ທາງຣົດໄຟຄືບໄປອີກ ນຶ່ງຂັ້ນ

ສິດນີ
2016.08.10
F-Raiway ຫລັກໝາຍ ຂອງ ແລວທາງ ຣົດໄຟ ລາວ-ຈີນ
RFA/LX

ຂ່າວສານ ປະເທດລາວ ສະບັບວັນທີ 10 ສິງຫາ 2016 ຣາຍງານວ່າ ຣັຖບານລາວ ຢືນຢັນວ່າ ມີຄວາມ ຄືບຫນ້າ ໃນໂຄງການ ຣົດໄຟ ລາວ-ຈີນ ໄດ້ສຳເຣັດ ການປັກຫຼັກ ໝາຍແລວທາງ ໃນເຂດຊຸມຊົນ ແລ້ວ ແລະຈະສືບຕໍ່ ກະຕຽມ ເກັບກູ້ຣະເບີດ ທີ່ ຕົກຄ້າງ ໃນສມັຍ ສົງຄາມ ຕາມແລວ ທາງລົດໄຟ.

ທ່ານ ລັດຕະນະມະນີ ຄູນນິວົງ ຮອງ ຣັຖມົນຕຣີ ກະຊວງ ໂຍທາ ແລະຂົນສົ່ງ ຫົວຫນ້າ ຄນະ ປະສານງານ ໂຄງການ ຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ ນັກຂ່າວ ໃນບໍ່ດົນມານີ້ ວ່າ ໂຄງການ ຣົດໄຟ ລາວ-ຈີນ ແມ່ນຖືກ ອອກແບບ ເປັນຣົດໄຟ ມາຕຖານ ເສັ້ນທາງດຽວ ເທັກນິກ ການອອກແບບ ແມ່ນອີງໃສ່ ພູມີປະເທດ ເປັນຫລັກ.

ໃນນັ້ນມີ ການອອກແບບ ເປັນສອງຊ່ວງຄື: ບໍ່ເຕັນ-ວັງວຽງ ເປັນເຂດພູຊັນ ແລະ ວັງວຽງ ຫາ ວຽງຈັນ ເປັນເຂດ ທົ່ງພຽງ, ຄວາມໄວ ແມ່ນອີງໃສ່ ສະພາບຂອງ ຫນ້າດີນ ດັ່ງ ເຂດພູເຂົາ ຈະໃຊ້ຄວາມໄວ ປະມານ 160 ກິໂລແມັດ ຕໍ່ຊົ່ວໂມງ ທົ່ງພຽງ ຈະໃຊ້ ຄວາມໄວ ປະມານ 200 ກິໂລແມັດ ຕໍ່ຊົ່ວໂມງ ສຳລັບ ຂົນສົ່ງສິນຄ້າ ຈະໃຊ້ຄວາມໄວ ປະມານ 120 ກິໂລແມັດ ຕໍ່ຊົ່ວໂມງ.

ທ່ານວ່າ ໂຄງການ ຣົດໄຟ ລາວ-ຈີນ ຂັ້ນຕົ້ນ ຈະສ້າງຈາກ ຊາຍແດນຈີນ ມາຫາ ນະຄອນຫຼວງ ວຽງຈັນ ແລ້ວ ເຊື່ອມຕໍ່ໃສ່ ປະເທດໄທ ຫລັງຈາກນັ້ນ ກໍຈະສ້າງ ຕໍ່ຈາກ ນະຄອນຫລວງ  ວຽງຈັນ ໄປ ທ່າແຂກ ຕໍ່ໃສ່ຊາຍແດນ ວຽດນາມ ທີ່ທ່າເຮືອ ວຸ່ງອາງ ແລະ ຈາກທ່າແຂກ ລົງໃຕ້ໄປສູ່ ຊາຍແດນ ປະເທດ ກຳພູຊາ.

ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ກໍມີການ ລີເລີ້ມວຽກງານ ໃນຫຼາຍ ພາກສ່ວນແລ້ວ ໂດຍສະເພາະ ການສຳຣວດ ຜົລກະທົບ ຕໍ່ຊຸມຊົນ ແລະ ສີ່ງແວດລ້ອມ ຕາມແລວ ເສັ້ນທາງ ຣົດໄຟ ແຕ່ເຫນືອຮອດ ນະຄອນຫລວງ ວຽງຈັນ. ສປປລາວ, ຈີນ ແລະບັນດາ ປະເທດ ອາຊຽນ ຫວັງວ່າ ເສັ້ນທາງ ຣົດໄຟ ສາຍດັ່ງກ່າວ ຈະສ້າງ ຜົລປະໂຫຍດ ໃຫ້ແກ່ ຫຼາຍປະເທດ ໃນຂົງເຂດ ໃນການ ຄົມມະນາຄົມ ແລະ ການຂົນສົ່ງ ສີນຄ້າ ຖ້າມີການ ເຊື່ອມຕໍ່ໄປ ຮອດ ສີງກະໂປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.