ບໍຣິສັດພີເອສຈະຄືນ ເງິນ ສະມາຊິກ

ຈໍາປາທອງ
2017.06.13
f-ps ທ່ານ ປໍເຮີ ປະທານ ບໍຣິສັດພີເອັສ ຈະຄືນເງິນໃຫ້ສະມາຊິກ ທີ່ບໍ່ໄດ້ຮັບ ມາແຕ່ເດືອນ ກຸມພາ 2017
Screen captured LNTV video

ທ່ານ ປໍເຮີ ປະທານ ບໍຣິສັດ ພີເອັສ ແຈ້ງໄປຍັງ ສະມາຊິກ ຂອງຕົນວ່າ ຈະຄືນເງິນໃຫ້ ສະມາຊິກ ທຸກຄົນ ທີ່ ມີປະມານ 50 ພັນຄົນ ຊຶ່ງ ບໍ່ໄດ້ຮັບເງິນ ປັນຜົລ ຮວມມູນຄ່າ ທັງໝົດປະມານ 100 ຕື້ກີບ ຫລື 12 ລ້ານ ໂດລາ ສະຫະຣັຖ ມາຕັ້ງແຕ່ ເດືອນ ກຸມພາ 2017 ຕາມ ກົດລະບຽບ ຂອງ ບໍຣິສັດ ທີ່ໄດ້ວາງໄວ້. ຈະຈ່າຍໄປຕາມລໍາດັບ ຂອງ ສະມາຊິກ ດັ່ງທີ່ທ່ານ ກ່າວວ່າ:

"ທາງບໍຣິສັດ ຈະພຍາຍາມປັບປ່ຽນ ແລະກໍຄືນເງິນໃຫ້ ແກ່ປະຊາຊົນ ຕາມກົດຣະບຽບ ຕາມທຸກສິ່ງທຸກຢ່າງ ທີ່ບໍຣິສັດ ໄດ້ວາງອອກໄວ້ ຄ່ອຍໆທະຍອຍຈ່າຍ ທີ ລະຄົນໄປ ຕາມກໍານົດ ເວລາ ຂອງແຕ່ລະຄົນ ແຕ່ຈະບໍ່ໃຫ້ ທຸກຄົນເສັຽຫາຍ ເພາະບໍຣິສັດຍັງດໍາເນີນ ທຸຣະກິດ ຢູ່ແລະຕັ້ງໝັ້ນ ຢູ່ໃນຈຸດນີ້".

ປັດຈຸບັນ ບໍຣິສັດ ພີເອັສ ເລັ່ງຂາຍນໍ້າດື່ມ ແລະສິນຄ້າ ຂອງບໍຣິສັດ ໃຫ້ກັບ ສະມາຊີກ ແລະ ປະຊາຊົນ ທົ່ວໄປ ຊຶ່ງຈະຕ້ອງ ໄດ້ໃຊ້ເວລາ ເຖິງ 3 ເດືອນ ຈຶ່ງຈະເກັບ ກໍາໄລໄດ້ ພໍທີ່ຈະ ຄືນເງິນໃຫ້ ສະມາຊິກ ທຸກຄົນ ທີ່ວ່ານັ້ນໄດ້ ແລະ ທາງບໍຣິສັດ ກໍໄດ້ແຈ້ງ ໄປຍັງຣັຖບານ ແລະ ທະນາຄານ ແຫ່ງ ສປປລາວ ທີ່ວ່າບໍ່ສາມາດ ຄືນເງິນໃຫ້ ສະມາຊິກ ທຸກຄົນໄດ້ ພາຍໃນກໍານົດ 1 ເດືອນ ຄືແຕ່ວັນທີ 6 ມິຖຸນາ ຫາວັນທີ 6 ກໍຣະກະດາ 2017, ຕາມການແຈ້ງການ ຂອງ ທະນາຄານ ແຫ່ງ ສປປລາວ ໃຫ້ ບໍຣິສັດ ພີເອັສ ປະຕິບັດ.

ທ່ານ ປໍເຮີ ເວົ້າຕື່ມອີກວ່າ ສະມາຊິກ ຂອງບໍຣິສັດນີ້ ບາງສ່ວນຍັງບໍ່ເຂົ້າໃຈ ເຣຶ່ອງ ທຸຣະກິດໂດຍແທ້ ເຮັດໃຫ້ ພວກເຂົາເຈົ້າເກີດຄວາມ ເຂົ້າໃຈຜິດ ແລະສັບສົນໃນເງື່ອນໄຂ ການຈ່າຍເງິນປັນຜົລ ແລະຢືນຢັນວ່າ ບໍຣິສັດພີເອັສ ດໍາເນິນທຸຣະກິດ ຖືກຕ້ອງຕາມ ຣະບຽບການ.

ບໍຣິສັດພີເອັສ ໄດ້ແຈ້ງໄປຍັງສະມາຊິກ ທຸກຄົນອີກວ່າ ສະມາຊິກສາມາດ ຍົກເລີກສັນຍາ ໄດ້ໂດຍກົງ ທີ່ ບໍຣິສັດ ພີເອັສ ຢູ່ນະຄອນຫຼວງ ວຽງຈັນ ຕາມໂມງການ ຂນະທີ່ທະນາຄານ ແຫ່ງສປປລາວ ໄດ້ສັ່ງບໍ່ໃຫ້ບໍຣິສັດນີ້ ໂຄສະນາທຸກຢ່າງ ທີ່ເປັນການ ເຊີນຊວນໃຫ້ ປະຊາຊົນ ເຂົ້າຮ່ວມ ລົງທຶນຕື່ມອີກ ແລະ ສັ່ງບໍ່ໃຫ້ ແອບອ້າງ ເຖິງຂແນງ ການຕ່າງໆ ຂອງຣັຖບານ ທີ່ວ່າຈະຊ່ວຍ ແກ້ໄຂບັນຫາ ການເງິນ ແລະ ບັນຫາອື່ນໆໃຫ້ ບໍຣິສັດ ນີ້, ແຕ່ທາງທະນາຄານ ແຫ່ງສປປລາວ ບໍ່ໄດ້ແຈ້ງວ່າ ບໍຣິສັດ ພີເອັສ ເຮັດຫຍັງຜິດຕໍ່ ກົດໝາຍ ບ້ານເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.