ານພອນໄຊ ນີ້ມີທັງ ໝົດ 9 ຄອບຄົວ. ໃນນັ້ນ 5 ຄອບຄົວ ໄດ້ຮັບຜົລ ກະທົບ ໂດຍກົງ ຊຶ່ງເວລານີ້ ໄດ້ຍ້າຍອອກ ຈາກບ້ານ ໄປຢູ່ບ່ອນອື່ນແລ້ວ ໂດຍທີ່ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ຄວາມ ເສັຍຫາຍເທື່ອ.

ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ອໍານາດການປົກຄອງທ້ອງຖິ່ນ ທີ່ມີສ່ວນຮັບຜິດຊອບ ນໍາການໄກ່ເກັ່ຍ ບັນຫາ ນັ້ນ ໄດ້ຮັບຄໍາຕອບວ່າ:

"ໂອ່...ເຣື້ອງຄ່າຊົດເຊີຍນີ້ ເຈົ້າແຂວງເພິ່ນວ່າ ບໍ່ເຕັນ ນະຄອນຫລວງ ຈະເວົ້າບາດດຽວ ເພິ່ນຈະບໍ່ໃຫ້ຍ່ອຍຫັ້ນນາ ໝາຍຄວາມວ່າ ຣາຄາ ຫັ້ນ ເພິ່ນຈະບໍ່ໃຫ້ ຮູ້ເທື່ອ ກໍມີແຕ່ລໍຖ້າ ເທົ່ານັ້ນແຫລະ. ເພິ່ນກ່າລົງມາ ໄກ່ເກັ່ຽ ເຣືອງກໍ່ສ້າງຫັ້ນ ແຕ່ວ່າຄ່າຊົດເຊີຽນີ້ ເພິ່ນຈະໃຫ້ຕາມຫລັງ ຊັ້ນນ່າ ເພິ່ນໄດ້ປຸກລະດົມ ແນວນັ້ນ  ປະຊາຊົນ ສ່ວນໃຫ່ຽກ່າ ເຫັນດີຫັ້ນແລ້ວ".

ຊາວບ້ານທີ່ໄດ້ຮັບ ຜົລກະທົບນີ້ເວົ້າວ່າ ພວກຕົນບໍ່ຢາກໃຫ້ ເປັນຄືກັນກັບ ກໍຣະນີ ໂຄງການສ້າງ ສນາມກອຟ ຊຶ່ງໃນເວລານັ້ນ ມີປະຊາຊົນ ໄປຕໍ່ວ່າຕໍ່ຂານ ແລ້ວຖືກຈັບ ແລະໂຄງການ ຂະຫຍາຍເດີ່ນຍົນ ຫລວງພຣະບາງ ຊຶ່ງປະຊາຊົນ ຈໍານວນນຶ່ງ ມາຮອດທຸກມື້ນີ້ ກໍຍັງບໍ່ໄດ້ຮັບ ຄ່າຊົດເຊີຍ.

ເຈົ້າໜ້າທີ່ ອະທິບາຍຕື່ມວ່າ ເວລານີ້ ການລະເບີດຫີນ ຢູ່ທາງເຂົ້າອຸມົງ ແມ່ນເຮັດຢູ່ ຕລອດ 24 ຊົ່ວໂມງ ທັງເວັນທັງຄືນ ບໍ່ແມ່ນເອົາເຄື່ອງ ຈັກ ທັນສະໄໝ ມາເຈາະ ຄືດັ່ງທີ່ເພິ່ນ ສະແດງໃຫ້ເຫັນ ໃນຮູບພາບນັ້ນ. ອຸມົງແຫ່ງນີ້ ເຈາະລອດຜາບ່ອງ ໄລຍະທາງ 3 ກິໂລແມັດ ປາຍ ໄປຊອດໃສ່ບ້ານຈິກ. ສໍາລັບຂົວ ຂ້າມນໍ້າຂອງ ລະຫ່ວາງ ເມືອງຈອມເພັດ ກັບເມືອງ ຫລວງພຣະບາງ ນັ້ນ ມີຄວາມຍາວ ປະມານ 1 ກິໂລແມັດ ປາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.