ຈີນຍັງສົນໃຈສ້າງທາງຣົດໄຟ ຢູ່ລາວ
2014.08.17

ເຈົ້າໜ້າທີ່ ລາວ ທີ່ ບໍ່ປະສົງ ອອກຊື່ ແລະ ອອກສຽງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ຣັຖບານ ຈີນ ຍັງຄົງໃຫ້ ຄວາມສົນໃຈ ສ້າງ ທາງຣົດໄຟ ຄວາມໄວ ສູງ ລາວ-ຈີນ ຈາກ ຊາຍແດນ ແຂວງ ຫລວງນໍ້າທາ ມາຫາ ນະຄອນຫລວງ ວຽງຈັນ ທີ່ ມີມູນຄ່າ 7 ຕື້ ກວ່າ ໂດລາ ສະຫະຣັດ ນັ້ນຢູ່ ແລະວ່າ ຈະເລີ້ມສ້າງ ໃນໄວໆນີ້ ເຖິງແມ່ນວ່າ ຜ່ານມາ ການເຂື່ອນໄຫວ ຕ່າງໆ ຂອງວຽກງານ ນີ້ ຈະມິດງຽບ ໄປກໍຕາມ.
ທ່ານເວົ້າວ່າ ຂ່າວດັ່ງກ່າວ ໄດ້ປາກົດ ອອກມາ ພາຍຫລັງທີ່ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງ ປະເທດ ໄດ້ພົບປະ ກັບຜູ້ນໍາ ຂັ້ນສູງ ຂອງຈີນ ຢູ່ ນະຄອນ ຫຼວງ ໄນປີດໍ ປະເທດ ພະມ້າ ເມື່ອວັນທີ່ 8 ສິງຫາ ຜ່ານມານີ້ ເນື່ອງ ໃນໂອກາດ ການໄປຮ່ວມ ກອງປະຊຸມ ຣັຖມົນຕຣີ ອາຊຽນ ຄັ້ງທີ່ 47. ໃນເວລາ ພົບປະກັນ ນັ້ນ ໄດ້ ສົນທະນາ ກັນ ແລະ ຖາມ ເຖິງ ໂຄງການ ສ້າງທາງ ຣົດໄຟ ຊຶ່ງທາງຈີນ ໃຫ້ຄໍາຕອບວ່າ ກໍາລັງ ພຍາຍາມ ເລັ່ງສຶກສາ ໂດຍຣະອຽດ ຕື່ມ ເພື່ອຈັດຕັ້ງ ປະຕິບັດ.
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ການທີ່ ຝ່າຍຈີນ ໄດ້ເວົ້າມານີ້ ກໍຍັງເປັນ ພຽງຄໍາເວົ້າ ຍັງບໍ່ມີ ເອກສານ ເປັນທາງການ ເທື່ອ. ດັ່ງນັ້ນ ຄວາມຄືບໜ້າ ຈະອອກມາ ໃນ ຮູບໃດນັ້ນ ຕ້ອງໄດ້ລໍ ຖ້າໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຊີ້ແຈງ ຕື່ມອີກ.
ໃນເດືອນ ຜ່ານມາ ເຈົ້າໜ້າທີ່ ທ່ານນຶ່ງ ກໍບອກວ່າ ໂຄງການ ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຖືກເລື່ອນ ເວລາ ອອກໄປ ໂດຍ ບໍ່ມີກໍານົດ ຍ້ອນຝ່າຍລາວ ຍັງບໍ່ສາມາດ ຕົກລົງ ບັນຫາ ທາງເທັກນິກ ການອອກແບບ ເສັ້ນທາງໃໝ່.
ໂຄງການ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຕາມການ ອອກແບບເດີມ ນັ້ນ ມີ ຄວາມຍາວ 420 ກິໂລແມັດ ແບບ ລາງດຽວ, ປະກອບ ດ້ວຍ 31 ສະຖານີ, ມີອຸບໂມງ 76 ແຫ່ງ, ແລະ ຂົວ 154 ແຫ່ງ.