ລາວຈະຂຍາຍເຄືອຂ່າຍ ທາງຣົດໄຟ


2013.09.10
F-Thanaleng ສະຖານີຣົດໄຟ ທ່ານາແລະງ
lao-vita

 

ເມື່ອທ້າຍເດືອນສິງຫາ 2013 ບໍຣິສັດເສີມສງວນກໍ່ສ້າງຂອງໄທຍ໌ ໄດ້ເລີ່ມກໍ່ສ້າງ ສະຖານທີ່ຕ່າງໆ ຢູ່ສະຖານີ ທ່ານາແລ້ງ ນະຄອນຫລວງ ວຽງຈັນທນ໌. ສະຖານີ ດັ່ງກ່າວ ເປັນສະຖານີ ຣົດໄຟເຊື່ອມຕໍ່ ນະຄອນຫລວງ ວຽງຈັນທນ໌ ກັບ ແຂວງໜອງຄາຍ. ທາງຣົດໄຟສາຍສັ້ນໆນີ້ ເປັນພຽງສາຍດຽວ ທີ່ລາວມີ ຊຶ່ງຕໍ່ໄປ ກໍຈະມີ ການຂຍາຍອອກຕື່ມ.

ຂັ້ນທໍາອິດ ຂອງໂຄງການນີ້ ຈະໃຊ້ງົບປະມານ ໃນການກໍ່ສ້າງ 18 ລ້ານ 3 ແສນໂດລາ ສະຫະຣັດ. ໂຄງການຂັ້ນທີ 2 ຈະໃຊ້ 22 ລ້ານ 1 ແສນໂດລາ. ທຶນໃນການກໍ່ສ້າງນັ້ນ ຈະແມ່ນຣັຖບາລໄທຍ໌ ເປັນຜູ້ສນອງໃຫ້ ໃນຮູບຂອງການ ຊ່ວຍເຫລືອລ້າ ແລະເປັນເງິນກູ້ ໃນກໍານົດ 30 ປີ.

ສະຖານທີ່ໃໝ່ ມີຄວາມຈໍາເປັນ ຕ້ອງໄດ້ສ້າງຂຶ້ນ ເພື່ອສນອງ ຄວາມຕ້ອງການ ດ້ານຂົນສົ່ງ ທາງຣົດໄຟ ທີ່ເພີ່ມຂຶ້ນ ທັງສໍາລັບ ຜູ້ໂດຍສານ ແລະສິນຄ້າ. ດັ່ງນັ້ນ ຈຶ່ງຄວນກໍ່ສ້າງ “ຣະບົບ logistics ທີ່ມີ ປະສິດທິພາບ“ ສໍາລັບນະຄອນຫລວງວຽງຈັນທນ໌. ພ້ອມກັນນັ້ນ ຣັຖບາລລາວ ກໍຍັງຕົກລົງ ຮັບຮອງເອົາ ການກໍ່ສ້າງ ທາງຣົດໄຟ ຄວາມໄວສູງ ມູນຄ່າ 7 ຕື້ໂດລາ ສະຫະຣັຖ ທີ່ເຊື່ອມຕໍ່ ນະຄອນຫລວງວຽງຈັນທນ໌ ກັບ ຊາຍແດນຈີນ ທີ່ມີໄລຍະທາງ 421 ກິໂລແມັດ. ໂຄງການນີ້ ຈະແມ່ນ ທະນາຄານ ຂາອອກ-ຂາເຂົ້າ ຂອງຈີນ ເປັນຜູ້ໃຫ້ ເງິນກູ້ ເປັນເວລາ 30 ປີ.

ນອກນັ້ນ ສປປລາວ ຍັງຮັບຄໍາສເນີຂອງນັກລົງທຶນມາເລເຊັຍ ທີ່ຈະສ້າງທາງຣົດໄຟຄວາມໄວສູງມູນຄ່າ 5 ຕື້ໂດລາ ສະຫະຣັຖ ທີ່ ເຊື່ອມຕໍ່ ແຂວງ ສວັນນະເຂດ ກັບຊາຍແດນ ວຽດນາມ ໂດຍຈະໃຫ້ ສໍາປະທານ ໃນກໍານົດ 50 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.