ຂໍ້ມູນໂຄງການຣົດໄຟເລີ້ມ ເຜີຍແຜ່

ສິດນີ
2016.09.29
F-Laos-China-train ຮູປຮ່າງຕົວຢ່າງຂອງຣົດໄຟ ຈີນ ທີ່ຈະໃຊ້ຢູ່ ສປປ ລາວ
RFA

ໃນທ້າຍອາທິດຜ່ານມາ ທາງການ ໄດ້ຈັດພິທີ ເຜີຍແຜ່ ເອກກະສານ ແນວຄິດ ກ່ຽວກັບ ໂຄງການ ຣົດໄຟ ລາວ-ຈີນ ຢູ່ເມືອງ ໜອງບົກ ແຂວງ ຄຳມ່ວນ ໂດຍມີ ເຈົ້າເມືອງ, ເຈົ້າຫນ້າທີ່ ຫ້ອງການຕ່າງໆ ຮວມດ້ວຍ ບັນດາ ພໍ່ບ້ານ ພະນັກງານ ຣັຖ ຈາກຫຼາຍ ຫ້ອງການ ເຂົ້າຮ່ວມກວ່າ 200 ຄົນ ເພື່ອໃຫ້ ພະນັກງານຣັຖ ເຂົ້າໃຈໃນ ໂຄງການນີ້. ດັ່ງ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ເມືອງໜອງບົກ ນາງນຶ່ງ ໃນວັນທີ 28 ກັນຍາ ນີ້ວ່າ:

"ໂຄງການຣົດໄຟ ເຜີຍແຜ່ ເອກສານ ເນາະ ເຜີຍແຜ່ ໃຫ້ເຂົ້າໃຈ ກ່ຽວກັບ ເສັ້ນທາງຣົດໄຟ ສ່ວນຫຼາຍ ມີແຕ່ ພະນັກງານ ເພິ່ນຍັງບໍ່ທັນ ໄດ້ລົງບ້ານ ມີພະນັກງານ ນາຍບ້ານ 55 ບ້ານ ຂະເຈົ້າຂຶ້ນມາ ລວມຫມົດ ເພິ່ນຈະໃຫ້ ຜູ້ຮັບຜິດຊອບ ແຕ່ລະເຂດ ແຕ່ລະບ້ານ ເປັນຜູ້ເຜີຍແຜ່ ເອງ ຫັ້ນແຫຼະ".

ໃນຂນະດຽວກັນ ໃນວັນທີ 23 ກັນຍາ ຜ່ານມາ ທາງການ ແຂວງອຸດົມໄຊ ກໍໄດ້ຈັດ ພິທີເຜີຍແຜ່ ໂຄງການ ຣົດໄຟ ລາວ-ຈີນ ໃຫ້ ພະນັກງານຣັດ ຢູ່ແຂວງນັ້ນ ເຊັ່ນກັນ ໂດຍ ໄດ້ເວົ້າເຖິງ ຄວາມເປັນມາ ຂອງໂຄງການ ຮ່ວມດ້ວຍ ການນຳໃຊ້ ທີ່ດິນ, ການລົງທຶນ, ຄວາມຮ່ວມມື ຣະຫວ່າງ ຣັຖບານລາວ ກັບ ຣັຖບານຈີນ ແລະ ວຽກງານ ຕ່າງໆ ໃນໂຄງການ ຣົດໄຟ.

ປະຊາຊົນ ແຂວງອຸດົມໄຊ ທ່ານນຶ່ງ ຜູ້ທີ່ເສັຽດິນ ໃຫ້ແກ່ ໂຄງການ ຣົດໄຟ ເວົ້າວ່າ ເມື່ອທ້າຍອາທິດ ຜ່ານມາ ທາງການແຂວງ ໄດ້ເອີ້ນ ບັນດາ ພໍ່ບ້ານ ແລະ ປະຊາຊົນ ຈຳນວນນຶ່ງ ໄປໂອ້ລົມກັນ ແຕ່ບໍ່ໄດ້ ເວົ້າເຖິງ ໂຄງການ ຣົດໄຟ ແຕ່ຢ່າງໃດ ເວົ້າແຕ່ ຜົລສຳເຣັດ ຂອງ ກອງປະຊຸມ ສຸດຍອດ ອາຊຽນ ໃຫ້ ປະຊາຊົນ ໄດ້ຮັບຮູ້ ເທົ່ານັ້ນ:

"ຍັງບໍ່ທັນມີສັງເທື່ອ ມີແຕ່ເຜີຍແຜ່ ກ່ຽວກັບ ກອງປະຊຸມ ອາຊຽນຊື່ໆ ລາວໄດ້ເຮັດ ສຳເຮັດຫນ້າທີ່ ຂອງ ການມອບໝາຍ ເປັນ ປະທານ ອາຊຽ ຫັ້ນ ໂຄງການ ຣົດໄຟ ບໍ່ທັນໄດ້ ເຜີຍແຜ່ເທື່ອ ເພາະວ່າ ຍັງບໍ່ທັນ ມີຄຳຕອບ".

ທ່ານກ່າວຕື່ມວ່າ ມາຮອດ ປັດຈຸບັນ ຕົນ ແລະ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກ ໂຄງການ ຣົດໄຟ ຍັງຕ້ອງການ ຢາກໃຫ້ ຣັຖບານໃຫ້ຂໍ້ມູນ ກ່ຽວກັບ ການໃຫ້ ຄ່າຊົດເຊີຍ ແກ່ ຊາວບ້ານ ເພາະເປັນສິ່ງທີ່ ຫຼາຍຄົນ ຢາກຮູ້ ຍ້ອນວ່າ ສຳຄັນຕໍ່ ການວາງແຜນ ໃນຊີວິດ ຂອງ ພວກຂະເຈົ້າ ຫລັງຈາກ ຖືກໃຫ້ ໂຍກຍ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.