ໂຄງການຣົດໄຟເກັບຂໍ້ມູນ ຊາວບ້ານ ອີກໃຫມ່

ສິດນີ
2017.10.10
F-Nateuy ການກໍ່ສ້າງ ຂອງໂຄງການ ທາງຣົດໄຟ ລາວ-ຈີນ ທີ່ເຂດບ້ານນາເຕີຍ ຂ.ຫຼວງນໍ້າທາ
RFA

ຫ້ອງການປົກຄອງ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ຈະສົ່ງເຈົ້າຫນ້າທີ່ ໄປຮິບໂຮມຂໍ້ມູນ ຈາກຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການຣົດໄຟ ລາວ-ຈີນ ທີ່ບ້ານນາເຕີຍ ອີກໃຫມ່ ຍ້ອນ ການສຳຣວດ ຜ່ານມາ ຍັງບໍ່ເປັນເອກພາບ ເທື່ອ. ການຮິບໂຮມຂໍ້ມູນ ເທື່ອໃຫມ່ນີ້ ຈະໃຊ້ເວລາ ປະມານ ສອງສາມອາທິດ. ດັ່ງ ເຈົ້າຫນ້າທີ່ ເມືອງຫລວງນ້ຳທາ ທ່ານນຶ່ງ ກ່າວໃນວັນທີ 10 ຕຸລາ ນີ້ວ່າ:

"ມີແຕ່ວ່າຂະເຈົ້າສົ່ງພະນັກງານ ມາປະຈຳຢູ່ບ້ານເຮົາ ເພື່ອເກັບກຳຂໍ້ມູນ ລະຍະສອງອາທິດນີ້ ໃຫ້ມັນແລ້ວຫມົດ ໃຫ້ປະຊາຊົນ ຫັ້ນຖ້າ ເກັບຂໍ້ມູນ ບັນດາຜູ້ຖືກ ຜົລກະທົບຫັ້ນ ເບື້ອງຕົ້ນນີ້ມັນ ກະທົບຫຼາຍ ກະທົບຫລາຍລະ ຫຍໍ້ເຂົ້າ ມັນລະບໍ່ເອກພາບກັນ ດຽວນີ້ເຂົາຈະ ມາເກັບຄືນ".

ທ່ານກ່າວຕື່ມວ່າ ໃນການສຳຣວດ ຜ່ານມາ ປະຊາຊົນ ຈະຖືກຜົລກະທົບ ຈາກໂຄງການຣົດໄຟ ລາວ-ຈີນ ປະມານ 150 ປາຍຄອບຄົວ ໃນນັ້ນ ຈະມີຜູ້ໂຍກຍ້າຍ ແລະຜູ້ເສັຽເນື້ອທີ່ ການຜລິດເປັນ ຈຳນວນຫລວງຫຼາຍ ດັ່ງນັ້ນທາງການຈື່ງ ຢາກຮູ້ ຣາຍລະອຽດວ່າຫຼາຍນ້ອຍ ປານໃດ ເພື່ອຈັດສັນ ພື້ນທີ່ໃຫ້.

ທ່ານວ່າ ກ່ຽວກັບຄວາມຄືບຫນ້າ ໃນການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານນັ້ນ ໃນປັດຈຸບັນ ຍັງບໍ່ມີລາຍລະອຽດເທື່ອ ຊາວບ້ານຄິດວ່າຈະ ໄດ້ຮັບຄ່າຊົດເຊີຍ ແຕ່ຍັງບໍ່ຮູ້ວ່າ ຫລາຍນ້ອຍປານໃດ ແລະ ເມື່ອໃດ ຊຶ່ງພາກສ່ວນກ່ຽວຂ້ອງ ບອກວ່າ ທາງການກຳລັງ ຄົ້ນຄວ້າຢູ່.

ຕາມແຜນການ, ໂຄງການຣົດໄຟ ຈະສ້າງສະຖານີ ນຶ່ງແຫ່ງຢູ່ບ້ານນາເຕີຍ ຊື່ງເປັນສະຖານີ ທີ່ໃຫຍ່ທີ່ສຸດ ໃນແຂວງຫລວງນ້ຳທາ ແລະ ອີກນຶ່ງແຫ່ງ ຢູ່ເຂດບໍ່ເຕັນ ຊຶ່ງປັດຈຸບັນ ການກໍ່ສ້າງກໍເລີ້ມ ຫລາຍແລ້ວໃນສາມແຂວງ ພາກເຫນືອ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.