ຣົຖໄຟສວັນ-ລາວບາວຈະເລີ້ມ ສ້າງ ທ້າຍປີ

0:00 / 0:00

ເມື່ອວັນທີ 27 ມິຖຸນາ ປີ 2014 ຜູ້ຕາງຫນ້າ ບໍຣິສັດ GIANT RAIL COMPANY LIMITED ຂອງ ມາເລເຊັຍ ໄດ້ຖແລງ ຕໍ່ ສື່ມວນຊົນ ລາວວ່າ ໂຄງການ ສ້າງທາງ ຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ທີ່ມີຣະຍະ ທາງ ປະມານ 220 ກິໂລແມັດ ມູນຄ່າ ສ້າງ ປະມານ 5 ຕື້ ໂດລາ ຈາກແຂວງ ສວັນນະເຂດ ຫາ ດ່ານລາວບາວ ນັ້ນ ມີກຳນົດ ເລິ້ມສ້າງ ຢ່າງເປັນ ທາງການ ໃນເດືອນ ທັນວາ ປີນີ້ ຫລັງຈາກ ໄດ້ເລື່ອນ ເວລາ ມາຫລາຍຄັ້ງ ນັບຕັ້ງແຕ່ ການວາງ ສີລາເຣີກ ເມື່ອ ເດືອນ ທັນວາ ປີ 2013.

ໂຄງການ ນີ້ຈະໃຊ້ ເວລາ ສ້າງ ທັງຫມົດ 4 ປີ ໃນນັ້ນ 2 ປີ ແມ່ນ ຣະຍະ ເວລາ ກໍ່ສ້າງ ແລະ ອີກສອງປີ ແມ່ນການ ທົດສອບ ແລ່ນ ຣົຖໄຟ ແລະ ເລີ້ມ ໃຊ້ງານ ຢ່າງເປັນ ທາງການ ໂດຍທາງ ບໍຣິສັດ ໄດ້ຮັບ ສຳປະທານ ຈາກ ຣັຖບານ ລາວ ເປັນ ເວລາ 50 ປີ. ແຕ່ເມື່ອ ເອເຊັຍເສຣີ ສອບຖາມ ໄປຍັງ ເຈົ້າຫນ້າທີ່ ລາວ ທີ່ ແຂວງ ສວັນນະເຂດ ກໍບໍ່ປາກົດ ວ່າມີ ເຈົ້າຫນ້າທີ່ ຄົນໃດ ຮູ້ກ່ຽວກັບ ເຣື້ອງນີ້ ພຽງແຕ່ ບອກວ່າ:

"ຂ້ອຍກໍ ບໍ່ທັນຮູ້ ພກວສຳຣວດ ໂຄງການ ທາງ ຣົຖໄຟ ເຂົາເຊົ່າເຮືອນ ຫລັງນຶ່ງ ໃຫ້ພວກ ສຳຫຣວດຢູ່ ບ່ອນເຮັດວຽກ ນຳ ເຂົາບໍ່ທັນ ມີຫ້ອງການ".

ທ່ານກ່າວ ຕຶ່ມວ່າ ໃນ ຣະຍະນີ້ ເຈົ້າໜ້າທີ່ ຢູ່ແຂວງ ສວັນນະເຂດ ຍັງບໍ່ຮູ້ ຂໍ້ມູນ ຄວາມ ຄືບຫນ້າ ຂອງ ໂຄງການ ດັ່ງກ່າວ ແຕ່ຢ່າງໃດ ເພາະ ເຈົ້າຫນ້າທີ່ ໂຄງການ ຣົຖໄຟ ເຄື່ອນໄຫວ ແບບງຽບໆ ໂດຍບໍ່ໄດ້ ຜ່ານ ເຈົ້າຫນ້າທີ່ ລາວ ໂດຍຕຣົງ ແຕ່ຄາດວ່າ ປັດຈຸບັນ ບໍຣິສັດ GIANT RAIL COMPANY ອາດກຳລັງ ຊອກຫາ ຜູ້ຮັບເໝົາ ຮ່ວມທັງ ແຮງງານ ຜູ້ທີ່ຈະມາ ເຮັດວຽກ ໃນ ໂຄງການ ຢູ່.