ໂຄງການສ້າງທາງຣົດໄຟ ລາວ-ວຽດນາມ
2013.08.15

ທາງການລາວ ເວົ້າວ່າ ໂຄງການ ສ້າງທາງຣົດໄຟ ຣະຫວ່າງ ລາວ ແລະວຽດນາມ ຈະສົ່ງຜົນ ກະທົບຕໍ່ ປະຊາຊົນ ໜ້ອຍທີ່ສຸດ ການ ກໍ່ສ້າງ ຈະພຍາຍາມ ຫລີກລ້ຽງ ບ້ານເຮືອນບ່ອນ ຢູ່ອາສັຍ ຂອງ ປະຊາຊົນ. ດັ່ງເຈົ້າໜ້າທີ່ ກະຊວງ ໂຍທະທິການ ແລະ ຂົນສົ່ງ ທ່ານນຶ່ງ ເວົ້າວ່າ:
“ພວກຖືກ ຜົນກະທົບ ມີເລັກໜ້ອຍ ມີບາງເລັກໜ້ອຍ ບ່ອນສະຖານີ ເພິ່ນຈະ ພຍາຍາມ ຫລີກບ້ານ ປະຊາຊົນ ຈະພຍາຍາມຫລີກ.”
ເຈົ້າໜ້າທີ່ ເວົ້າອີກວ່າ ຖ້າຫາກ ການສ້າງ ທາງຣົດໄຟໄປກວມເອົາ ບ້ານເຮືອນ ຫລືທີ່ດິນ ຂອງປະຊາຊົນ ທາງໂຄງການ ກໍຈະໃຫ້ເງິນ ຄ່າຊົດເຊີນຢ່າງເປັນທັມ. ເຖິງຢ່າງໃດກໍຕາມ ຈົນເຖິງປັດຈຸບັນ ທາງ ບໍຣິສັດ Giant Consolidated ຂອງ ມາເລເຊັຍ ຊຶ່ງເປັນ ບໍຣິສັດ ລົງທຶນສ້າງທາງຣົດໄຟ ໃນແຂວງສວັນນະເຂດ ນີ້ຍັງບໍ່ທັນເປີດເຜີຍ ແຜນຜັງ ການກໍ່ສ້າງ ໃຫ້ຣັຖບານ ແລະ ປະຊາຊົນ ທົ່ວໄປ ຮູ້ເທື່ອ. ໝາຍຄວາມວ່າ ຍັງບໍ່ມີໃຜ ຮູ້ຢ່າງຄັກແນ່ວ່າ ທາງຣົດໄຟນັ້ນຈະຕັດ ໄປໃສ ຈະຜ່ານບ້ານ ທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ ຫລາຍເທົ່າໃດ? ກ່ອນນີ້ ນັກທຸຣະກິດ ໃນແຂວງ ສວັນນະເຂດ ທ່ານນຶ່ງ ກໍເວົ້າວ່າ:
“ກໍພຍາຍາມ ຫລີແຫຼະ ຄັ້ນໃນເມືອງ ບ່ອນທີ່ມັນ ອຸດສາຫະກັມ ສ່ວນຫລາຍ ມັນຖືກ ແຕ່ຢູ່ແຖວ ຊົນນະບົດ ພຸ້ນນະ ເປັນດິນ ກະສິກັມ ດິນປູກຝັງ ຕັດທາງໃສ່ ໃນເມືອງ ແນວນີ້ລະມັນ ມູນຄ່າສູງ ຄັ້ນຊົດເຊີຍ ມັນກະຕ້ອງ ໃຊ້ເງິນຫຼາຍ.”
ຜ່ານມາ ໂຄງການ ກໍ່ສ້າງໃຫຍ່ໆ ເຊັ່ນ ການສ້າງເຂື່ອນ ໄຟຟ້າ ຂຸດຄົ້ນບໍ່ແຮ່ ແລະ ສ້າງຖນົນ ຫົນທາງ ສ່ວນຫລາຍ ໃຫ້ຄ່າຊົດ ເຊີຍແກ່ ປະຊາຊົນ ໜ້ອຍເກີນໄປ. ອີກບັນຫານຶ່ງ ກ່ອນນີ້ ທາງການລາວ ມີກຳນົດ ຈະວາງ ສີລາລຶກ ໃນການສ້າງ ທາງຣົດໄຟ ເສັ້ນນີ້ ໃນເດືອນນີ້ ແຕ່ຈົນເຖິງ ປັດຈຸບັນ ກໍຍັງມິດ ງຽບຢູ່.