ຈີນ ສ້າງສາງເກັບສິນຄ້າ ສະຖານີ ຣົດໄຟ
2017.02.06
ປັດຈຸບັນ ຄົນງານຈີນ ໄດ້ເລີ້ມສ້າງ ສາງເກັບສິນຄ້າ ແລະ ສະຖານີຣົດໄຟ ຢູ່ໃນເຂດ ພັທນາເສຖກິດສະເພາະ ບໍ່ເຕັນແດນງາມ ຊາຍແດນລາວ-ຈີນ ຫຼັງຈາກ ໄດ້ຢຸດການສ້າງສາ ໄປຊົ່ວຄາວ ຍ້ອນພາກັນ ກັບຄືນບ້ານ ເພື່ອສລອງ ບຸນປີໃໝ່ຈີນ. ເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທ່ານນຶ່ງ ກ່າວ ໃນວັນທີ 6 ກຸມພາ ນີ້ວ່າ:
"ຂະເຈົ້າກໍເຮັດບ່ອນ ສະຖານີຂົນສົ່ງຫັ້ນນະ ບ່ອນເປັນສາງເຂດນັ້ນ ເປັນບ່ອນສາງ ຄ່ຽນຖ່າຍສິນຄ້າ ຂອງ ບໍຣິສັດແຫຼະ ເປັນສະຖານີ ນ້ອຍຢູ່ບໍ່ເຕັນ ຕາມຜັງເກົ່າ ປີໃໝ່ຈີນ ນີ້ຄົນຈີນ ເຂົາກໍຢຸດ ເຮັດເດ".
ທ່ານກ່າວຕື່ມວ່າ ເຂດທີ່ກຳລັງສ້າງ ແມ່ນສາງເກັບສິນຄ້າ ແລະ ສະຖານີ ຣົດໄຟ ຕັ້ງຢູ່ໃກ້ກັບ ດ່ານພາສີ ບໍ່ເຕັນ ຊຶ່ງເປັນປະຕູເຂົ້າ ເຂດ ເສຖກິດສະເພາະ ແຫ່ງນີ້, ປັດຈຸບັນ ວຽກງານກໍ່ສ້າງ ຄືບຫນ້າພໍ ສົມຄວນ ເລີ້ມມີການສ້າງ ເປັນຕົວອາຄານ ແລ້ວ ແຕ່ບໍ່ຮູ້ວ່າ ຈະໃຊ້ເວລາ ດົນປານໃດ ຈຶ່ງຈະສຳເຣັດ. ສາງເກັບສິນຄ້າ ແຫ່ງນີ້ ເປັນສາງ ຂນາດໃຫຍ່ ເພື່ອຮອງຮັບ ສິນຄ້າ ທີ່ນຳເຂົ້າ ຈາກຈີນ. ນອກຈາກ ສາງນີ້ ແລ້ວ ກໍຍັງມີສາງ ອີກແຫ່ງນຶ່ງ ທີ່ຈະສ້າງຂຶ້ນ ຢູ່ບໍຣິເວນ ແຄມທາງ R3A ໃກ້ກັບເຂດ ບໍ່ເຕັນ.
ທ່ານວ່າ ການສ້າງເສັ້ນທາງ ຣົດໄຟ ຈາກແຂວງ ຫຼວງນ້ຳ ຫາ ແຂວງອຸດົມໄຊ ໃກ້ຈະເລີ່ມແລ້ວ ເພາະການວາງ ແລວເສັ້ນທາງ ສຳເຣັດ ແລ້ວ ແລະ ການສ້າງ ຈາກເບື້ອງຈີນ ທີ່ຈະເຊື່ອມຕໍ່ ກັບຝັ່ງລາວ ມີຄວາມຄືບຫນ້າ ຫຼາຍແລ້ວ.
ໂຄງການຣົດໄຟ ລາວ-ຈີນ ຢູ່ແຂວງຫລວງນ້ຳທາ ມີ 2 ສະຖານີ ຄື ສະຖານີ ໃນເຂດ ພັທນາເສຖກິດສະເພາະ ບໍ່ເຕັນ ແລະ ສະຖານີ ນາເຕີຍ ຊຶ່ງ ເປັນສະຖານີໃຫຍ່ ໃນແຂວງຫຼວງນ້ຳທາ ແລະ ໃນເວລານີ້ ຢູ່ບ້ານນາເຕີຍ ກໍເລີ້ມສ້າງ ບ່ອນຢູ່ອາສັຍ ຂອງຄົນງານຈີນ ແລ້ວ.