ປະທານພີເອັສ ຖືກ ສອບສວນ

ອຸ່ນແກ້ວ ສຸກສະຫວັນ
2017.09.18
f-po-her ປະທານ ບໍຣິສັດ ພີເອັສ ທ່ານ ປໍ ເຮີ ກໍາລັງຖືກສອບປາກຄໍາ ຈາກເຈົ້າໜ້າທີ່
Screen captured Hmong update video

ນາງ ສຸກນາລີ ເທບສີເມືອງ ທ້າວ ບໍເຮີ ແລະ ສະມາຊິກ ຜູ້ບໍຣິຫານ ອີກ 7 ຄົນ ຖືກເຈົ້າໜ້າທີ່ ຕຳຫລວດ ຈັບກຸມ ໃນວັນທີ 12 ກັນຍາ ຜ່ານມາ.

ປັດຈຸບັນ ເຂົາເຈົ້າ ຢູ່ໃນຄຸກໂພນທັນ ນະຄອນຫລວງວຽງຈັນ ຖືກສືບສວນ ໂດຍ ຄະນະສະເພາະກິດ ແລະບໍ່ໃຫ້ມີການ ປະກັນຕົວ, ດັ່ງ ເຈົ້າໜ້າທີ່ ກະຊວງ ປ້ອງກັນຄວາມສະຫງົບ ທ່ານນຶ່ງ ກ່າວໃນ ວັນທີ 15 ກັນຍາ ວ່າ:

"ກຳລັງດຳເນີນ ການສືບສວນສອບສວນຢູ່ ເຂົາຢູ່ນຳຕຳຫຣວດເຮົາ ນີ້ຫລະ ຍັງຢູ່ໃນການສືບສວນ ສອບສວນ ບໍ່ທັນໃຫ້ ປະກັນຕົວເທື່ອ ຜ່ານການສືບສວນ ສອບສວນ ເກັບກຳຂໍ້ມູນ ເບິ່ງກ່ອນ ເປັນແນວໃດ".

ທ່ານກ່າວວ່າ ປະຊາຊົນ ທີ່ເປັນສະມາຊິກ ຂອງບໍຣິສັດພີເອັສ ທີ່ໄປໂຮມກັນຢູ່ໜ້າ ບໍຣິສັດເພື່ອຮຽກຮ້ອງ ຂໍເງິນຄືນນັ້ນ ໄດ້ພາກັນກັບ ບ້ານໝົດແລ້ວ ໃນຂະນະທີ່ ເຈົ້າໜ້າທີ່ ຕຳຫຣວດ ຍັງຄົງຮັກສາ ຄວາມສະຫງົບ ຢູ່ໜ້າບໍຣິສັດ ເພື່ອປ້ອງກັນເຫດບໍ່ດີ ທີ່ອາຈເກີດຂຶ້ນ.

ຫລ້າສຸດ ວັນທີ 14 ກັນຍາ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ອອກຂໍ້ຕົກລົງ ເລກທີ 67 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບ ຜິດຊອບ ຄົ້ນຄວ້າ ແກ້ໄຂບັນຫາ ບໍຣິສັດພີເອັສ ແລະ ບັນດາບໍຣິສັດ ທີ່ດຳເນີນທຸລະກິດ ທາງການເງິນ ທີ່ບໍ່ສອດຄ່ອງກັບ ກົດໝາຍ ແລະກົດລະບຽບ ຂອງ ສປປລາວ.

ອີງຕາມຂໍ້ຕົກລົງ, ມີການຄະນະຮັບຜິດຊອບ 13 ທ່ານ ຖືກແຕ່ງຕັ້ງຂຶ້ນມາ ໂດຍມີ ທ່ານ ສົມພາວ ໄພສິດ ຜູ້ວ່າການ ທະນາຄານແຫ່ງ ສປປລາວ ເປັນຫົວໜ້າຄະນະ, ທ່ານ ທອງພັນ ພິດທຸມາ ຮອງຣັຖມົນຕຼີ ກະຊວງອຸດສາຫະກັມ ແລະການຄ້າ, ແລະ ພົນຕຼີ ກົງທອງ ພົງວິຈິດ ຮອງຣັຖມົນຕຼີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງ ຫົວໜ້າຄະນະ, ແລະ ມີຄະນະອີກ 10 ທ່ານ ທີ່ມາຈາກ ພາກສ່ວນ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.