ລາວ-ຈີນຍັງຈະສ້າງທາງລົດໄຟ ຄວາມໄວສູງ


2013.09.10
F-Laos-China-train ໂສມໜ້າຕົວຢ່າງ ຂອງຣົດໄຟຄວາມໄວສູງ ທີ່ທາງການລາວ ແລະທາງການຈີນ ມີໂຄງການຮ່ວມກັນ
Lao voices

 

ທາງການຈີນ ຢືນຢັນວ່າ ໂຄງການ ສ້າງທາງລົດໄຟ ຄວາມໄວສູງ ໃນລາວ ຍັງຈະດໍາເນີນ ຕໍ່ຢູ່ ແຕ່ຕ້ອງການ ເວລາ ເພື່ອສຶກສາ ຄວາມ ເປັນໄປໄດ້ ໃນທຸກດ້ານ ເພື່ອຮັບປະກັນ ວ່າຈະເປັນ ຜົນດີ ຕໍ່ການພັທນາ ເສຖກິດ. ຕາມລາຍງານ ຂອງໜັງສືພິມ the Nation ທີ່ອ້າງ ຕາມ ຄໍາເວົ້າຂອງ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ.

ລາຍງານແຈ້ງວ່າ ທ່ານ Li Keqiang  ນາຍົກ ຣັຖມົນຕຣີຈີນ ແລະ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ໃນເວລາ ພົບກັນ ຢູ່ ນະຄອນ ນານໜິງ ເມື່ອອາທິດ ທີ່ແລ້ວນີ້ ເນື່ອງໃນໂອກາດ ງານສະແດງ ສິນຄ້າ ຈີນ-ອາຊຽນ ໄດ້ເວົ້າວ່າ: ທ່ານໄດ້ສັ່ງໃຫ້ ເຈົ້າໜ້າທີ່ ເລັ່ງລັດ ການສຶກສາ ໂຄງການລົດໄຟ ຄວາມໄວສູງ ໃນລາວ. ໃນການໃຫ້ສັມພາດໃນຕອນນຶ່ງນັ້ນ ທ່ານ ສົມສວາດ ກ່າວວ່າຄວາມປາຖນາ ທາງການເມືອງ ຂອງ ຜູ້ນໍາທັງສອງ ແມ່ນແຈ້ງຂາວ ແລ້ວ ແລະບໍ່ໄດ້ ປ່ຽນແປງ ຈັກເທື່ອ. ທ່ານກ່າວວ່າ ທ່ານ ໝັ້ນໃຈວ່າ ໂຄງການນີ້ ຈະ ເກີດເປັນຈິງ ຕາມແຜນການ ທີ່ວາງໄວ້.

ໂຄງການ ສ້າງທາງລົດໄຟ ຄວາມໄວສູງ ຈາກຊາຍແດນຈີນ ຜ່ານ ບໍ່ເຕັນ-ບໍ່ຫານ ຫາ ນະຄອນຫລວງ ວຽງຈັນ ມີມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ. ທ່ານ ສົມສວາດ ກ່າວວ່າ ໂຄງການດັ່ງກ່າວປະສົບຄວາມຫຍຸ້ງຍາກຍ້ອນຕ້ອງໃຊ້ທຶນມະຫາສານແຕ່ຜົນ ສນອງຄືນຕໍ່າ. ໃນຂນະດຽວກັນ ທາງການລາວ ກໍໄດ້ຕຣຽມ ຕັ້ງບໍຣິສັດ ເພື່ອດໍາເນີນ ການເຈຣະຈາ ທາງການເງິນ ກັບຝ່າຍຈີນ. ທ່ານ ສົມສວາດ ກ່າວຢໍ້າ ວ່າ ລາວ ຕ້ອງການ ຄວາມຊ່ວຍເຫລືອ ຈາກຈີນຫລາຍຢ່າງ ເພາະຍັງຂາດປະສົພການ ເຣື້ອງ ບໍຣິຫານ ລົດໄຟ.

ໃນເບື້ອງຕົ້ນ ທາງການລາວ ມີແຜນສ້າງ ລົດໄຟ ຄວາມໄວສູງ ເພື່ອເຊື່ອມຕໍ່ ລະບົບ ທາງລົດໄຟ ຄວາມໄວສູງ ຂອງໄທ ສາຍໜອງຄາຍ- ບາງກອກ, ແຕ່ຕ້ອງໃຊ້ທຶນ ຫລາຍເກີນໄປ ຈຶ່ງປ່ຽນມາ ພິຈາຣະນາ ລະບົບຄວາມໄວ ຂນາດ 160 km/h ສໍາລັບ ລົດໄຟ ໂດຍສານ ແລະ 120 km/h ສໍາລັບຂົນສົ່ງ ສິນຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.