ໂຄງການເສັ້ນທາງ ສູ່ໜີ້ສິນສູງ


2013.04.16
F-boys-dog ນີ້ຫລະ! ເພື່ອນແທ້ ເພື່ອນຕາຍ ບໍ່ວ່າມະນຸດຫຼືສັດ ຕ້ອງຊົດຊ່ວຍກັນ ໃນຍາມຄັບຂັນ ບໍ່ແມ່ນສວຍໂອກາດ
Friends/fb

ໂຄງການ ເສັ້ນທາງ ຣົຖໄຟ ຄວາມໄວສູງ ຂອງ ສປປ ລາວ ເງິນກູ້ຈາກ ຈີນ ເປັນຫົນທາງ ໄປສູ່ຫນີ້ສິນ ອັນມະຫາສານ ແລະ ຄວາມສິ້ນຫວັງ ໃນ ພາຍພາກໜ້າ.

ສະພາບການ ປ່ຽນແປງ ຈະເຂົ້າມາ ສປປ ລາວ ໃນຮູບແບບ ການຕິດຫນີ້ ຈີນ ໃນໂຄງການ ຣົຖໄຟ ຄວາມໄວສູງ 7 ຕື້ ໂດລາ ສະຫະຣັຖ ເພື່ອສ້າງ ເສັ້ນທາງ ຄົມມະນາຄົມ ຜ່ານພື້ນທີ່ ທີ່ຖືກຖລົ່ມ ຈາກສົງຄາມ ດ້ວຍການໃຊ້ຈ່າຍ ທີ່ຕົກເປັນ ຂອງ ຣັຖບານ ສປປ ລາວ ພຽງຝ່າຍດຽວ ຈາກເງິນກູ້ ຂອງຈີນ ໃນສັດສ່ວນ 86% ຂອງ ຍອດຜົລຜລິດຮ່ວມ ປະມານ 8.3 ຕື້ ໂດລາ ສະຫະຣັດ ໃນແຕ່ລະປີ ຂອງ ສປປລາວ.

ການມີຫນີ້ສິນ ອັນມະຫາສານ ຂອງ ສປປລາວ ໃນໂຄງການ ດັ່ງກ່າວ ເຮັດໃຫ້ ນັກເສຖສາດ ຈາກ ຫລາຍພາກສ່ວນ ປະນາມຈີນ ໃນແຜນການ ເຊື່ອມອຳນາດ ຂອງຈີນ ລົງໄປສູ່ ຂົງເຂດອາຊຽນ ທີ່ໃຊ້ລາວ ເປັນແປ້ນຢັນ ແລະ ຕິດຫນີ້ຈີນ ເພື່ອສ້າງ ຜົລປະໂຍດ ໃຫ້ແກ່ຈີນ.

ນັກເສຖສາດ ພາກັນ ວິຕົກຢ້ານວ່າ ການຕິດຫນີ້ ຢ່ງຫລວງຫລາຍ ຂອງ ສປປ ລາວ ທີ່ເປັນປະເທດ ທຸກຍາກ ຢູ່ແລ້ວ ແຮ່ງຈະເຮັດໃຫ້ ປະເທດຊາດ ຂາດດູນ ການຄ້າ ຫລາຍຂື້ນ ແລະ ປະຊາຊົນ ແຮ່ງຈະທຸກຍາກ ກວ່າເກົ່າ. ສປປລາວ ທີ່ປົກຄອງ ດ້ວຍຜູ້ນຳ ຜເດັດການ ແມ້ແຕ່ ນັກເຄື່ອນໄຫວ ຄົນສຳຄັນ ຫາຍສາບສູນ ກໍຍັງບໍ່ມີ ການສືບສວນ ແລະ ຄໍາອະທິບາຍ ຈຶ່ງເປັນການຍາກ ທີ່ ປະຊາຊົນ ທັມມະດາ ຈະສາມາດ ຕ້ານການຕັດສິນໃຈ ຫຼື ການກະທຳ ຂອງກຸ່ມ ຜູ້ນຳລາວ ໄດ້.

ປັດຈຸບັນ ໂຄງການ ຣົຖໄຟ ຄວາມໄວສູງ ຂອງ ສປປລາວ ກຳລັງ ເຈຣະຈາ ເງິນກູ້ ຈາກ ທະນາຄານຈີນ ເຈົ້າຫນ້າທີ່ ລາວ ເວົ້າວ່າ ໂຄງການ ດັ່ງກ່າວ ຈະປ່ຽນໂສມ ຫນ້າລາວ ຈາກປະເທດ ທີ່ບໍ່ມີ ທາງອອກ ສູ່ທະເລ ມາເປັນ ປະເທດ ເຊື່ອມຕໍ່ ທາງບົກ ໃນຂົງເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.