ກ່ຽວກັບ ຄວາມ ຄືບໜ້າ ຂອງ ໂຄງການ ທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ, ມາເຖິງ ປັດຈຸບັນ, ທາງການ ຈີນ ໄດ້ສົ່ງ ນັກ ວິຊາການ ເຂົ້າມາ ຝຶກອົບຮົມ ຄວາມຮູ້ ຣະບົບ ທາງ ຣົດໄຟ ໃຫ້ແກ່ ເຈົ້າໜ້າທີ່ ຝ່າຍລາວ ແລ້ວ. ດັ່ງ ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງລາວ, ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
ນັກ ວິຊາການ ຈີນ ມາ ຝຶກ ອົບຮົມ ໃຫ້ ເຈົ້າໜ້າທີ່ ຝ່າຍລາວ 30 ຄົນ ກ່ຽວກັບ ຣະບົບ ທາງ ຣົດໄຟ ເປັນ ເວລາ ປະມານ 20 ກວ່າ ມື້ ຢູ່ ນະຄອນ ຫຼວງ ວຽງຈັນ.
ທ່ານກ່າວ ຕໍ່ໄປວ່າ:
ຕອນນີ້ ນັກ ວິຊາການ ຈີນ ໄດ້ເວົ້າກັບ ທາງການ ລາວ ວ່າ, ຈະ ສະເໜີ ໃຫ້ ຈີນ, ພິຈາຣະນາ ເງິນ ກູ້ຢືມ ໃຫ້ແກ່ ຣັຖບານ ລາວ 500 ລ້ານ ໂດລາ ສະຫະຣັຖ, ແຕ່ວ່າ ຣັຖບານ ລາວ ຕ້ອງການ ຢືມ 590 ລ້ານ ໂດລາ ຈາກ ຣັຖບານ ຈີນ.
ຕາມຂໍ້ມູນ ຈາກ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ໃນ ເບື້ອງຕົ້ນ ທາງການ ລາວ ແລະ ຈີນ, ຈະຕ້ອງ ສ້າງຕັ້ງ ບໍຣິສັດ ຮ່ວມມື ລາວ-ຈີນ ຂຶ້ນ ເພື່ອ ຮັບຜິດຊອບ ໂຄງການ ທາງ ຣົດໄຟ ລາວ-ຈີນ. ໃນ ການ ຈົດທະບຽນ ຂອງ ບໍຣິສັດ ຮ່ວມມື ລາວ-ຈີນ ຈະຕ້ອງ ໃຊ້ ງົບປະມານ ທັງໝົດ 840 ລ້ານ ໂດລາ, ຊຶ່ງ ໃນນັ້ນ ເປັນເງິນ ຂອງ ຣັຖບານ ລາວ 250 ລ້ານ ໂດລາ ແລະ ອີກ 590 ລ້ານ ໂດລາ ແມ່ນ ຣັຖບານ ລາວ ຂໍ ສະເໜີ ຢືມ ຈາກ ຣັຖບານ ຈີນ.
ເຈົ້າໜ້າທີ່ ທ່ານ ນີ້ ກ່າວ ຕື່ມວ່າ ຫລັງຈາກ ສ້າງຕັ້ງ ບໍຣິສັດ ຮ່ວມມື ລາວ-ຈີນ ແລ້ວ, ຂັ້ນຕອນ ຕໍ່ໄປ ບໍຣິສັດ ນີ້ ຈະເຮັດ ໂຄງການ ກູ້ຢືມ ເງິນ ສ່ວນ ທີ່ເຫລືອ ເພື່ອ ມາດໍາເນີນ ໂຄງການ ໂດຍຈະເອົາ ບໍ່ແຮ່ ຢູ່ ປະເທດ ລາວ ຄໍ້າປະກັນ ນໍາ ທະນາຄານ ຈີນ. ໂຄງການ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ມີມູນຄ່າ 7 ຕື້ ໂດລາ ຊຶ່ງ ຣັຖບານ ລາວ ພຍາຍາມ ທີ່ຈະສ້າງ ມາໄດ້ 5 ປີ ແລ້ວ, ແລະ ຫວັງຈະ ເຊັນ ສັນຍາ ກັບ ຣັຖບານ ຈີນ ໃຫ້ໄດ້, ແຕ່ວ່າ ທາງ ຝ່າຍ ຈີນ ຍັງບໍ່ ຕົກລົງ.
ຕາມບົດ ຣາຍງານ ຂອງ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ, ໃນເວລາ ທີ່ ທ່ານ ເສີນຮົວ ເຈົ້າແຂວງ ຢູນານ ຂອງຈີນ ມາ ຢ້ຽມຢາມ ລາວ, ໃນ ເດືອນ ພຶສພາ ຜ່ານມາ, ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ກໍໄດ້ ສະເໜີ ໃຫ້ ຊ່ວຍ ຊຸກຍູ້ ໂຄງການ ທາງ ຣົດໄຟ ລາວ-ຈີນ ໃຫ້ ໄດ້ເຊັນ ກັບ ຣັຖບາລ ຈີນ ແລະ ວາງ ສີລາລຶກ ກ່ອນການ ສລອງ ວັນຊາດ ທີ 2 ທັນວາ.
ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ທ່ານ ດຽວກັນນີ້ ກ່າ ຕໍ່ ເອເຊັຽ ເສຣີ ອີກ ວ່າ, ໃນ ວັນທີ 31 ສິງຫາ ຜ່ານມາ ທ່ານ ຈູມມາລີ ໄຊຍະສອນ ພ້ອມດ້ວຍ ຄນະ ໄດ້ ເດີນທາງ ໄປ ຢ້ຽມຢາມ ຈີນ ກໍແມ່ນ ເພື່ອ ໄປ ສະເໜີ ໃຫ້ ຈີນ ເຊັນສັນຍາ ກ່ຽວກັບ ໂຄງການ ທາງຣົດໄຟ ລາວ-ຈີນ, ແຕ່ ຣັຖບານ ຈີນ ຍັງ ບໍ່ຕົກລົງ ໂດຍໃຫ້ ເຫດຜົນ ວ່າ ຕ້ອງໃຫ້ ນັກ ວິຊາການ ສຶກສາ ຣະອຽດ ອີກ ກ່ອນ.