ຣົດໄຟ ຈີນ-ລາວ-ໄທ ຈະແລ້ວ 5 ປີ
2015.07.28
ທ່ານ ປຣະຈີນ ຈັ່ນຕອງ ຣັຖມົນຕຣີ ກະຊວງ ຄົມມະນາຄົມ ໄທ ເປີດເຜີຍ, ຫລັງຈາກ ກອງ ປະຊຸມ ຣະດັບ ຣັຖມົນຕຣີ ໄທ-ລາວ ວ່າ ໄດ້ມີການ ຫາລື ເຖິງ ໂຄງການ ຣົດໄຟ ຈີນ-ລາວ-ໄທ ຈາກ ເສັ້ນທາງ ຂຸນໝິງ ຫາ ຊາຍແດນ ລາວ ຣະຍະ ທາງ ປະມານ 520 ກິໂລແມັດ, ຈະເລີ້ມສ້າງ ໃນ ປີນີ້, ຈະ ໃຊ້ເວລາ ສ້າງ ບໍ່ເກີນ 5 ປີ. ສ່ວນ ເສັ້ນທາງ ຈາກ ຊາຍແດນ ລາວ ທີ່ ແຂວງ ຫຼວງນ້ຳທາ ຫາ ນະຄອນ ຫຼວງວຽງຈັນ ຣະຍະ ທາງ ປະມານ 417 ກິໂລແມັດ ນັ້ນ ຈະເລີ້ມສ້າງ ທ້າຍປີ ນີ້. ສຳລັບ ເສັ້ນທາງ ຣົດໄຟ ໄທ-ຈີນ ທີ່ ຈະເລີ້ມສ້າງ ໃນ ເດືອນ ຕຸລາ ປີ ນີ້, ຈາກ ຫນອງຄາຍ ແກ້ງຄອຍ ກຸງເທບ ແລະ ແກ້ງຄອຍ ມາບຕາພຸດ, ໃນຣະຍະ ທາງ ຍາວ ໂດຍຮວມ 867 ກິໂລແມັດ, ຈະສ້າງ ສຳເຣັດ ບໍ່ເກີນ 3 ປີ ເຄິ່ງ.
ໂຄງການ ຣົດໄຟ ຄວາມໄວ ສູງ ທັງຫມົດ ຈີນ ລາວ ໄທ, ຈະ ໃຊ້ເວລາ ກໍ່ສ້າງ ຣະຫວ່າງ 5 ປີ ຄື ໃນປີ 2020 ຈະໃຫ້ ສຳເຣັດ ທຸກເສັ້ນ ສ້າງ ພ້ອມກັນ. ທ່ານ ປຣະຈີນ ຍັງ ໄດ້ກ່າວ ອີກວ່າ, ໃນ ກອງປະຊຸມ ຮ່ວມ ໄທ-ລາວ ຍັງໄດ້ ປຶກສາ ຫາລື ກັນ ກ່ຽວກັບ ການສ້າງ ຂົວ ຂ້າມ ນ້ຳຂອງ ອີກ ແຫ່ງນຶ່ງ ເພື່ອ ໃຊ້ສຳລັບ ໂຄງການ ຣົດໄຟ ຄວາມໄວ ສູງ, ໂດຍສະເພາະ ທີ່ ໜອງຄາຍ ໃກ້ ຂົວ ມິຕພາບ ລາວ-ໄທ ແຫ່ງ ທີນຶ່ງ. ນອກຈາກ ນັ້ນ ທັງສອງ ປະເທດ ຍັງໄດ້ ໂອ້ລົມກັນ ກ່ຽວກັບ ການສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 5 ທີ່ ແຂວງ ບຶງການ ຫາ ບໍຣິຄຳໄຊ ແຫ່ງທີ່ 6 ທີ່ ແຂວງ ອຸບົນຣາຊທານີ ຫາ ສາຣະວັນ ແລະ ຂົວ ຂ້າມນ້ຳຂອງ ທີ່ ຊຽງແມນ ຫາ ຫຼວງພຣະບາງ.