ລາວຈະປຶກສາກູ້ເງິນ ຈາກຈີນ


2013.03.29
F-lao-china-train ເສັ້ນທາງຣົດໄຟ ຄວາມໄວສູງ ທີ່ີ ລາວ-ຈີນ ຈະຮ່ວມກັນສ້າງ
RFA

ທາງການລາວ ຕຣຽມ ເຈຣະຈາ ກັບ ທາງການຈີນ ກ່ຽວກັບ ການກູ້ຢືມ ເງິນ 7,000 ລ້ານ ໂດລາ ສະຫະຣັດ ສໍາລັບ ໂຄງການ ສ້າງ ທາງຣົດໄຟ ຄວາມໄວສູງ.

ເຈົ້າໜ້າທີ່ ໃນສູນກາງ ພັກ ປະຊາຊົນ ປະຕິວັດລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍວ່າ ກັມການ ກົມການເມືອງ ສູນກາງພັກ ທັງ 11 ຄົນ ໄດ້ຕົກລົງ ຢ່າງເປັນ ເອກສັນ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຕຣຽມ ເຈຣະຈາ ກັບ ທາງການຈີນ ໃນການກູ້ຢືມ ເງິນ 7,000 ລ້ານ ໂດລາ ສະຫະຣັດ ເພື່ອສ້າງທາງ ຣົດໄຟ ຄວາມໄວສູງ.

ໃນການຕົກລົງ ຄັ້ງນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ກັມການ ກົມການເມືອງ ສູນກາງພັກ, ຮອງນາຍົກ ຣັຖມົນຕຣີ, ຜູ້ຊີ້ນໍາ ວຽກງານ ເສຖກິດ ຂອງ ຣັຖບານລາວ ອາດຈະເປັນ ຫົວໜ້າ ຄະນະຜູ້ແທນ ພັກ ແລະຣັຖບານ ໄປເຈຣະຈາ ກັບ ທາງການຈີນ ໃນມໍ່ໆນີ້ ຊຶ່ງທ່ານກໍເປັນ ຜູ້ທີ່ໄດ້ຮັບ ຜິດຊອບ ໂຄງການນີ້ ມາແຕ່ຕົ້ນແລ້ວ. ເພື່ອໃຫ້ການ ປະສານງານ ກັບ ທາງການຈີນ ດໍາເນີນໄປ ຢ່າງຕໍ່ເນື່ອງ ຈຶ່ງເຫັນວ່າ ທ່ານ ສົມສະຫວາດ ເໝາະສົມ ໃນການ ເຈຣະຈາ ຕໍ່ລອງ ແລະ ເພື່ອເຮັດໃຫ້ ໂຄງການ ທາງຣົດໄຟ ນັ້ນເປັນ ຮູບປະທັມ ຕາມແຜນການ ທີ່ວາງໄວ້ ໃນ 5 ປີ ຂ້າງໜ້າ.

ທ່ານ ສົມສະຫວາດ ກໍຍັງໄດ້ ຂໍເປັນ ຜູ້ຮັບຜິດຊອບ ໃນໂຄງການ ທີ່ມີມູນຄ່າ 7,000 ລ້ານ ໂດລາ ສະຫະຣັດ ນີ້ໄປຈົນກວ່າ ທ່ານຈະບໍ່ ສາມາດ ປະຕິບັດ ໜ້າທີ່ ນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.