ຈີນຕົກລົງສ້າງທາງຣົດໄຟມາ ລາວ ຕໍ່ໄປ ໄທ
2014.10.31

ເຈົ້າໜ້າທີ່ ຂອງໄທ ເວົ້າວ່າ ຈີນ ຕົກລົງ ເປັນ ຫລັກການ ຈະສ້າງ ເສັ້ນທາງ ຣົດໄຟ ຄູ່ ທີ່ ເຊື່ອມ ຈາກລາວ ຫາ ໜອງຄາຍ ແລະ ບາງກອກ.
ຂ່າວ The Nation ຣາຍງານ ວ່າ ນັ້ນເປັນ ຂໍ້ຕົກລົງ ທີ່ ບັນລຸ ກັນໄດ້ ເມື່ອ ຮອງ ນາຍົກ ຣັຖມົນຕຣີ ໄທ ນາຍພົລ ປຣາວິດ ວົງສຸວັນ ຜູ້ເປັນທັງ ຣັຖມົນຕຣີ ປ້ອງກັນ ປະເທດ ໄດ້ພົບ ກັບ ຣັຖມົນຕຣີ ປ້ອງກັນ ປະເທດ ຈີນ Chang Wanquan ທີ່ ກຸງ ປັກກິ່ງ ເມື່ອ ວັນທີ 29 ຕຸລາ ນີ້.
ພາຍໃຕ້ ຂໍ້ຕົກລົງ ດັ່ງກ່າວ ຈີນ ຈະສ້າງ ເສັ້ນທາງ ຣົດໄຟ ຄູ່ ທີ່ ໄດ້ ມາຕຖານ ໃໝ່ ກວ້າງ 1 ແມັຕ ກັບ 435 ມິນລີແມັຕ. ທາງ ຣົດໄຟ ໃໝ່ ທີ່ວ່ານີ້ ມີຄວາມ ກວ້າງ ກວ່າ ທາງຣົດໄຟ ເສັ້ນ ດຽວ ທີ່ ໃຊ້ຢູ່ໃນ ປະເທດໄທ ປັຈຈຸບັນ.
ທາງການ ຈີນ ສເນີໃຫ້ ເງິນກູ້ ດອກເບັ້ຽຕ່ຳ ແກ່ໄທ ຈຳນວນ ໜຶ່ງ ສຳລັບ ໂຄງການ ທາງຣົດໄຟ ນີ້. ອີກ ຈຳນວນ ໜຶ່ງ ໄທ ຈະໃຊ້ຄືນ ໃຫ້ ຈີນ ໂດຍໃຊ້ ສິນຄ້າ ເຂົ້າສານ ແລະ ຢາງພາຣາ ຂນະທີ່ ເງິນ ກູ້ ດອກເບັ້ຽຕ່ຳ ຈະໃຊ້ຄືນ ເປັນງວດໆ.
ຂໍ້ຕົກລົງ ນັ້ນ ຈະມີການ ຢືນຢັນ ຢ່າງ ເປັນທາງການ ເມື່ອ ນາຍົກ ຣັຖມົນຕຣີ ປຣາຢຸດ ຈັນໂອຊາ ເດີນທາງ ຢ້ຽມຢາມ ຈີນ ໃນເດືອນ ພຶສຈິກາ ນີ້ ເພື່ອ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ດ້ານ ການຮ່ວມມື ທາງ ເສຖກິດ ເອເຊັຽ ປາຊີຟິກ.
ໃນຂນະ ດຽວກັນ ກໍຍັງມີ ຂໍ້ຕົກລົງ ໜຶ່ງອີກ ຕ່າງຫາກ ຄື ຈີນ ຈະຊື້ ເຂົ້າສານ ໃໝ່ ຈາກ ໄທ 1 ລ້ານ 7 ແສນ ຕັນ ແລະ ເຂົ້າສານ ເກົ່າ ອີກ 1 ລ້ານ ຕັນ.