ປ່າໄມ້ໃນລາວ
ປະຊາຊົນ ລາວ ເປັນຫ່ວງ ຢ້ານວ່າ ໃນ ອະນາຄົດ ປ່າໄມ້ ໃນລາວ ຈະຫມົດ ໄປ.
-
ສິດນີ
2014-05-26 -
-
-
Your browser doesn’t support HTML5 audio
ປະຊາຊົນ ລາວ ໃນເຂດ ທ້ອງຖິ່ນ ບາງເຂດ ໄດ້ເຫັນ ຣົຖ ແກ່ໄມ້ ທ່ອນ ຜ່ານໄປ ຜ່ານມາ ຫລາຍຄັ້ງ ໃນ ແຕ່ລະມື້ ແກ່ໄມ້ ທ່ອນ ຈາກລາວ ໄປ ປະເທດ ເພຶ່ອນບ້ານ ຢ່າງບໍ່ ຂາດສາຍ ເຮັດໃຫ້ ພວກຂະເຈົ້າ ມີຄວາມ ກັງວົນ ວ່າ ປ່າໄມ້ ໃນລາວ ອາດ ຫມົດໄປ ໃນ ອະນາຄົດ ອັນໃກ້ໆນີ້.
ຊາວບ້ານ ທ່ານນຶ່ງ ເວົ້າວ່າ ຣົຖ ແກ່ໄມ້ທ່ອນ ສ່ວນໃຫຍ່ ຈະບັນທຸກ ໄມ້ ຫລາຍເກີນ ກວ່າ ນ້ຳຫນັກ ແລະ ບໍ່ມີປ້າຍ ທະບຽນ ຣົຖ ເຮັດໃຫ້ ສົງສັຍ ວ່າ ເປັນກຸ່ມ ຄ້າໄມ້ ທີ່ ຜິດ ກົດຫມາຍ.
ແຕ່ ເຈົ້າຫນ້າທີ່ ລາວ ຣະດັບສູງ ຈາກ ກະຊວງ ກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ກ່າວ ວ່າງອາທິດ ທີ່ ຜ່ານມາ ວ່າ ປ່າໄມ້ ໃນລາວ ຍັງ ປອດພັຍ ຢູ່ ການຕັດໄມ້ ທ່ອນ ໃນລາວ ນັ້ນ ບໍ່ແມ່ນ ຕັດໃນ ປ່າ ທົ່ວໄປ ດັ່ງ ຄົນລາວ ຄິດ ຕັດໄດ້ ສະເພາະ ແຕ່ ໃນພື້ນທີ່ ທີ່ທາງການ ໃຫ້ ສຳປະທານ ເທົ່ານັ້ນ ດັ່ງ ໂຄງການ ສ້າງເຂື່ອນ ຂຸດຄົ້ນ ແຮ່ທາດ ແລະ ປູກຕົ້ນໄມ້ ເສຖກິດ.
ຣົຖແກ່ໄມ້ ທີ່ ປະຊາຊົນ ເຫັນແລ່ນ ໄປແລ່ນ ມາ ຂົນໄມ້ ນັ້ນ ແມ່ນທ່ອນໄມ້ ທີ່ ຖືກຕັດ ໃນປີ 2011 2013 ເພາະ ທາງການ ລາວ ຫ້າມຕັດໄມ້ ໃນ ປີນີ້ ນອກຈາກ ນັ້ນ ທາງການ ລາວ ຍັງໄດ້ ປູກໄມ້ ທົດແທນ ນຳອີກ ໃນ ແຕ່ລະປີ.
ນັກ ວິຊາການ ເວົ້າວ່າ ປ່າໄມ້ ໃນລາວ ເກືອບຫມົດ ແລ້ວ ໃນ ເວລານີ້ ການ ກ່າວອ້າງ ຂອງ ເຈົ້າຫນ້າທີ່ ລາວ ນັ້ນ ເປັນການ ບິດເບືອນ ຄວາມຈິງ ໄມ້ສ່ວນໃຫຍ່ ຖືກຕັດ ສົ່ງໄປ ວຽດນາມ.