ສະມາຊິກຂໍໃຫ້ ປໍເຮີ ລາອອກ

ສະມາຊິກ ຜູ້ຖືຫຸ້ນ ຮຽກຮ້ອງໃຫ້ ຜູ້ ບໍຣິຫານ ບໍຣິສັດ PS ລາອອກ.

ທ່ານ ປໍເຮີ ປະທານ ບໍຣິສັດ ພີເອັສ Courtesy of RFA Listener

ຜູ້ລົງທຶນຮຽກຮ້ອງໃຫ້ ປະທານ ບໍຣິສັດ PS ລາອອກແລະມອບ ບໍຣິສັດ ຄືນໃຫ້ ຜູ້ຖືຫຸ້ນ ເປັນຜູ້ ບໍຣິຫານ ແລະ ດຳເນີນ ກິຈການເອງ ຍ້ອນວ່າ ບໍຣິສັດ ເດີນຫນ້າ ບໍ່ໄດ້ແລ້ວ ແຕ່ ບໍຣິສັດ ກະຍັງ ລະດົມຄົນ ເຂົ້າມາລົງທຶນ ຄືເກົ່າ.ໃນວັນທີ 21 ມິຖຸນາ ທ່ານ ປໍເຮີ ປະທານ ບໍຣິສັດ ໄດ້ປຸກຣະດົມ ໃຫ້ສະມາຊິກ ຊັກຊວນ ຄົນມາຊື້ຫຸ້ນ ຂອງຜູ້ທີ່ຕ້ອງການ ຢາກຖອນຫຸ້ນ.

ສະມາຊີກຜູ້ຖືຫຸ້ນ ຫຼາຍຄົນຢາກໃຫ້ ທ່ານ ປໍເຮີ ຢຸດເວົ້າ ແລະ ຢຸດສ້າງພາບໄດ້ແລ້ວ. ດັ່ງ ທ່ານ ແກ້ວວິຊຽນ ໄຊຍະສິດ, ນຶ່ງໃນຈຳນວນ ຜູ້ລົງທຶນ ຂອງບໍຣິສັດ ກ່າວວ່າ:

"ຂ້າພະເຈົ້າ ຢາກໃຫ້ທ່ານຢຸດຊາ ຢຸດເວົ້າແບບນັ້ນ ຢຸດເວົ້າແບບນີ້ ຢຸດສ້າງພາບ ໄດ້ແລ້ວ ເພາະປະຊາຊົນ ທັງໝົດທັງມວນ ເຂົາບໍ່ເຊື່ອ ເຈົ້າແລ້ວ ມື້ນີ້ຫັ້ນນະ ເຈົ້າຊິມີວິທີ ການໃດດີຊ່ຳໃດ ກໍແລ້ວແຕ່ ເຂົ້າບໍ່ເຊື່ອເຈົ້າແລ້ວ ເພາະສະນັ້ນ ມື້ນີ້ຂ້ອຍຈຶ່ງຢາກ ໃຫ້ເຈົ້າຫັ້ນນະ ຈົ່ງ ຢຸດແລ້ວ ມອບບໍຣິສັດ PS ໃຫ້ປະຊາຊົນ ຄືນຊາ".

ທ່ານວ່າ ປັດຈຸບັນບໍຣິສັດ PS ບໍ່ສາມາດດຳເນີນ ກິຈການໄປໄດ້ ຍ້ອນວ່າປະຊາຊົນ ບໍ່ເຊື່ອໝັ້ນ ເຖີງວ່າປະທານ ບໍຣິສັດ ຈະປຸກຣະດົມ ແນວໃດກໍຕາມ, ທ່ານກ່າວຕື່ມວ່າ:

"ປັດຈຸບັນນີ້ ປະຊາຊົນ ບໍ່ຟັງຄວາມຂອງ ທ່ານ ປໍເຮີ ແລ້ວມື້ນີ້ນິນະ ເຈົ້າຊິເອົາວິທີການໃດມາ ຊິລ້ຳເລີດ ປະເສີດສີ ແນວໃດ ເຂົາບໍ່ເຊື່ອ ເຈົ້າມັນ ກະເທົ່າກັບ ສູນ ບໍຣິສັດ ເຈົ້າ ມັນເດີນບໍ່ໄດ້ ຍ້ອນວ່າ ປະຊາຊົນ ເຂົາບໍ່ໄປນຳເຈົ້າ ເຂົາບໍ່ຟັງຄວາມເຈົ້າ ເຂົາບໍ່ເຮັດນຳເຈົ້າ ເຂົາ ບໍ່ຊື້ນ້ຳເຈົ້າ ເຂົາບໍ່ຂາຍນ້ຳເຈົ້າ ນີ້ແຫລະຈຸດບອດ ທີ່ເຈົ້າ ບໍຣິຫານ ບໍ່ໄດ້".

ໃນວັນທີ 14 ມິຖຸນາ ຜ່ານມາ ເຈົ້າໜ້າທີ່ ຈາກກົມຄຸ້ມຄອງ ສະຖາບັນ ການເງິນ ຂອງ ທະນາຄານ ແຫ່ງສປປລາວ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ ທາງການ ໄດ້ປະຊຸມກັບ ປະທານ ບໍຣິສັດ PS ເພື່ອໃຫ້ ບໍຣິສັດ ຈ່າຍເງິນຄືນ ໃຫ້ ປະຊາຊົນ.

ນອກຈາກນີ້ ທາງບໍຣິສັດ PS ຍັງຕ້ອງໄດ້ ຣາຍງານ ສະພາບທາງການເງິນ, ສລຸບລາຍຮັບລາຍຈ່າຍ, ຊັບສິນທັງໝົດ ພາຍໃນບໍຣິສັດ, ບັນຊີເງິນຝາກ ທັງພາຍ ໃນແລະ ຕ່າງປະເທດ, ຮ່ວມດ້ວຍ ຈໍານວນ ສະມາຊິກ ທີ່ບໍຣິສັດ ມີຢູ່ໃນ ປັດຈຸບັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org