ຈີນ ວ່າຈະຮ່ວມມືກັບ ລາວ ເຣື້ອງ ທາງຣົດໄຟ
2014.09.26

ເອກອັຄຣັຖທູດ ຈີນ ປະຈໍາລາວ ທ່ານ ກວນ ຮົວບິງ ກ່າວ ໃນວັນ ພະຫັດ ນີ້ວ່າ ຈີນ ພ້ອມແລ້ວ ທີ່ຈະ ດໍາເນີນ ວຽກງານ ຮ່ວມກັບ ຝ່າຍລາວ ໃນໂຄງການ ສ້າງທາງ ຣົດໄຟ ເຊື່ອມຕໍ່ ຣະຫ່ວາງ 2 ປະເທດ ໃນເວລາ ອັນໃກ້ນີ້, ຕາມຣາຍງານ ຂ່າວ ຊິນຫົວ.
ທ່ານ ກວນ ກ່າວວ່າ ໂຄງການ ຍຸທສາຕ ແລະ ປວັດສາດ ສ້າງ ທາງຣົດໄຟ ຣະຫ່ວາງ ລາວ-ຈີນ ຈະອໍານວຍ ຄວາມ ສະດວກ ສົ່ງເສີມ ແລກປ່ຽນ ການຄ້າ ເສຖກິດ ແລະ ເຈົ້າໜ້າທີ່ ຣະຫ່ວາງ ສອງ ປະເທດ. ທ່ານ ກວນ ໄດ້ກ່າວເຖິງ ເຣື້ອງນີ້ ເນື່ອງ ໃນໂອ ກາດ ວັນ ຄົບຮອບ 65 ປີ ຂອງການ ສະຖາປະນາ ເປັນ ສາທາ ຣະນະຣັດ ປະຊາຊົນ ຈີນ. ທ່ານ ກວນ ກ່າວ ຕໍ່ໄປວ່າ ໂຄງການ ສ້າງທາງ ຣົດໄຟນີ້ ຈະເຮັດໃຫ້ ຄວາມຝັນ ຂອງ ປະຊາຊົນ ລາວ ທີ່ ຢາກເຮັດໃຫ້ ປະເທດ ບໍ່ຕິດ ກັບ ທະເລ ເປັນປະເທດ ເຊື່ອມຕໍ່ ທາງບົກ ເກີດເປັນຈິງ.
ທ່ານໃຫ້ ຂໍ້ສັງເກດ ວ່າ ໂຄງການ ທາງຣົດໄຟ ນີ້ ກ່ຽວຂ້ອງ ກັບ ການລົງທຶນ ມະຫາສານ ຊຶ່ງ ທັງຝ່າຍ ຈີນ ແລະລາວ ຕ້ອງການ ສຶກສາ ໃຫ້ເລິກຊຶ້ງ ໃນຫລາຍ ບັນຫາ ສໍາຄັນ ເພື່ອ ຮັບປະກັນ ໃຫ້ ໂຄງການ ດໍາເນີນໄປ ຢ່າງຍືນຍົງ.
ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ຈາກ ເມືອງ ຊາຍແດນ ບໍ່ເຕັນ ແຂວງ ຫລວງນໍ້າທາ ໄປຫາ ນະຄອນ ຫລວງ ວຽງຈັນ ແກ່ ຍາວມາ ຫລາຍ ເທື່ອແລ້ວ ນັບແຕ່ມີ ການຕົກລົງ ກັນ ວ່າ ຈະເລີ້ມສ້າງ ໃນເດືອນ ເມສາ ປີ 2011.
ຜ່ານມາ ທາງການລາວ ວ່າ ກໍາລັງ ຈະມີການ ເຈຣະຈາ ກັນ ແຕ່ກໍບໍ່ມີ ຣາຍຣະອຽດ ວ່າການ ເຈຣະຈາ ໄດ້ເລີ້ມຂຶ້ນ ແລ້ວ ຫລື ຍັງ.