ໂຄງການຣົດໄຟຍັງບໍ່ມີ ຄ່າຊົດເຊີຍ

ອະວາຣີ
2017.02.02
F-Laos-China ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ
RFA

ທາງການລາວ ເລິ້ມສ້າງ ທາງຣົດໄຟແລ້ວ ແຕ່ຍັງບໍ່ທັນໃຫ້ ຄ່າຊົດເຊີຍ ແກ່ ປະຊາຊົນ ທີ່ຈະໄດ້ຮັບ ຜົນກະທົບ ຍ້ອນໂຄງການ ນັ້ນເທື່ອ; ຕົວຢ່າງ ປະຊາຊົນ ໃນເຂດ ນະຄອນຫຼວງ ວຽງຈັນ ກໍຍັງບໍ່ ທັນຮູ້ຂ່າວ ຄືບໜ້າ ກ່ຽວກັບ ຄ່າຊົດເຊີຍ ນັ້ນເທື່ອ. ດັ່ງ ຊາວບ້ານໃນເຂດ ເມືອງໄຊທານີ ຜູ້ນ່ຶງ ກ່າວກັບ ນັກຂ່າວ ວິທຍຸ ເອເຊັຽເສຣີ ເມື່ອອາທິດ ທີ່ແລ້ວວ່າ:

“ເຮົາຍັງບໍ່ຮູ້ຫຍັງ ເພິ່ນວາງສີຣາລຶກ ຮຽບຮ້ອຍລະເດ, ຈັ່ງໃດເພິ່ນ ກະເຮັດ ລະເຮົາຄື ບໍ່ຮູ້ຈັກເທື່ອ ປະມານນີ້ ຫັ້ນນ່າ. ຄົນຢູ່ໃນນີ້ ກະຍັງ ຢູ່ເສີຍໆ ບໍ່ຮູ້ວ່າໂຕເອງ ຊິໄປທາງໃດ ເຮືອນໃກ້ເຮົາຫັ້ນ. ເຮົາຍັງວ່າ ບໍ່ຖືກຫຼັງເຮືອນ ເຮົາຖືກເຄິ່ງນຶ່ງ. ອອກໂທຣະພາບ ຄືເຮົາເຫັນວາງ ສີຣາລືກ, ອ່າວ! ວາງສີຣາລືກ ແລ້ວ, ແຕ່ເຮົາ ຢູ່ນີ້ນ່າ ຜູ້ທີ່ວ່າຖືກ ຜົລກະທົບ ບໍ່ໄດ້ມີ ຂ່າວຄາວຫຍັງ ໃຫ້ຂະເຈົ້າ. ສຸດທ້າຍ ກະປະກາດ ວ່າຊິເຮັດ ຈັ່ງໃດກະເຮັດ, ແຕ່ເບື້ອງນີ້ ຫັ້ນລະ ໃຜຊິເປັນ ຈັ່ງໃດລ່ະ ແມ່ນຜູ້ໃດ ດູແລ.”

ຊາວບ້ານ ທີ່ຈະໄດ້ຮັບ ຜົນກະທົບ ຢູ່ເມືອງໄຊທານີ ອີກຜູ້ນຶ່ງ ກໍເວົ້າໃນທຳນອງ ດຽວກັນວ່າ:

“ປະຈຸບັນນີ້ນ່າ, ທາງອັນພໍ່ນີ້ ຢູ່ເຂດບ້ານນາທົ່ມ ນີ້ເນາະ, ແຕ່ວ່າຊ່ວງນີ້ ເຫັນແຕ່ປະຊຸມ ເທື່ອດຽວ ເພິ່ນກະແຈ້ງການ ມາຢູ່ຫັ້ນ ເທື່ອນຶ່ງ ມາຫ້ອງການບ້ານ ເທື່ອທີສອງ ກະໄປແຈ້ງການ ຢູ່ ເອີ້ນໄປຢູ່ ເມືອງພຸ້ນ ກະເວົ້າລວມໆ ດອກ, ແຕ່ວ່າບໍ່ທັນມີ ຫຍັງນາ ຕາມເງື່ອນໄຂ ວ່າເປັນຈັ່ງຊີ້ ກະວ່າຖືກ ຫັ້ນແຫຼະ, ແຕ່ວ່າຢູ່ນີ້ ມັນຍັງງຽບໆ ຢູ່ເນາະ, ເຂດເຮົານີ້ນ່າ ກະລໍຟັງຢູ່ນີ້ລະ ຄັນວ່າມາຖືກເຂດ ເຮົາແທ້ ກະມີ ແຕ່ວ່າ ການຊົດເຊີຍ ໃຫ້ສົມມາ ພາຄວນ ຖືກຜູ້ບໍ່ມີເດ ເຮົາກະອີ່ຕົນ ຂະເຈົ້າເນາະ.”

ກ່ຽວກັບບັນຫານີ້ ພວກເຮົາ ໄດ້ຕິດຕໍ່ຖາມ ທ່ານ ກຸງ ສຸກອາລຸນ ຜູ້ອຳນວຍການ ໂຄງການ ທາງຣົດໄຟ ລາວ-ຈີນ ເມື່ອທ້າຍ ສັບປະດາ ທີ່ຜ່ານມາ, ແຕ່ທ່ານ ປະຕິເສດ ທີ່ຈະໃຫ້ ຄຳຄິດ ຄຳເຫັນ.
ກ່ອນນີ້ ດຣ. ບຸນຈັນ ສິນທະວົງ ຣັຖມົນຕຼີ ກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ກ່າວ ກ່ຽວກັບ ການໃຫ້ຄ່າຊົດເຊີຍ ໃນກອງປະຊຸມ ສະພາ ແຫ່ງຊາຕ ເມື່ອເດືອນຕຸລາ 2016 ວ່າ ພາກສ່ວນ ກ່ຽວຂ້ອງ ກຳລັງຄົ້ນຄວ້າ ບັນຫານີ້ຢູ່ ແລະຈຳນວນ ເງິນ ສຳຣັບ ຄ່າຊົດເຊີຍ ຍັງມີໜ້ອຍ ຍັງບໍ່ພຽງພໍ.

ເຖິງຢ່າງໃດກໍຕາມ ຈົນເຖິງປະຈຸບັນ ຄວາມຄືບໜ້າ ກ່ຽວກັບການໃຫ້ ຄ່າຊົດເຊີຍ ປະຊາຊົນ ຜູ້ທີ່ຈະສູນເສັຽ ທີ່ດິນ ແລະ ສິ່ງປຸກສ້າງ ຕາມແລວທາງ ຣົດໄຟ ລາວ-ຈີນ ນັ້ນ ຍັງບໍ່ທັນມີ ຄວາມຈະແຈ້ງ ໃດໆເທື່ອ ຈາກ ທາງການລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.