ພາກທຸຣະກິຈຂໍໃຫ້ເປີດ ສນາມບິນ ອັດຕະປື ຄືນ

ສຸພັດຕາ
2020.07.22
f-attapeu ສນາມບິນສາກົນ ທີ່ ແຂວງອັດຕະປື ທີ່ ສ້າງສໍາເຣັດ ແລະ ເປີດໃຊ້ຢ່າງເປັນທາງການ ແຕ່ກໍໄດ້ປິດລົງ ໃນເວລາບໍ່ດົນຕໍ່ມາ ຍ້ອນບໍ່ມີໃຊ້ ບໍຣິການພຽງພໍ
ນັກຂ່າວພົລເມືອງ

ຊາວແຂວງອັດຕະປືຫຼາຍຄົນ ຢາກໃຫ້ທາງການ ຫາທາງແກ້ໄຂ ໃຫ້ສນາມບິນສາກົລ ແຂວງອັດຕະປື ທີ່ຢູ່ໃນໄລຍະປິດຊົ່ວຄາວ ສາມາດ ກັບມາເປີດພາຍໃນປີນີ້ ເພື່ອກະຕຸ້ນເສຖກິຈ ແລະການທ່ອງທ່ຽວພາຍໃນແຂວງ ທີ່ປະສົບບັນຫາ ໃນໄລຍະການແຜ່ຣະບາດຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ປະຊາຊົນ ໂດຍສະເພາະ ພາກສ່ວນທຸຣະກິຈ ການທ່ອງທ່ຽວ ໄດ້ຮັບ ຜົລກະທົບຢ່າງໜັກ ເຊິ່ງຫຼາຍຄົນເຊື່ອວ່າ ຫາກ ສາມາດເປີດສນາມບິນ ແລະດືງດູດນັກທ່ອງທ່ຽວໄດ້ ກໍຈະສ້າງຣາຍຮັບ ເຂົ້າແຂວງ, ດັ່ງເຈົ້າໜ້າທີ່ ຂອງໂຮງແຮມແຫ່ງນຶ່ງ ໃນແຂວງ ອັດຕະປື ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 22 ກໍຣະກະດາ ນີ້ວ່າ:

“ຢາກໃຫ້ເປີດຢູ່ ກະຈັ່ງວ່າ ກະຍັງລໍຖ້າເພິ່ນເປີດຫັ່ນແຫຼະ ຈັ່ງຊິຮັບແຂກຮັບຄົນຫັ້ນ ມັນກະຈັ່ງຊິສະດວກ ນັກທ່ອງທ່ຽວໄປມາ ຣາຍຮັບເຮົາ ກະຊິດີ ຂຶ້ນນີ້ແຫຼະ ຄັນເປີດປົກກະຕິ ຣາຍຮັບ ກະຊິປົກກະຕິຫັ້ນແຫຼະ.”

ໃນຂນະດຽວກັນ ເຈົ້າຂອງທຸຣະກິຈ ດ້ານການທ່ອງທ່ຽວ ຢູ່ແຂວງອັດຕະປື ຜູ້ນຶ່ງເວົ້າວ່າ ການທີ່ສນາມບິນສາກົລ ແຂວງອັດຕະປື ຍັງປິດຢູ່ ນັ້ນກໍບໍ່ແຕກຕ່າງຫຍັງ ກັບການລົງທຶນ ດ້ວຍເງິນ ມະຫາສານ ແຕ່ບໍ່ໄດ້ຮັບຜົລປໂຍດ ເຊິ່ງຕົນກໍຢາກໃຫ້ທາງການກ່ຽວຂ້ອງ ເລັ່ງຫາແນວ ທາງແກ້ໄຂ ໃຫ້ສນາມບິນ ກັບມາເປີດ ບໍຣິການ ພ້ອມກັບຊຸກຍູ້ໃຫ້ ສາຍການບິນຕ່າງໆ ມາເປີດຖ້ຽວບິນຢູ່ສນາມບິນ ແຂວງອັດຕະປື ໃຫ້ໄວທີ່ສຸດ, ດັ່ງຍານາງກ່າວວ່າ:

“ເຮົາກະໄດ້ ລົງທຶນຮອນໃສ່ ສນາມບິນ ມັນກະຫຼາຍ ຈໍານວນຫຼວງຫຼາຍແລ້ວເດ້ ເງິນຄໍາລະເດ້ ປະໄວ້ ມັນກະນັບມື້ນັບຫ້ຽນໄປຊື່ໆຫັ້ນນະ ໃຈປະຊາຊົນຫັ່ນ ເຮົາກະຢາກໃຫ້ເປີດ ເປີດແລ້ວ ມັນກະຄືຊິດີຂຶ້ນ ຄົນໄປ ຄົນມາໄດ້ສະບາຍ ບ້ານເມືອງ ກະຊິຄຶກຄື້ນກວ່ານີ້ ວ່າຊັ້ນຊະ ຄັນວ່າຊິມີສນາມບິນ ໄປມາໃດ໋ເນາະ ແຂກມັນກະມາສະບາຍເນາະ.”

ຍານາງ ກ່າວຕື່ມວ່າ ເຖິງແມ່ນວ່າ ໃນໄລຍະຜ່ານມາ ເຈົ້າໜ້າທີ່ໄດ້ຊີ້ແຈງ ກ່ຽວກັບສາເຫດ ການປິດສນາມບິນແຫ່ງນີ້ ວ່າເປັນຍ້ອນຄົນໃຊ້ ບໍຣິການໜ້ອຍກໍຕາມ, ແຕ່ທາງການ ກໍຄວນຫາ ແນວທາງໃດ ແນວທາງນຶ່ງ ເພື່ອຟື້ນຟູ ໃຫ້ສນາມບິນ ມີສາຍການບິນ ມາເປີດຖ້ຽວບິນ ພ້ອມທັງດືງດູດໃຫ້ຄົນ ໃຊ້ບໍຣິການຫຼາຍຂຶ້ນ ເພື່ອໃຫ້ຄຸ້ມຄ່າກັບການລົງທຶນ ກໍ່ສ້າງແທນທີ່ຈະປ່ອຍ ໃຫ້ສນາມບິນ ມີສະພາບເປັນສນາມບິນ ຮ້າງໄປຊື່ໆ.

ທາງດ້ານຜູ້ປະກອບການ ທຸຣະກິຈນໍາທ່ຽວ ຊາວແຂວງອັດຕະປື ຄົນນຶ່ງເວົ້າວ່າ ນອກຈາກຢາກໃຫ້ສນາມບິນສາກົລ ແຂວງອັດຕະປືກັບມາ ເປີດແລ້ວນັ້ນ ກໍຢາກໃຫ້ທາງການ ກັບມາ ເປີດດ່ານສາກົລ ແບບໄວທີ່ສຸດ ເພື່ອໃຫ້ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາໄດ້ຕາມປົກກະຕິ ເນື່ອງຈາກໃນໄລຍະນີ້ ການທ່ອງທ່ຽວ ງຽບເຫງົາ ເຮັດໃຫ້ທຸຣະກິຈ ຂອງຕົນ ຂາດລູກຄ້າ, ດັ່ງທ່ານກ່າວວ່າ:

“ປິດແຕ່ດົນແລ້ວ ມັນບໍ່ຄ່ອຍມີຜູ້ໂດຍສານນະ ເຂົາບິນເປັນບາງຊ້ວງ ຊ້ວງມີແຂກຫຼາຍ ເຂົາກະບິນຢູ່ ແຕ່ວ່າຊ້ວງນີ້ ເຂົາບໍ່ໄດ້ບິນແລ້ວ ຢູ່ປາກເຊ ກະຍັງປິດໝົດແຫຼະ ໂອ້... ມັນບໍ່ມີນັກ ທ່ອງທ່ຽວ ພາຍໃນປະເທດ ມັນບໍ່ມີແຫຼະ ມີແຕ່ນັກທ່ອງທ່ຽວ ຕ່າງປະເທດ ເຮົາບໍ່ເປີດ ປະເທດ ກະບໍ່ມີແຂກ.”

ເຈົ້າໜ້າທີ່ ຜແນກໂຍທາທິການແລະຂົນສົ່ງ ແຂວງອັດຕະປື ກ່າວວ່າ ສນາມບິນສາກົລ ແຂວງອັດຕະປື ຍັງສືບຕໍ່ປິດໄປເລື້ອຍໆ ແລະ ຈະຍັງບໍ່ເປີດພາຍໃນປີນີ້ ຢ່າງແນ່ນອນເນື່ອງຈາກ ທາງຣັຖບານ ກໍາລັງຫາແນວທາງແກ້ໄຂ ບໍ່ທັນສໍາເຣັດຈຶ່ງຍັງບໍ່ມີທິດທາງ ໃນການເປີດ ສນາມບິນ ຄືນໃໝ່ ແລະ ສາຍການບິນແຕ່ລະສາຍ ທີ່ເຄີຍມີແຜນ ມາເປີດຖ້ຽວບິນ ກໍມິດງຽບໄປ ແລ້ວ, ດັ່ງທ່ານກ່າວວ່າ:

“ບໍ່ມີຫຍັງເທື່ອ ບໍ່ມີຫຍັງ ມີແຕ່ທາງຂັ້ນເທິງຫັ້ນ ລົງມາກວດກາຢູ່ ແຕ່ວ່າຍັງບໍ່ຮູ້ ເພິ່ນຊິໃຫ້ເຮັດຈັ່ງໃດແທ້ ທ້າຍປີ 2019 ບາງກອກ ແອເວ ກະມາກວດເບິ່ງໃດ໋ ມາກະບໍ່ມີຄໍາຕອບ ວ່າຈະໃດອີກ ມາກວດເບິ່ງລະ.”

ສນາມບິນສາກົລ ແຂວງອັດຕະປື ເປີດໃຊ້ຕັ້ງແຕ່ເດືອນເມສາ ປີ 2016 ມາຈົນຮອດວັນທີ 28 ເດືອນຕຸລາປີ 2016 ກໍປິດໄປຍ້ອນຄົນໃຊ້ ບໍຣິການໜ້ອຍ ມີພຽງແຕ່ ປະມານ 6-7 ຄົນ ຕໍ່ຖ້ຽວ, ເຮັດໃຫ້ສາຍການບິນ ຫຼຸບທຶນ ຈຶ່ງຕັດສິນໃຈປິດຖ້ຽວບິນ ເສັ້ນທາງ ແຂວງອັດຕະປື ຫາ ນະຄອນຫຼວງວຽງຈັນ, ແລະເມື່ອບໍ່ດົນມານີ້ ສາຍການບິນລາວ ກໍປະສົບບັນຫາ ຫຼຸບທຶນ ຢ່າງໜັກ ໃນໄລຍະການແຜ່ ຣະບາດຂອງ ໄວຣັສ ໂຄວິດ-19 ເຮັດໃຫ້ຕ້ອງເປີດ ບາງຖ້ຽວບິນ ແລະ ທາງເຈົ້າໜ້າທີ່ ສາຍການບິນລາວ ກໍໃຫ້ຂໍ້ມູນວ່າ ຍັງບໍ່ມີແຜນເປີດຖ້ຽວບິນ ຢູ່ແຂວງ ອັດຕະປືເທື່ອ.

ສນາມບິນສາກົລ ແຂວງອັດຕະປື ຕັ້ງຢູ່ເມືອງໄຊເສດຖາ ມີຂນາດ 165 ເຮັກຕ່າ ສ້າງຂຶ້ນ ແລະ ລົງທຶນໂດຍ ບໍຣິສັດ ຮ່ອງແອງຍາລາຍ ຂອງປະເທດວຽດນາມ ມູນຄ່າປະມານ 289 ຕື້ກີບ, ເຊິ່ງຣັຖບານລາວ ຕ້ອງໄດ້ຊໍາລະຈ່າຍນໍາຫຼັງ, ທີ່ຜ່ານມາ ຊາວລາວຫຼາຍຄົນ ໄດ້ຈົ່ມວ່າ ເປັນສນາມບິນ ທີ່ສ້າງຂຶ້ນແບບ ບໍ່ຄຸ້ມຄ່າ ແລະບໍ່ມີປໂຍດ ທັ້ງໆທີ່ ໄດ້ໂຍກຍ້າຍປະຊາຊົນ 70 ປາຍຄອບຄົວ ເພື່ອເປີດພື້ນທີ່ ໃຫ້ການກໍ່ ສ້າງສນາມບິນ ແຫ່ງນີ້ກໍຕາມ.

ນອກຈາກນັ້ນແລ້ວ ບໍຣິສັດ ຮ່ອງແອງຍາລາຍ ຍັງໄດ້ລົງທຶນສ້າງໂຄງການ ສນາມບິນສາກົລ ໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ໃນມູນຄ່າ 74 ລ້ານໂດລ່າ ສະຫະຣັຖ ມີກໍານົດ ເປີດໃຊ້ ໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.