ໂຄງການຣົດໄຟ ລາວ-ວຽດນາມ
2016.02.23

ກະຊວງ ຂົນສົ່ງ ຂອງ ວຽດນາມ ຈະເລີ້ມ ການສຳຣວດ ຄວາມເປັນໄປໄດ້ ໃນການສ້າງ ທາງ ຣົດໄຟ ລາວ-ວຽດນາມ ໃນໄລຍະ ທາງ ປະມານ 550 ກິໂລແມັດ ເພື່ອ ເຊື່ອມຕໍ່ ນະຄອນຫຼວງ ວຽງຈັນ ຫາ ແຂວງ ຮາຕີນ ຂອງ ວຽດນາມ.
ການສຳຣວດ ດັ່ງກ່າວ ແຕ່ກ່ອນ ຄາດວ່າ ຈະມີຂຶ້ນ ໃນ ເດືອນ ພຶສຈິກາ ປີ 2015 ໄປ ຮອດປີ 2017. ການສຳຣວດ ຈະໃຊ້ ງົບປະມານ 3 ລ້ານ ໂດລາ ສະຫະຣັດ ຊຶ່ງ ເປັນເງີນ ຊ່ອຍເຫລືອ ຈາກ ອົງການ ຊ່ອຍເຫລືອ ຕ່າງຊາດ ຂອງ ຣັຖບານ ເກົາຫລີ ໃຕ້ ທີ່ ໃຫ້ການ ສນັບສນູນ ການສ້າງ ຄວາມສາມາດ ທາງດ້ານ ການຣົດໄຟ ໃຫ້ແກ່ ສອງປະເທດ ລາວ ແລະ ວຽດນາມ.
ການສືກສາ ຄວາມເປັນໄປໄດ້ ຈະແບ່ງອອກ ເປັນ 3 ຂັ້ນຕອນ ຈະໃຊ້ເວລາ 6 ເດືອນ ໃນການ ສຳຣວດ, 1 ປີ ໃນການສຶກສາ ຄວາມເປັນໄປໄດ້ ແລະ 6 ເດືອນ ໃນການ ສລຸບຜົລ ຈາກ ການສຳຣວດ.
ອົງການ ຊ່ອຍເຫລືອ ຈາກ ປະເທດ ເກົາຫລີໃຕ້ ຈະຈັດ ສຳມະນາ ຝືກອົບຮົມ ເຈົ້າຫນ້າທີ່ ຣົດໄຟ ຈາກ ສອງປະເທດ ໃນ 2 ວິຊາສະເພາະ ຄື ໃນເດືອນ ມິຖຸນາ ປີນີ້ ຈະຝຶກ ອົບຮົມ ເຈົ້າຫນ້າທີ່ ບໍຣິຫານ ຈັດການຣົດໄຟ ແລະ ໃນເດືອນ ມິນາ ປີຫນ້າ ຈະຝຶກອົບຮົມ ນັກ ວິສວະກອນ ຣົດໄຟ.