ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ

 ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ (RFA)

0:00 / 0:00

ທາງການ ລາວ ວ່າ ຄວາມ ຄືບໜ້າ ເຣື້ອງ ໂຄງການ ສ້າງ ທາງ ລົດໄຟ ລາວ-ຈີນ ນີ້ ຍັງ ປົກກະຕິ ຢູ່ ແລະວ່າ ກໍາລັງ ຮ່າງ ແຜນການ ແລະ ເອກກະສານ ເພື່ອ ຕັ້ງ ບໍຣິສັດ ຮ່ວມທຶນ ຣົດໄຟ ລາວ-ຈີນ, ແຕ່ ໃນຂນະ ດຽວກັນ ເມື່ອ ເອເຊັຽ ເສຣີ ຖາມໄປຍັງ ຫົວໜ້າ ຮັບ ຜິດຊອບ ໂຄງການ ທາງ ຣົດໄຟ ລາວ-ຈີນ ດຣ.ກຸງ ສຸກອາລຸນ ວ່າ ມີຄວາມ ຄືບໜ້າ ແນວໃດ ແດ່ແລ້ວ ແລະ ຈະມີການ ລົງນາມ ກັນ ເມື່ອໃດ ທ່ານ ກໍ ຕອບວ່າ:

"ເຈົ້າ ໆ... ຍັງຢູ່ໃນ ຂັ້ນຕອນ ປຶກສາ ຫາລື ກັນຢູ່.. ອັນນີ້ ໜິນະ ມັນກໍຍັງ ບໍ່ທັນຮູ້ ເທື່ອ ເພາະວ່າ ຄວາມ ຄືບໜ້າ ຂອງ ພວກເຮົາ ມັນກໍຍັງ ຄືເກົ່າ ຜ່ານມາ ຫັ້ນແຫລະ".

ເຈົ້າໜ້າທີ່ ໃນ ກະຊວງ ທີ່ ບໍ່ປະສົງ ອອກຊື່ ວ່າ ມີຄວາມ ຄືບໜ້າ ປົກກະຕິ ແລະວ່າ ຢາກໃຫ້ໄດ້ ເຊັນ ສັນຍາ ໃນໄວໆ ນີ້ແຫລະ, ຖ້າ ເປັນໄປໄດ້ ກໍຢາກໃຫ້ ເຊັນກັນ ໃນທ້າຍປີ ນີ້ແຫລະ. ທ່ານວ່າ ດຽວນີ້ ພວມຕຣຽມ ຕັ້ງ ບໍຣິສັດ ຮ່ວມທຶນ ລາວ-ຈີນ ເພື່ອໃຫ້ ເປັນຜູ້ ສັມປະທານ ຈັດ ການ ບໍຣິຫານ ຄຸ້ມຄອງ ເກັບເງິນ ແລະ ທຸກສິ່ງ ທຸກຢ່າງ ຢູ່ ຫັ້ນໝົດ ບໍ່ແມ່ນ ຣັຖບານ ເປັນ ຜູ້ ກູ້ເງິນ.

ແຫລ່ງຂ່າວ ນຶ່ງ ອີກ ແຈ້ງວ່າ ເມື່ອ ວັນທີ່ 24 ເມສາ ຜ່ານມາ ທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ ເວົ້າເຖິງ ການ ຄົ້ນຄວ້າ ບັນຫາ ຕ່າງໆ ທີ່ ຝ່າຍຈີນ ໄດ້ ສະເໜີ ຕໍ່ ຝ່າຍລາວ ເພື່ອ ຣາຍງານ ຕໍ່ ຣັຖບານ. ພ້ອມນັ້ນ ຕ້ອງການ ຢາກ ຮູ້ວ່າ ຈະ ແຕ່ງຕັ້ງ ຜູ້ ຮັບ ຜິດຊອບ ວຽກງານ ໂຄງການ ໃນ ຣະດັບ ຕ່າງໆ ເພື່ອ ປະສານງານ ກັບ ຝ່າຍ ຈີນ.