ໂຄງການທາງຣົດໄຟໄທຕໍ່ໃສ່ ຈີນ ຍັງມີຢູ່

ສົມເນ
2014.08.08
f-default ໂຄງການທາງຣົດໄຟໄທຕໍ່ໃສ່ ຈີນ ຍັງມີຢູ່
RFA

 

ເສັ້ນທາງ ຣົດໄຟ ຄວາມໄວສູງ ຣະຫ່ວາງ ຂຸນໝິງ ຂອງຈີນ ກັບ ໄທ ຍັງຢູ່ໃນ ຮ່ອງຮອຍ ຫລັງຈາກ ຄນະຮັກສາ ຄວາມສງົບ ຂອງໄທ ເມື່ອອາທິດ ທີ່ແລ້ວນີ້ ຕົກລົງໃຫ້ ສ້າງທາງ ຣົດໄຟ ເສັ້ນຄູ່ ຈາກເຂດ ອຸດສາຫະກັມ ມາບຕະພຸດ ຢູ່ໃຕ້ ບາງກອກ ໄປຫາ ຈັງຫວັດ ໜອງ ຄາຍ ແລະ ເສັ້ນທາງ ຣົດໄຟເສັ້ນຄູ່ ຈາກ ຊຽງຂອງ ຈັງຫວັດ ຊຽງຣາຍ ໄປ ຫາບ້ານ ພະຈີ ຈັງຫວັດ ອາຢຸທຍາ ຢູ່ ເໜືອບາງກອກ. ທາງ ຣົດໄຟ ເສັ້ນຄູ່ ຈາກ ມັບຕະພຸດ ຫາ ໜອງຄາຍ ມີຄວາມຍາວ 737 ກິໂລແມັດ ແລະ ຈາກ ເມືອງຊຽງຂອງ ຫາ ບ້ານພະຈີ ມີຄວາມຍາວ 655 ກິໂລ ແມັດ. ລາງຣົດໄຟ ສອງເສັ້ນ ໃໝ່ນີ້ ມີຂນາດ ຄວາມກ້ວາງ 1 ແມັດ ກັບ 435 ມິລລີແມັດ.

ຕາມລາຍງານຂ່າວ Asiabriefing.com. ຣາຍງານ ທີ່ ອ້າງຕາມຄໍາ ອະທິບາຍ ຂອງທ່ານ ສອຍທິບ ໄຕຣສູດ ເລຂາທິການ ປະຈໍາ ກະ ຊວງ ຂົນສົ່ງ ວ່າ ນັກວິສວະກອນ ຊ່ຽວຊານ ທາງຣົດໄຟ ຂອງຈີນ ໄດ້ຊ່ວຍເຫລືອ ໄທ ສຶກສາ ຄວາມ ເປັນໄປໄດ້ ໃນການ ຫລຸດຄ່າ ໃຊ້ຈ່າຍ ໃນການ ກໍ່ສ້າງລົງ.

ວິທີທີນຶ່ງ ແມ່ນ ຫລຸດຄວາມໄວ ຂອງຣົດໄຟ ລົງ. ທ່ານ ສອຍທິບວ່າ ມາຕຖານ ຄວາມໄວ ຂອງຣົດໄຟ ຄວາມໄວສູງ ຂອງ ທາງລົດໄຟ ເສັ້ນຄູ່ຍັງ ຮັກສາໄວ້ ຄືເກົ່າ ເຖິງແມ່ນວ່າ ຄວາມ ໄວສູງສຸດ ຂອງຣົດໄຟ ຈະຫລຸດຈາກ 200 ກິໂລແມັດ ຕໍ່ຊົ່ວໂມງ ລົງມາ ເປັນ 160 ກິໂລແມັດ ຕໍ່ ຊົ່ວໂມງ ກໍດີ.

ທ່ານວ່າ ວິທີນີ້ ຍັງ ຈະສາມາດ ປ່ຽນເປັນ ຣະບົບ ລົດໄຟ ຄວາມໄວສູງ ໃນ ອະນາຄົດ ໄດ້ ຫລັງຈາກ ມີການ ລົງທຶນ ຕື່ມ. ການກໍ່ສ້າງ ທາງຣົດໄຟ ເສັ້ນຄູ່ ສອງເສັ້ນນີ້ ຈະເລີ້ມຂຶ້ນ ໃນ ປີໜ້ານີ້ ແລະ ຈະສໍາເຣັດ ໃນປີ 2021. ລາຍງານວ່າ ທາງຣົດໄຟ ເສັ້ນຄູ່ ສອງເສັ້ນນີ້ ຈາກໄທ ຈະຕໍ່ໄປຍັງ ນະຄອນ ຂຸນໝິງ ແຂວງ ຢຸນນ່ານ ແລະ ເປັນສ່ວນນຶ່ງ ຂອງ ແຜນການ ສ້າງ ທາງຣົດໄຟ ຄວາມໄວສູງ ຂອງຈີນ 3,000 ກິໂລແມັດ ໄປຍັງ ສິງຄະໂປ ຜ່ານລາວ ໄທ ແລະ ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.