ທາງຣົດໄຟ ສວັນນະເຂດ ລາວບາວ


2013.05.14
F-savannakheth ຕຸກຕຸກຈໍ້າໂບ້ ໃຊ້ຮັບຈ້າງ ຜູ້ໂດຍສານ ແມ່ຄ້າພໍ່ຄ້າ ພາຍໃນແຂວງ ສວັນນະເຂດ. ທາງຣົດໄຟ ເປັນບາດກ້າວ ທີ່ກວ້າງໄກ ສໍາລັບ ສປປລາວ
Wikipedia/Ilya Plekhanov/Creative Commons

 

ໂຄງການ ສ້າງທາງ ຣົຖໄຟ ລາວ-ວຽດນາມ ຈະວາງ ສີລາເຣີກ ໃນເດືອນ ສິງຫາ ປີນີ້.

ເຈົ້າຫນ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປລາວ ກ່າວວ່າ ໂຄງການ ສ້າງທາງ ຣົຖໄຟ ລາວ-ວຽດນາມ ຈາກ ເມືອງໄກສອນ ພົມວິຫານ ແຂວງ ສວັນນະເຂດ ໄປຫາ ດ່ານ ຊາຍແດນ ລາວບາວ ນັ້ນ ຈະມີ ພິທີ ວາງສີລາເຣີກ ໃນເດືອນ ສິງຫາ ປີນີ້ ແລະ ຄາດວ່າຈະເລິ້ມ ການກໍ່ສ້າງ ທັນທີ ຫລັງຈາກ ສີ້ນພິທີ ດັ່ງກ່າວ. ທ່ານກ່າວວ່າ:

"ຕາມແຜນ ເຂົາວ່າ ເດືອນສິງຫາ ຊິ່ວາງ ສີລາເຣິກ ຂະເຈົ້າຖືວ່າ ເຊັ່ນກັນ ຂະເຈົ້າໄດ້ ເງິນມາແລ້ວ ຕາມເວົ້າ ຫ້າ ຕື້ ໂດລາ ມີເງິນມານັ້ນ ກໍຕ້ອງໄດ້ໃຊ້ ຕ້ອງໄດ້ ປະຕິບັດ".

ທ່ານວ່າ ສຳລັບມື້ ວາງສີລາເຣີກ ນັ້ນ ຍັງບໍ່ຮູ້ ຄັກແນ່ວ່າ ເປັນມື້ວັນທີ ເທົ່າໃດ ແລະ ມີພາກສ່ວນ ໃດແດ່ ຂອງ ຣັຖບານ ຈະມາເຂົ້າ ຮ່ວມພິທີ ດັ່ງກ່າວ ແຕ່ເຖິງຢ່າງໃດ ກໍດີ ຫລັງຈາກ ພິທີ ສິ້ນ ສຸດລົງ ຄາດວ່າ ທາງ ບໍຣິສັດ ກໍຈະເລີ້ມລົງມື ການກໍ່ສ້າງ.

ສຳລັບ ການປະເມີນ ຜົລກະທົບ ແລະ ການສຳຣວດ ແຮງງານ ທ້ອງຖິ່ນ ໃນໂຄງການ ດັ່ງກ່າວນັ້ນ ທາງ ບໍຣິສັດ Giant Consolidated ຍັງບໍ່ທັນ ລາຍງານ ຕໍ່ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ສວັນນະເຂດ ເທື່ອ. ແຕ່ທາງ ເຈົ້າຫນ້າທີ່ ກໍຍອມຮັບວ່າ ກຸ່ມຜູ້ລົງທຶນ ອາດນຳເຂົ້າ ແຮງງານ ແລະ ນັກວິຊາການ ຈາກ ຕ່າງປະເທດ ເຂົ້າມາ ເຮັດວຽກ ໃນໂຄງການ ດັ່ງກ່າວ ຫລາຍພໍສົມ ຄວນ ແລະ ຈ້າງແຮງງານ ທ້ອງຖິ່ນ ຈຳນວນນຶ່ງ.

ຕາມແຜນການ ໂຄງການ ຣົຖໄຟ ລາວ-ວຽດນາມ ຈະສ້າງໃຫ້ ສຳເຣັດ ພາຍໃນ 3 ປີ ຫລັງຈາກ ການລົງມື ກໍ່ສ້າງ ໃນເດຶອນ ສິງຫາ ປີນີ້ ໃນຣະຍະ ທາງຍາວ ປະມານ 220 ກິໂລແມັດ ແລະ ເສັ້່ນທາງ ຣົຖໄຟ ສາຍນີ້ ຈະເຊ່ື່ອມຕໍ່ ໄປຮອດ ເມືອງດານັງ ໃນວຽດນາມ ແລະ ແຂວງ ມຸກດາຫານ ຂອງ ໄທ ຜ່ານແຂວງ ສວັນນະເຂດ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.