ຣົຖໄຟລາວວຽດນາມເລີ້ມແບບ ງຽບໆ
2014.06.16
ເຈົ້າຫນ້າທີ່ ລາວ ເວົ້າວ່າ ບໍຣິສັດ GIANT CONSOLIDIATED ຂອງ ມາເລເຊັຽ ກຳລັງ ດຳເນີນ ໂຄງການ ສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ຢູ່ແຂວງ ສວັນນະເຂດ ແບບງຽບໆ ໂດຍບໍ່ໄດ້ ແຈ້ງ ຄວາມ ຄືບຫນ້າ ຂອງ ໂຄງການ ໃຫ້ແກ່ ເຈົ້າຫນ້າທີ່ ລາວຮູ້ ທັ້ງໆທີ່ ເຈົ້າຫນ້າທີ່ ຂອງ ບໍຣິສັດ ໄດ້ມີການ ເຄື່ອນໄຫວ ຢູ່ ຕຣອດ:
"ເຂົາບໍ່ໄດ້ ມາພົວພັນ ນຳຫ້ອງການ ພວກເຮົາ ຂະເຈົ້າ ບໍ່ໄດ້ ພົວພັນ ແຂວງ ແຂວງເຂົາ ກໍບໍ່ຮູ້ຈັກ ໂຄງການ ເຂົາກໍມີ ຢູ່ ເຫັນເຂົາໄປ ເຂົາມາ ເຫັນຣົຖເຂົາ ເລາະໄປ ເລາະມາ".
ທ່ານກ່າວ ຕຶ່ມວ່າ ທຸກມື້ນີ້ ເຈົ້າຫນ້າທີ່ ຂອງ ບໍຣິສັດ ແລະ ເຈົ້າຫນ້າທີ່ ຊາວ ຕ່າງຊາດ ຮ່ວມທັງ ພະນັກງານ ລາວ ກໍໄດ້ລົງມາ ດຳເນີນ ວຽກງານ ຢູ່ແຂວງ ສວັນນະເຂດ ຢ່າງ ຕໍ່ເນື່ອງ ໂດຍສະເພາະ ທີ່ເມືອງ ອຸທຸມພອນ ທີ່ເປັນ ເມືອງສູນກາງ ຂອງ ໂຄງການ ນີ້ ຄາດວ່າ ທາງ ບໍຣິສັດ ໄດ້ສ້າງ ຫ້ອງການ ສະເພາະ ຂື້ນຢູ່ ເມືອງ ອຸທຸມພອນ ເປັນທີ່ ຮຽບຮ້ອຍ ພຽງ ແຕ່ບໍ່ໄດ້ ເປີດເຜີຍ ຕໍ່ ທາງການລາວ ຮູ້ ເທົ່ານັ້ນ.
ທ່ານວ່າ ຈາກການ ສຳຣວດ ຂອງ ເຈົ້າຫນ້າທີ່ ຣັຖ ພົບວ່າ ຢູ່ເຂດ ເມືອງ ອຸທຸມພອນ ມີການວາງ ແຣວທາງ ສຳລັບ ສ້າງ ທາງຣົຖໄຟ ແລ້ວ ແຕ່ຍັງ ບໍ່ໄດ້ລົງມື ກໍ່ສ້າງ ເທື່ອ ແລະ ຍັງ ບໍ່ຮູ້ວ່າ ເສັ້ນທາງ ສາຍດັ່ງກ່າວ ຈະຕັດຜ່ານ ເນື້ອທີ່ ຂອງ ປະຊາຊົນ ຫລາຍ ປານໃດ ຊາວບ້ານ ກໍຍັງ ບໍ່ຮູ້ວ່າ ຈະຖືກ ໂຍກຍ້າຍ. ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ຢູ່ແຂວງ ສວັນນະເຂດ ມີຄວາມ ຍາວ ປະມານ 220 ກິໂລແມັດ ຈະໃຊ້ເງີນ ໃນການ ກໍ່ສ້າງ 5 ຕື້ ໂດລາ ວາງສີລາເຣີກ ໃນທ້າຍ ປີ 2013.